ຕອນຄ່ຳວັນທີ 12 ພຶດສະພາ 2022, ພິທີເປີດງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 31 ປີ 2022 (SEA Games) ໄດ້ດຳເນີນໄປຢ່າງອະລັງການ ແລະ ມີສີສັນຫຼາກຫຼາຍຢູ່ສະໜາມກິລາ ມິ້ດິ່ງ, ນະຄອນຫຼວງ ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງ 11 ຄະນະນັກກິລາຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ກອງທະຫານປະຕິບັດພິທີແຫ່ທຸງຊາດ ປະເທດ ສສ. ຫວຽດນາມ ພາບ: VNExpress |
ທຸງຊາດ ຫວຽດນາມ ຢູ່ສະໜາມກິລາ ມິ້ດິ່ງ ພາບ:Zing
ເປີດສາກພິທີເປີດແມ່ນບັນດາລາຍການສະແດງສິລະປະທີ່ເປັນໜ້າປະທັບໃຈ, ໂດຍໄດ້ແນວຄິດມາຈາກພາບທີ່ເປັນສັນຍາລັກໃຫ້ແກ່ປະເທດຊາດ ແລະ ຊາວ ຫວຽດນາມ. |
ການສະແດງກອງທອງ ພາບ: VNExpress |
ຟ້ອນໄມ້ໃຜ່ “ຫວຽດນາມ ສະບາຍດີ” |
ພາບ:Zing |
ຟ້ອນດອກບົວ “ວິນຍານ ຫວຽດນາມ” |
ບົດຟ້ອນດອກບົວແມ່ນການສົ່ງສານໃຫ້ບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກເພື່ອເປັ່ງປະກາຍແສງສະຫວ່າງ ພາບ:Zing |
ສັນຍາລັກຂອງ 40 ປະເພດກິລາ, ບັນດາປະເທດ ໄດ້ສະແດງອອກຜ່ານພາບແຕ້ມ ດົງໂຮ່ ພາບ:Zing |
ຟ້ອນກຸບ “ເສັ້ນທາງມາ ຫວຽດນາມ” ພາບ:Zing
ຍ້ອນໂລກລະບາດໂຄວິດ-19, ແຕ່ລະຄະນະນັກກິລາໄດ້ຈັດສົ່ງນັກກິລາ 31 ຄົນ - ຕົວເລກທີ່ເປັນຕົວແທນໃຫ້ງານມະຫາກຳກິລາ ຄັ້ງທີ 31 - ເຂົ້າຮ່ວມການເດີນຂະບວນ. |
ນັກກິລາລອຍນ້ຳ ຫງວຽນຮຸຍຮ່ວາງ ເປັນກຽດໄດ້ຈັບທຸງຊາດ ນຳໜ້າຄະນະນັກກິລາ ຫວຽດນາມ ເດີນເຂົ້າເວທີ |
ພິທີແຫ່ ແລະ ຊັກທຸງສະຫະພັນກິລາ ອາຊີຕາເວັນອອກສ່ຽງໃຕ້ ແລະ ທຸງ SEA Games ພາບ:Zing |
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຖະແຫຼງເປີດ SEA Games 31 |
ຈູດທວນໄຟ SEA Games 31 ຢ່າງເປັນທາງການ |
ທວນໄຟຢູ່ສະໜາມກິລາ ມິ້ດິ່ງ ໄດ້ຈູດຄືນໃໝ່ ນັບແຕ່ຄັ້ງທຳອິດຫ່າງຈາກນີ້ 19 ປີໃນ SEA Games 22 ພາບ: VNExpress |
Let's Shine (ຈົ່ງປະກາຍແສງສະຫວ່າງ), ບົດເພງຫົວຂໍ້ຂອງ SEA Games 31 ແລະ ສິ້ນສຸດພິທີໄຂ ດ້ວຍການຍິງບັ້ງໄຟດອກພາບ: Zing |




