ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນການພົບປະຢູ່ Alaska ໃນວັນທີ 15/8 (ພາບ: Reuters) |
ວັນທີ 15 ສິງຫາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ພົບປະກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ຢູ່ Alaska. ວັນທີ 18 ສິງຫາ, ທ່ານ Donald Trump ໄດ້ໃຫ້ການຕ້ອນຮັບທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ພ້ອມດ້ວຍການນຳເອີຣົບ ຫຼາຍທ່ານຢູ່ທຳນຽບຂາວ. ບັນດາການກະທຳທາງການທູດຂັ້ນສູງຢ່າງລຽນຕິດນີ້ ພວມເປີດຄວາມຫວັງບັນລຸໄດ້ມາດຕະການຍາວນານໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.
ຄຳໝັ້ນສັນຍາໃຫ້ແກ່ ຢູແກຼນ ແລະ ເອີຣົບ
ໃນການພົບປະລະຫວ່າງທ່ານ Donald Trump ປະທານາທິບໍດີອາເມລິກາ ກັບທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ແລະ ການນຳເອີຣົບຫຼາຍທ່ານ, ລວມມີ: ນາຍົກລັດຖະມົນຕີ ເຢຍລະມັນ, ປະທານາທິບໍດີ ຝລັ່ງ, ນາຍົກລັດຖະມົນຕີ ອັງກິດ… ໃນວັນທີ 18 ສິງຫາ ຢູ່ທຳນຽບຂາວ, ບັນດາຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມສຳຄັນຈຳນວນໜຶ່ງ ທີ່ມີລັກສະນະເປັນບາດລ້ຽວສຳລັບການປະທະກັນລະຫວ່າງລັດເຊຍ - ຢູແກຼນ. ລະອຽດ, ອຳນາດການປົກຄອງ ອາເມລິກາ ເຫັນດີເປັນເອກະພາບຕໍ່ຫຼັກການ ຈະພ້ອມກັບບັນດາປະເທດເອີຣົບ ສ້າງກົນໄກຮັບປະກັນຄວາມໝັ້ນຄົງໃໝ່ໃຫ້ແກ່ ຢູແກຼນ, ຄ້າຍຄືກັນກັບມາດຕາ 5 ກ່ຽວກັບການປ້ອງກັນຕົວລວມໝູ່ຂອງ NATO, ເຖິງວ່າທ່ານ Donald Trump ໄດ້ຍົກເລີກແຜນການ ຢູແກຼນ ເຂົ້າເປັນສະມາຊິກ NATO ແລ້ວ.
ນັກຊ່ຽວຊານ Moritz Weiss, ຫົວໜ້າພະແນກພົວພັນສາກົນສັງກັດມະຫາວິທະຍາໄລ Ludwig – Maximilians ຢູ່ Munich (ພາບ: Reuters) |
ທ່ານ Mark Rutte ເລຂາທິການໃຫຍ່ NATO ຖືວ່າ ເລື່ອງ ອາເມລິກາເຫັນດີພ້ອມກັບ ເອີຣົບ ຮັບປະກັນຄວາມໝັ້ນຄົງນັ້ນ “ແມ່ນບາດກ້າວບຸກທະລຸ” ສຳລັບ ຢູແກຼນ ຢ່າງແທ້ຈິງ, ໃນນັ້ນ ທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ ໃຫ້ຂໍ້ສັງເກດວ່າ ການພົບປະໃນວັນທີ 18 ສິງຫາ ອາດຈະແມ່ນ “ບາດກ້າວຄັ້ງປະຫວັດສາດ” ສຳລັບຄວາມໝັ້ນຄົງຂອງ ຢູແກຼນ ແລະ ເອີຣົບ. ຄຳໝັ້ນສັນຍາດັ່ງກ່າວກໍສ້າງຂີດໝາຍແກ່ການປ່ຽນແປງທີ່ສຳຄັນໃນທັດສະນະຂອງ ອາເມລິກາ ທີ່ມີຕໍ່ ເອີຣົບ, ເພາະວ່າໃນຫຼາຍເດືອນຜ່ານມາ ທ່ານ Donald Trump ຍາມໃດກໍປະຕິເສດຄວາມອາດສາມາດທີ່ ອາເມລິກາ ຈະແຊກແຊງເຂົ້າອະນາຄົດຄວາມໝັ້ນຄົງ ຢູແກຼນ ພາຍຫຼັງການປະທະກັນ ເພາະຖືວ່າ “ນີ້ແມ່ນວຽກຂອງ ເອີຣົບ”. ນັກຊ່ຽວຊານ Moritz Weiss, ຫົວໜ້າພະແນກພົວພັນສາກົນສັງກັດມະຫາວິທະຍາໄລ Ludwig – Maximilians ຢູ່ Munich (ເຢຍລະມັນ) ໃຫ້ຂໍ້ສັງເກດວ່າ:
“ໝາກຜົນຂອງກອງປະຊຸມຢູ່ທຳນຽບຂາວແມ່ນສັນຍານຕັ້ງໜ້າທີ່ສຸດ. ພວກເຮົາໄດ້ເຫັນປະຈັກຕາ ເອີຣົບ ມີສຽງເວົ້າລວມ ແລະ ທ່ານ Donald Trump ຖືສິ່ງນັ້ນເປັນສຳຄັນ. ພວກເຮົາກໍເຫັນວ່າ ບັນດາຄຳຮຽກຮ້ອງເຊິ່ງທ່ານປະທານາທິບໍດີ Zelensky ໄດ້ຍົກອອກມານັ້ນ ແມ່ນເໝາະສົມ. ສິ່ງສຳຄັນກວ່າອີກ, ນັ້ນແມ່ນຈະມີບັນດາການເຈລະຈາຮອບຕໍ່ໄປ, ຢ່າງໜ້ອຍສຸດແມ່ນຕາມແຜນການປັດຈຸບັນ. ຂ້າພະເຈົ້າຄິດວ່າ ເລື່ອງເວົ້າກ່ຽວກັບສັນຕິພາບ ຍາມໃດກໍດີກວ່າການກໍ່ໃຫ້ເກີດການຕໍ່ສູ້”
ເມື່ອແບ່ງປັນກ່ຽວກັບທັດສະນະນີ້, ທ່ານນາງ Heather Grabbe, ນັກຊ່ຽວຊານ ສະຖາບັນຄົ້ນຄວ້າ Bruegel ມີສຳນັກງານຕັ້ງຢູ່ ບຣຸກແຊັນ (ແບນຊິກ) ຖືວ່າ ຂໍ້ຕົກລົງຄວາມໝັ້ນຄົງຂອງ ອາເມລິກາ ອາດຈະແມ່ນໜຶ່ງໃນບັນດາປັດໄຈແກ່ນສານຊຸກຍູ້ການສ້າງມາດຕະການຍາວນານໃຫ້ແກ່ບັນຫາຢູແກຼນ.
ກອງປະຊຸມສຸດຍອດສອງຝ່າຍ, ສາມຝ່າຍ
ໄປຄຽງຄູ່ກັບຄຳໝັ້ນສັນຍາຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ນັ້ນ, ບັນດາຝ່າຍກໍພວມມານະພະຍາຍາມສ້າງຂອບເຂດທີ່ສະດວກເພື່ອຈັດການພົບປະສຸດຍອດ 2 ຝ່າຍ, 3 ຝ່າຍລະຫວ່າງ ລັດເຊຍ ແລະ ຢູແກຼນ, ດ້ວຍການເຂົ້າຮ່ວມຂອງ ອາເມລິກາ ແລະ ບັນດາປະເທດ ເອີຣົບ. ວັນທີ 19 ສິງຫາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ທ່ານໄດ້ຮັບການເຫັນດີຈາກທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່ຽວກັບການຈັດການພົບປະລະຫວ່າງທ່ານ Putin ແລະ ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ, ໃນຊຸມເດືອນຈະມາເຖິງ. ຖ້າໄດ້ຮັບການດຳເນີນ, ນີ້ຈະແມ່ນການພົບປະຂັ້ນສູງຄັ້ງທຳອິດລະຫວ່າງການນຳ ລັດເຊຍ ແລະ ຢູແກຼນ ນັບແຕ່ເມື່ອເກີດການປະທະກັນແຕ່ເດືອນກຸມພາ 2022. ການພົບປະນັ້ນ ອາດຈະສືບຕໍ່ດ້ວຍກອງປະຊຸມສຸດຍອດ 3 ຝ່າຍ ໂດຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອາເມລິກາ Donald Trump.
ສຳລັບຝ່າຍ ລັດເຊຍ, ພາຍຫຼັງການພົບປະສຸດຍອດ ອາເມລິກາ - ລັດເຊຍ ຢູ່ Alaska, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ ທ່ານບໍ່ຄັດຄ້ານແນວຄິດຈັດການພົບປະກັບຄູ່ຕຳແໜ່ງ ຢູແກຼນ ແຕ່ເນັ້ນໜັກວ່າ ການພົບປະຄືແນວນັ້ນ ຕ້ອງມີຄົບທຸກເງື່ອນໄຂ. ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ກໍໄດ້ຢ້ຳຄືນສານດັ່ງກ່າວ ໃນວັນທີ 19 ສິງຫາ, ເມື່ອມີຂໍ້ມູນຖືວ່າ ການພົບປະສຸດຍອດ ລັດເຊຍ - ຢູແກຼນ ຈະດຳເນີນໃນໄວໆນີ້.
“ພວກຂ້າພະເຈົ້າບໍ່ປະຕິເສດບໍ່ວ່າຮູບແບບການເຮັດວຽກໃດ, ເຖິງວ່າສອງຝ່າຍ ຫຼື ສາມຝ່າຍ. ບັນຫາຕົ້ນຕໍແມ່ນບໍ່ວ່າຮູບແບບໃດ, 1+1, 1+2 ຫຼື ຫຼາຍຝ່າຍ… ກໍບໍ່ແມ່ນເພື່ອຮັບໃຊ້ໃຫ້ແກ່ການເຜີຍແຜ່ຂ່າວໃນສື່ມວນຊົນ, ສື່ສັງຄົມອອນໄລ ຫຼືວ່າໃຫ້ແກ່ວຽກງານໂຄສະນາເຜີຍແຜ່. ທຸກຢ່າງຕ້ອງເຮັດໄປເທື່ອລະບາດກ້າວແຕ່ລະຂັ້ນຕອນ, ເລີ່ມແຕ່ຂັ້ນນັກຊ່ຽວຊານ ແລະ ຜ່ານທຸກຂັ້ນຕອນທີ່ຈຳເປັນເພື່ອກ້າວໄປເຖິງການພົບປະສຸດຍອດ. ນັ້ນແມ່ນວິທີເຂົ້າເຖິງຂອງພວກຂ້າພະເຈົ້າ”.
ຕາມວົງການນັກສັງເກດການ, ເຖິງວ່າໂອກາດຈັດການພົບປະສຸດຍອດ ລັດເຊຍ - ຢູແກຼນ ຫຼື ການພົບປະສຸດຍອດ 3 ຝ່າຍ (ພ້ອມກັບ ອາເມລິກາ) ຫຼື ຫຼາຍຝ່າຍ (ມີບັນດາປະເທດເອີຣົບນຳ) ໃນຊຸມອາທິດຕໍ່ໄປ ແມ່ນມີຄວາມເປັນໄປໄດ້ສູງພໍສົມຄວນ ແຕ່ເລື່ອງບັນດາປະເທດ ເອີຣົບ ສຸມໃສ່ແງ່ມູມຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ໃນຈຸດເວລາປັດຈຸບັນຫຼາຍເກີນໄປນັ້ນ ອາດຈະສ້າງເປັນຮົ້ວກີດຂວາງ. ໃນບັນດາຖະແຫຼງການຫຼ້າສຸດ, ຝ່າຍ ລັດເຊຍ ຢັ້ງຢືນຄືນເລື່ອງປະເທດນີ້ບໍ່ຍອມຮັບບໍ່ວ່າແຜນການໃດທີ່ໃນນັ້ນ ມີ ທະຫານຂອງບັນດາປະເທດ NATO ໃນດິນແດນ ຢູແກຼນ ໂດຍກົງ, ພ້ອມທັງເນັ້ນໜັກວ່າ ບໍ່ວ່າການຮັບປະກັນຄວາມໝັ້ນຄົງໃດໃຫ້ແກ່ ຢູແກຼນ ກໍຕ້ອງຄິດໄລ່ເຖິງຜົນປະໂຫຍດຄວາມໝັ້ນຄົງຍານນານ ແລະ ຍຸດທະສາດຂອງ ລັດເຊຍ./.




