logo

ບັນ​ດາ​ປະ​ເທດ ໃນ​ພ​າກ​ພື້ນ ແມ່​ນ້ຳ​ຂອງ - ລ້ານ​ຊ້າງ ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການຮ່ວມ​ມື​ພັດ​ທະ​ນາ​

2019/6/28 | 10:42:50
(VOVWORLD) - ໃນລະຫວ່າງ ວັນທີ 27 -28 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເວທີປາໄສ ແມ່ນ້ຳຂອງ - ລ້ານຊ້າງ ກ່ຽວກັບການພັດທະນາ ດ້ານເຕັກໂນໂລຢີຖະແຫຼງຂ່າວ ແລະ ການສື່ສານແບບຍືນຍົງ (ICT)”, ໂດຍມີການເຂົ້າຮ່ວມຂອງບັນດາຄະນະຜູ້ແທນ ລາວ, ກຳປູເຈຍ, ຈີນ, ມຽນມາ, ໄທ ແລະ ຫວຽດນາມ. 
ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເວທີປາໄສ ແມ່ນ້ຳຂອງ - ລ້ານຊ້າງ ກ່ຽວກັບການພັດທະນາ ດ້ານເຕັກໂນໂລຢີຖະແຫຼງຂ່າວ ແລະ ການສື່ສານແບບຍືນຍົງ (ICT)”ໄດ້ໄຂຂຶ້ນຢູ່ ວຽງຈັນຢ່າງເປັນທາງການ (ພາບ: TTXVN

ກ່າວຄຳເຫັນທີ່ພິທີເປີດໃນວັນທີ 27 ມິຖຸນາ, ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີ  ໂທລະຄົມມະນາຄົມ  ແລະ ການສື່ສານ ລາວ ຢັ້ງຢືນວ່າ: ດ້ວຍລະດັບການເຕີບໂຕຢ່າງໄວວາ ແລະ ໃນສະໄໝເສດຖະກິດ ດີຈີຕອນປັດຈຸບັນ, ICT ແລະ ເຕັກໂນໂລຢີຈະສວມບົດບາດສຳຄັນໃນການພັດທະນາເສດຖະກິດ - ສັງຄົມຢູ່ແຕ່ລະປະເທດ. ທ່ານ ທອງໃສ ຊານໄຊຍະ ໄດ້ສະແດງຄວາມຫວັງວ່າ ບັນດາປະເທດໃນພາກພື້ນຈະເພີ່ມທະວີການຮ່ວມມືໃນຂອບເຂດການຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງ ໃຫ້ຫຼາຍກ່ວາອີກເພື່ອບັນລຸໄດ້ບັນດາຜົນງານໃນການພັດທະນາແບບຍືນຍົງ, ຮອບດ້ານ ຢູ່ພາກພື້ນໃນຂົງເຂດ ICT, ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ.

        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ ແລະ ຜູ້ຕາງໜ້າບັນດາປະເທດໄດ້ແບ່ງປັນບັນດາບົດຮຽນໃນການສ້າງນະໂຍບາຍ, ຮ່າງກົດໝາຍວ່າດ້ວຍເຕັກໂນໂລຢີ, ໃນນັ້ນໄດ້ເຕື້ອງເຖິງວິທີການນຳໃຊ້ ICT ຢູ່ແຕ່ປະເທດ, ບັນດາແຜນການ ແລະ ການຊີ້ນຳຂອງແຕ່ລະປະເທດໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງການພັດທະນາແບບຍືນຍົງ, ເສດຖະກິດດີຈີຕອນ ແລະ ການຫັນປ່ຽນເຕັກນິກດີຈີຕອນ.

TAG
VOV/VOVworld/ແມ່​ນ້ຳ​ຂອງ/ລ້ານ​ຊ້າງ/ICT

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ