logo

ບັນດາສະຖານທີ່ທ່ອງທ່ຽວດຶງດູດໃຈໃນໂອກາດວັນພັກ 2 ກັນຍາ

2022/9/2 | 05:39:00
(VOVWORLD) - ວັນພັກ 4 ວັນເນື່ອງໃນໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ. ນີ້ແມ່ນເວລາເພື່ອໃຫ້ຫຼາຍຄົນໄປທ່ອງທ່ຽວພ້ອມກັບຄອບຄົວ, ເພື່ອນມິດ.
ໄປເຂດ ໄຕບັກ
ຢ້ຽມຊົມລະດູເກັບກ່ຽວເຂົ້າ ຕົ້ນເດືອນ ກັນຍາ, ຕຸລາ ແຕ່ລະປີແມ່ນຈຸດເວລາສວຍງາມທີ່ສຸດຂອງພູພາປ່າໄມ້ເຂດ ໄຕບັກ, ຍາມລະດູເຂົ້າສຸກເຫຼືອງຢູ່ທົ່ງນາຂັ້ນໄດ. ນັ້ນກໍ່ແມ່ນຈຸດເວລາທີ່ອາກາດຢູ່ເຂດ ໄຕບັກ ເໝາະແກ່ການໄປທ່ອງທ່ຽວ. ບັນດາສະຖານທີ່ຢ້ຽມຊົມເຂົ້າສຸກເຫຼືອງຢູ່ທົ່ງນາຂັ້ນໄດທີ່ມີຊື່ສຽງລວມມີ: ຊາປາ (ແຂວງ ລາວກາຍ), ມຸ່ກາງຈາຍ (ແຂວງ ອຽນບາຍ).
(ພາບ: ນາມເຈິ່ນ)
ຮັບຊົມດວງຕາເວັນຂຶ້ນຢູ່ທະເລ ທາຍບິ່ງ ທະເລ
ທາຍບິ່ງ ຂຶ້ນກັບຕາແສງ ທຸຍຊວັນ, ເມືອງ ທາຍຖຸຍ, ແຂວງ ທາຍບິ່ງ. ເພື່ອຮັບຊົມດວງຕາເວັນຂຶ້ນຢູ່ແຫ່ງນີ້, ນັກທ່ອງທ່ຽວຕ້ອງມາເຂດຫາດຊາຍທະເລແຕ່ເວລາ 4 ໂມງເຊົ້າ.
(ພາບ: ດວ່ານງອັກແອັງ)
ອ່າວ ຮະລອງ
ມາທ່ອງທ່ຽວຢູ່ເຂດອ່າວ ຮະລອງ, ພວກເພື່ອນຈະໄດ້ຮັບຊົມສະຖາປັດຕະຍາກຳຂອງທຳມະຊາດທີ່ໃຫຍ່ໂຕມະໂຫຖານ ແລະ ເປັນເອກະລັກສະເພາະ. ຢູ່ແຫ່ງນີ້ມີເກາະໃຫຍ່, ນ້ອຍນັບຮ້ອຍເກາະ, ພ້ອມກັບຖ້ຳແຫ່ງຕ່າງໆ.
(ພາບ: baoquangninh.com.vn)
ໂນນຊາ ແທັງເຈືອງ
ເງະອານ
ເງະອານ ຍາມໃດກໍ່ດຶງດູດໃຈນັກທ່ອງທ່ຽວ ດ້ວຍເຂດຮ່ອງຮອຍປະຫວັດສາດ, ທິວທັດທຳມະຊາດ, ຄື: ເຂດຮ່ອງຮອຍປະຫວັດສາດ ກິມລຽນ ເຊ່ງແມ່ນບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ, ຫາດຊາຍທະເລ ເກືອລໍ, ປ່າສະຫງວນແຫ່ງຊາດ ຝຸ່ມາດ, ໂນນຊາ ແທັງເຈືອງ… 
(ພາບ: vtc.vn)
ກຸຍເຍີນ, ບິ່ງດິ້ງ
ກຸຍເຍີນ ມີຫາດຊາຍທະເລແບບປະຖົມປະຖານ, ທິວທັດທຳມະຊາດສວຍງາມທີ່ສຸດ, ພົ້ນເດັ່ນແມ່ນເຂດ ແອວຢໍ. ໄປ ແອວຢໍ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມທະເລທີ່ກວ້າງໃຫຍ່ໄພສານເທົ່ານັ້ນ, ຫາກຍັງໄດ້ຮັບຊົມຜາຫີນທີ່ເປັນເອກະລັກສະເພາະຢູ່ທ່າມກາງທະເລອີກດ້ວຍ. ທະເລໄປຫາ ແອວຢໍ
(ພາບ: TTXVN)
ຝຸອຽນ
ໂດຍນອນຢູ່ເຂດດິນແຄມຝັ່ງທະເລທາງພາກໃຕ້, ຝູອຽນ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີທິວທັດທຳມະຊາດດຶງດູດໃຈຫຼາຍແຫ່ງ. ສິ່ງພິເສດຢູ່ທີ່ນີ້ແມ່ນມີເສັ້ນທາງແຄມທະເລທີ່ມີລວງຍາວເກືອບ 200 ກມ.
(ພາບ: baolamdong.vn)
ຝູກວກ, ກຽນຢາງ
ໄປທ່ອງທ່ຽວຢູ່ ຝູກວກ ໃນເດືອນ ກັນຍາ, ພວກເພື່ອນຈະໄດ້ເຫັນຄວາມສວຍງາມທັງໝົດຂອງເກາະດ້ວຍອາກາດທີ່ເຢັນສະບາຍ.
ບ້າຍເຊົາ - ນະຄອນ ວູງເຕົາ
ວູງເຕົ່າ
ສຳລັບຜູ້ມັກໄປເຂດທະເລ ແລະ ມັກຖ່າຍຮູບນັ້ນ, ວູງເຕົ່າ ແມ່ນສະຖານທີ່ບໍ່ສາມາດພາດໄດ້ໃນໂອກາດວັນພັກທີ 2 ກັນຍາ ນີ້.
(ພາບ: TTXVN)
ດ່າລາດ
ເດືອນ ກັນຍາ, ຢູ່ ດ່າລາດ ຝົນເຊົາຕົກຫຼາຍແລ້ວ ນີ້ແມ່ນເງື່ອນໄຂທີ່ດີຕໍ່ຜູ້ໄປທ່ອງທ່ຽວຄົ້ນຫາໃນໂອກາດວັນທີ 2 ກັນຍາ.
(ພາບ: vtc.vn)
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ