logo

ບັນດາພະນັກງານພະຍາບານສຸດຈິດສຸດໃຈເພື່ອກູ້ເອົາຊີວິດຂອງຄົນເຈັບ

2025/2/23 | 09:00:00
(VOVWORLD) - 70% ແຮງງານຢູ່ບັນດາໂຮງໝໍ ແມ່ນພະນັກງານພະຍາບານ, ຊື່ງແມ່ນຜູ້ໄດ້ສຳຜັດ ແລະ ເບິ່ງແຍງຄົນເຈັບຫລາຍທີ່ສຸດ. ແຕ່ລະມື້, ບັນດາພະຍາບານຕ້ອງປະເຊີນຫນ້າກັບຫລາຍຄວາມກົດດັນ ແຕ່ເຂົາເຈົ້າຍັງຄົງສຸດຈິດສຸດໃຈກັບວຽກງານເພື່ອນຳມາເຊິ່ງການຟື້ນຟູສຸຂະພາບໃຫ້ແກ່ຄົນເຈັບ.


ພະນັກງານການແພດຢູ່ໂຮງໝ ໍຫືວຫງິ້ ຫນູນຊ່ວຍປະຊາຊົນໃນການກວດພະຍາດ.(ພາບ: Bệnh viện Hữu nghị)/ໂຮງໝໍມິດຕະພາບ)

70% ແຮງງານຢູ່ບັນດາໂຮງໝໍ ແມ່ນພະນັກງານພະຍາບານ, ຊື່ງແມ່ນຜູ້ໄດ້ສຳຜັດ ແລະ ເບິ່ງແຍງຄົນເຈັບຫລາຍທີ່ສຸດ. ແຕ່ລະມື້, ບັນດາພະຍາບານຕ້ອງປະເຊີນຫນ້າກັບຫລາຍຄວາມກົດດັນ ແຕ່ເຂົາເຈົ້າຍັງຄົງສຸດຈິດສຸດໃຈກັບວຽກງານເພື່ອນຳມາເຊິ່ງການຟື້ນຟູສຸຂະພາບໃຫ້ແກ່ຄົນເຈັບ.

ຢູ່ ພະແນກມໍລະສຸມ (ICU)  ໂຮງໝໍຫຶວຫງິ້ (ມິດຕະພາບ) ໄດ້ຍິນພຽງແຕ່ສຽງຈາກບັນດາເຄື່ອງຊ່ວຍຫາຍໃຈ ແລະ ສຽງຍ່າງຢ່າງຟ້າວຟັ່ງຂອງຖັນແຖວພະນັກງານການແພດ. 30 ຕຽງຄົນເຈັບຢູ່ພະແນກເກືອບຄືວ່າເຕັມໝົດ. ຄົນເຈັບສ່ວນຫລາຍແມ່ນຜູ້ອາຍຸສູງ, ເວລາຢູ່ປິ່ນປົວກໍ່ຍາວນານ ແລະ ສ່ວນຫລາຍແມ່ນເຈັບຫນັກ ສະນັ້ນ ທຸກວຽກງານນັບແຕ່ການເບິ່ງແຍງດ້ານວິຊາສະເພາະ ຕະຫລອດຮອດຈິດໃຈ, ເລື່ອງກິນດຶ່ມ, ອະນາໄມສ່ວນຕົວ ລ້ວນແຕ່ແມ່ນພະຍາບານຮັບຜິດຊອບ. ບັນດາພະນັກງານພະຍາບານຢູ່ທີ່ນີ້ໄດ້ຮັບການຂະຫນານນາມວ່າ ແມ່ນຜູ້ເຝົ້າປະຕູ, ກູ້ເອົາຊີວິດໃຫ້ແກ່ຄົນເຈັບ. ນາງ ຫງວຽນລິງຈິ ຫົວຫນ້າພະຍາບານ ຢູ່ ພະແນກມໍລະສຸມ  ໂຮງໝໍມິດຕະພາບ ໃຫ້ຮູ້ວ່າ:

ວຽກງານໃນທຸກມື້ຂອງພະຍາບານ ແມ່ນຫລາຍທີ່ສຸດ. ເລີ່ມຕົ້ນເຮັດວຽກມື້ຫນຶ່ງແມ່ນການແລກປ່ຽນວຽກງານ, ມອບຮັບຫນ້າທີ່ຈາກຜູ້ຍາມກ່ອນ. ຫລັງຈາກນັ້ນ ແມ່ນເບິ່ງແຍງດູແລ ອະນາໄມຊ່ອງປາກ, ດູດຂີ້ກະເທີ່,  ຕີລາຄາອາການຂອງຄົນເຈັບ ແລະ ບັນດາວິທີການປິ່ນປົວຊ່ວຍທ່ານໝໍ”.

ຕາມການຄົ້ນຄ້ວາຢູ່ ຫວຽດນາມ ແລ້ວ, ມື້ຫນື່ງ ພະຍາບານ ຕ້ອງປະຕິບັດກວ່າ 100 ຫນ້າວຽກ, ບໍ່ພຽງແຕ່ປະຕິບັດຕາມຄຳສັ່ງຂອງທ່ານໝໍເທົ່ານັ້ນ ຫາກຍັງຕ້ອງເບິ່ງແຍງບັນດາຄວາມຕ້ອງການທີ່ຈຳເປັນຂອງຄົນເຈັບອີກດ້ວຍ. ທ່ານໝໍ ໂຕຮວ່າງເຢືອງ, ຮອງຫົວຫນ້າພະແນກມໍລະສຸມ ໂຮງໝໍມິດຕະພາບໃຫ້ຮູ້ວ່າ:

ກຸ່ມພະນັກງານພະຍາບານ ຍາມໃດກໍ່ສວມບົດບາດສຳຄັນ, ເກືອບຄືວ່າແມ່ນຂົວຕໍ່ລະຫວ່າງທ່ານໝໍ ແລະ ຄົນເຈັບ, ຫັນບັນດາບັນຫາກ່ຽວກັບການສັ່ງກວດ ປິ່ນປົວໃຫ້ປະກົດຜົນເປັນຈິງ ພິເສດໃນວຽກງານເບິ່ງແຍງດູແລຄົນເຈັບ ກໍ່ຄືຕິດຕາມບັນດາການຜັນແປອາການຫນັກ ຫລື ພ້ອມກັບພວກຂ້າພະເຈົ້າຕີລາຄາອາການຕອບສະໜອງຂອງຄົນເຈັບໃນວິວັດການປິ່ນປົວຢູ່ບັນດາພະແນກ, ຫ້ອງ ແລະ ພິເສດແມ່ນພະແນກມໍລະສຸມ   ອາການສຸຂະພາບຂອງຄົນເຈັບຫນັກແມ່ນປ່ຽນແປງໄປແຕ່ລະມື້, ແຕ່ລະຊົ່ວໂມງ. ສະນັ້ນ ຕ້ອງຕິດຕາມ, ເບິ່ງແຍງຢ່າງສຸດຈິດສຸດໃຈ, ລອບຄອບຖິ່ຖ້ວນ ແລະ ມີການຕອບກັບທ່ານໝໍເພື່ອດັັດປັບຄຳສ່ັງປິ່ນປົວ”

ອາດເວົ້າໄດ້ວ່າ ນອກຈາກຄວາມຮັກອາຊີບ, ພະຍາບານແຕ່ລະຄົນ ຍັງຖືຕົນເອງຄືກໍລະນີຂອງຄົນເຈັບ, ພີ່ນ້ອງຂອງຄົນເຈັບເພື່ອໃຫ້ມີຄວາມເຂົ້າໃຈ, ເຫັນອົກເຫັນໃຈຕໍ່ຄົນເຈັບ.

ບາງເທື່ອ ຂ້າພະເຈົ້າກໍ່ຮູ້ສຶກອິດເມື່ອຍຫລາຍ. ແຕ່ເຖິງຢ່າງໃດກໍ່ຕາມ ພາຍຫລັງການກູ້ເອົາຊີວິດຄົນເຈັບໄດ້ແລ້ວ, ເມື່ອຄົນເຈັບມີສະຕິ... ຂ້າພະເຈົ້າກໍ່ຮູ້ສຶກດີໃຈຫລາຍ”.

“ຂ້າພະເຈົ້າຄິດວ່າ ຄົນເຈັບຄືພີ່ນ້ອງຂອງຕົນ, ເຂົາເຈົ້າຕ້ອງການການຊ່ວຍເຫລືອຈາກເຮົາ. ຂ້າພະເຈົ້າຮູ້ສຶກດີໃຈເມື່ອໄດ້ຊ່ວຍໃຫ້ຄົນເຈັບຫາຍດີໄວ ແລະ ເຫັນວ່າ ອາຊີບທີ່ຕົນເຮັດແມ່ນມີປະໂຫຍດຕໍ່ທຸກຄົນ”.

ຄວາມສຸດຈິດສຸດໃຈຂອງບັນດາພະນັກງານພະຍາບານ ແມ່ນໄດ້ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການຟື້ນຟູສຸຂະພາບຂອງບັນດາຄົນເຈັບ.

“ເວລາຊື່ງພະຍາບານເບິ່ງແຍງດູແລຄົນເຈັບແມ່ນຫລາຍທີ່ສຸດ. ຄົນເຈັບຫາຍໄວ, ສຸຂະພາບດີຂຶ້ນ ແມ່ນບໍ່ພຽງແຕ່ຍ້ອນມີຄວາມມານະພະຍາຍາມຂອງຕົນເອງເທົ່ານັ້ນ ຫາກຍັງຍ້ອນມີຄວາມເອົາໃຈໃສ່ຂອງບັນດາທ່ານໝໍ ແລະ ການເບິ່ງແຍງດູແລກຢ່າງສຸດຈິດສຸດໃຈຂອງພະຍາບານອີກດ້ວຍ”.

“ບັນດາພະຍາບານແມ່ນຄືກັນກັບອ້າຍນ້ອງຄີງໃນຄອບຄົວ, ຍາມໃດກໍ່ສຸດຈິດສຸດໃຈ ຮັກແພງພວກຂ້າພະເຈົ້າ. ພວກຂ້າພະເຈົ້າກໍ່ຂໍຂອບອົກຂອບໃຈ ແລະ  ຮັກແພງພະຍາບານທີ່ສຸດ”.

ການດຳເນີນຊີວິດຂອງສະໂມສອນຄົນເຈັບ ຢູ່ ໂຮງໝໍມິດຕະພາບ. (ພາບ:Bệnh viện Hữu nghị)/ໂຮງໝໍມິດຕະພາບ)

  ອາຊີບເປັນພະນັກງານພະຍາບານແມ່ນຫຍຸ້ງຍາກລຳບາກຫລາຍ. ເມື່ອຄົນເຈັບສາມາດຜ່ານຜ່າໄລຍະຫຍຸ້ງຍາກ, ເອົາຊະນະກັບພະຍາດ ແລະ ກັບຄືນສູ່ຊີວິດປະຈຳວັນ ນັ້ນແມ່ນຄວາມປິຕິຊົມຊື່ນໃຫຍ່ສຸດຂອງບັນດາພະຍາບານ, ແມ່ນກຳລັງຫນູນເພື່ອໃຫ້ເຂົາເຈົ້າຕິດພັນກັບອາຊີບ.

TAG
VOV/VOVworld/ພະນັກງານພະຍາບານ/ພະແນກມໍລະສຸມ/ໂຮງໝໍມິດຕະພາບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ