logo

ບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈີມິນ

2019/5/18 | 17:00:00

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງ 129 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ((19/05/1890 - 19/05/2019), ພວກເຮົາພ້ອມກັນເບິ່ງຄືນບັນດາຮູບພາບເອກະສານອັນລ້ຳຄ່າກ່ຽວກັບປະທານໂຮ່ຈິີມິນ ເພື່ອມີຄວາມເຂົ້າໃຈຕື່ມອີກກ່ຽວກັບຊີວິດ ແລະ ພາລະກິດຂອງຜູ້ນຳຍິ່ງໃຫຍ່ຂອງຊາດຫວຽດນາມ.

ປະທານໂຮ່ຈີມິນ (19/5/1890 – 2/9/1969), ຊື່ແທ້ແມ່ນ ຫງວຽນຊີງກູງ (ຫງວຽນເຕີດແທ່ງ) ຢູ່ ບ້ານກີມລຽນ (ບ້ານແຊນ). ປະຈຸບັນ ເຮືອນຢູ່ຂອງເພີ່ນໄດ້ກາຍເປັນເຂດອະນຸສອນສະຖານ ປະທານໂຮ່ຈີມິນ ແລະ ໄດ້ຮັບການຢັ້ງຢືນແມ່ນເຂດປະຫວັດສາດພິເສດລະດັບຊາດ

ວັນທີ 05/6/1911 ຢູ່ ທ່າກຳປັ່ນ ຍ່າຣົ່ງ, ອ້າຍບ່າວ ຫງວຽນເຕີດແທ່ງ ໄດ້ເດີນທາງອອກຈາກປະເທດຊາດ, ຂຶ້ນກຳປັ່ນ Latouche Treville ເພື່ອໄປຫາເສັ້ນທາງກູ້ຊາດ.

ທ່າກຳປັ່ນ ຍ່າຣົ່ງ ປີ 1911 (ພາບເອກະສານ)

. ໃນຫລາຍປີແຫ່ງການເຄື່ອນໄຫວປະຕິວັດ, ເພີ່ນໄດ້ໃສ່ຊື່ແມ່ນ ຫງວຽນອາຍກວັກ ແລະ ຊື່ອື່ນໆອີກ. ພາບນັກປະຕິວັດ ຫງວຽນອາຍກວັກ ເມື່ອອາຍຸ 30 ປີ ໄລຍະຢູ່ ຝລັ່ງ ໄປຊອກຫາເສັ້ນທາງກູ້ຊາດ.


 ຫງວຽນອາຍກວັກ  ທີ່ກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກສັງຄົມ ຝລັ່ງ ຢູ່ Tours ເດືອນ 12/1920
  ວັນທີ 2/9/1945, ປະທານ ໂຮ່ຈີມິນ ອ່ານບົດຖະແຫລງປະກາດເອກະລາດຢູ່ ສະຫນາມຫລວງ ບາດີງ, ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ.
 ຄຳຮຽກຮ້ອງປະຊາຊົນໃນທົ່ວປະເທດເຂົ້າຮ່ວມການຕໍ່ຕ້ານ ໂດຍປະທານໂຮ່ຈີມິນ ຮຽບຮຽງ ແມ່ນຄຳປຸກລະດົມການຕໍ່ຕ້ານຕ້ານຝລັ່ງເມື່ອທ້າຍປີ 1946.

ປະທານໂຮ່ຈີມິນ ລົງຢ້ຽມຢາມ ແລະ ມອບແຖວຕົວຫນັງສື “ຈົ່ງຮັກພັກດີຕໍ່ປະເທດຊາດ, ສຸດຈິດສຸດໃຈຕໍ່ປະຊາຊົນ" ໃຫ້ມະຫາວິທະຍາໄລ ເຈີນກວັກຕວນ  ທີ່ພິທີໄຂສົກຮຽນເມື່ອປີ 1946.

ປະທານໂຮ່ຈີມິນ ຂ້າມຫ້ວຍໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 2 ຂອງພັກ ຢູ່ ເຂດຕໍ່ຕ້ານ ຫວຽດບັກ (ທາງທິດເຫນືອຫວຽດນາມ) ເມື່ອເດືອນ 2/1951. 

ປະທານໂຮ່ຈີມິນ ໂອ້ລົມກັບ ນ້ອງ ຫງວຽນທິແທງ, ຊື່ງແມ່ນຜູ້ຍາດໄດ້ນາມມະຍົດ ນັກຮົບແຂ່ງຂັນຂະແຫນງຜະລິດເຈ້ຍ ຊື່ງແມ່ນຜູ້ແທນມີອາຍຸຫນຸ່ມແຫນ້ນກວ່າໝູ່ມາຮ່ວມກອງປະຊຸມ ນັກຮົບແຂ່ງຂັນທົ່ວປະເທດຄັ້ງທີ 1.

(ພາບຖ່າຍຢູ່ ຕວຽນກວາງ ເດືອນ 5/1952)

ປະທານໂຮ່ຈີມິນ ໂອ້ລົມກັບພະນັກງານ ຢູ່ ຊຸດຮຽນຂອງບັນດາອົງການສູນກາງ

(ພາບຖ່າຍຢູ່ ຫວຽດບັກ ປີ 1953)

ພາບປະຫວັດສາດ ປະທານໂຮ່ຈີມິນ ພ້ອມກັບ ພົນເອກ ຫວໍງວຽນຢາບ ປຶກສາຫາລືແຜນການຕໍ່ສູ້ກ່ອນທີ່ເລີ່ມບັ້ນຮົບ ດ້ຽນບຽນຝູ ປີ 1954.

ປະທານໂຮ່ຈີມິນ ແລະ ພົນເອກ ຫວໍງວຽນຢາບ ໃນການໄປຢ້ຽມຢາມກົມກອງຕັ້ງທັບຢູ່ ບ່ອນປິດລັບເມື່ອປີ 1954. 

ປະທານໂຮ່ຈີມິນ ແລະ ປະທານ ສາທາລະນະລັດປະຊາທິປະໄຕ ເຢຍລະມັນ Wilhelm Pieck ເມື່ອປີ 1957

ປະທານໂຮ່ຈີມິນ ໂອ້ລົບກັບຜູ້ແທນເຂົ້າຮ່ວມກອງປະຊຸມສະຫລຸບວຽກງານກວດກາພັກ ຢູ່ ຮ່າໂນ້ຍ ເມື່ອວັນທີ 29/7/1964.

ປະທານໂຮ່ຈີມິນ ເຖິງແກ່ມໍລະນະກຳ ເວລາ 9 ໂມງ 47 ນາທີ ຕອນເຊົ້າວັນທີ 2 ກັນຍາປີ 1969 ດ້ວຍຄວາມໂສກເສົ້າສຸດເສຍດາຍຂອງຊາວຫວຽດນາມນັບລ້ານໆຄົນ ແລະ ປະຊາຊົນຢູ່ຫລາຍປະເທດໃນໂລກ.

(ພາບເອກະສານ: ຮູບພາບງານສົບປະທານໂຮ່ຈິມີນ ຢູ່ ສະຫນາມຫລວງ ບາດີງ)

TAG
VOV/VOVworld/ປະ​ທານ​ໂຮ່​ຈີ​ມິນ/ຫງວຽນ​ອາຍກວັກ/ຫງວ​ຽນ​ເຕີດ​ແທ່ງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ