logo

ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ​້າ​ທີ່​ຂັ້ນ​ສູງ ອາຊຽນ + 3 ແລະ ກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງ​ຂອງ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ

2019/7/31 | 08:49:41
(VOVWORLD) - ຕາມແຜນການແລ້ວ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຈະເລີ່ມມີບັນດາການເຄື່ອນໄຫວຢ່າງເປັນທາງການແຕ່ຕອນຄ່ຳວັນທີ 30 ກໍລະກົດ ແລະ ກອງປະຊຸມ AMM-52 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 31 ກໍລະກົດ.
 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

       ໂດຍສືບຕໍ່ບັນດາການເຄື່ອນໄຫວກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 52 (AMM-52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 30 ກໍລະກົດ, ຢູ່ບາງກອກ, ປະເທດໄທບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ + 3 (ຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ແລະ ບັນດາເຈົ້າໜ້າທີ່ຂັ້ນສູງບັນດາປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ໄດ້ປະຊຸມເພື່ອກວດກາຄືນໃໝ່, ການປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ + 3 ຄັ້ງທີ 20 ແລະ ກອງປະຊຸມລັດຖະມົນຕີບັນດາປະເທດເຂົ້າຮ່ວມຂັ້ນສູງ ອາຊີຕາເວັນອອກຄັ້ງທີ 9 ເຊິ່ງຈະດຳເນີນໃນວັນທີ 2 ສິງຫາ. ທ່ານ ຫງວຽນກ໊ວກຢຸ໊ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວ.

        ທີ່ກອງປະຊຸມ, ບັນດາເຈົ້າໜ້າທີຂັ້ນສູງບັນດາປະເທດ ອາຊຽນ +3 ແລະ EAS ໄດ້ອັບເດດສະພາບການຜັນຂະຫຍາຍການຮ່ວມມືຕາມແຜນການປະຕິບັດວຽກງານ ASEAN +3 ແລະ ໂຄງການດຳເນີນງານ Manila (2018 -2022), ກວດກາຄືນຄວາມຄືບໜ້າການຮຽບຮຽງເອກະສານນອນໃນຂອບເຂດ ASEAN + 3 ແລະ EAS ເພື່ອຍື່ນສະເໜີຕໍ່ບັນດາກອງປະຊຸມຂັ້ນສູງທ້າຍປີ ແລະ ແລກປ່ຽນທິດທາງຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄືການຮ່ວມມືທາງທະເລ, ການປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ຄວາມປອດໄພດ້ານອິນເຕີແນັດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ…

        ຕາມແຜນການແລ້ວ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຈະເລີ່ມມີບັນດາການເຄື່ອນໄຫວຢ່າງເປັນທາງການແຕ່ຕອນຄ່ຳວັນທີ 30 ກໍລະກົດ ແລະ ກອງປະຊຸມ AMM-52 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 31 ກໍລະກົດ.

TAG
VOV/VOVworld/ກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ​້າ​ທີ່​ຂັ້ນ​ສູງ ອາຊຽນ + 3/ກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ