logo

ບັ້ນ​ເຄື່ອນ​ໄຫວ​ຊຸມ​ຊົນ “ແບ່ງ​ປັນບຸນ​ເຕັດ” ນຳ​ເອົາ​ຄວາມ​ມ່ວນ​ຊື່ນ​ມາ​ຍັງເດັກ​ນ້ອຍ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ເຂດຊາຍ​ແດນ

2026/2/24 | 07:19:46
(VOVWORLD) - ວັນທີ 23 ກຸມພາ, ກຸ່ມປະຕິບັດວຽກງານກຸສົນ Fly To Sky, ສະມາຊິກຂອງເຄືອຂ່າຍອາສາສະໝັກແຫ່ງຊາດ, ຂຶ້ນກັບສູນອາສາສະໝັກແຫ່ງຊາດ - ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ, ໄດ້ປຸກລະດົມບັ້ນເຄື່ອນໄຫວຊຸມຊົນ “ແບ່ງປັນບຸນເຕັດ” ປີ 2026. ນີ້ແມ່ນປີທີ 5 ທີ່ກຸ່ມປະຕິບັດວຽກງານກຸສົນດັ່ງກ່າວໄດ້ຜັນຂະຫຍາຍບັ້ນເຄື່ອນໄຫວນີ້.
ບັ້ນເຄື່ອນໄຫວຂອງ ກຸ່ມປະຕິບັດວຽກງານກຸສົນ Fly To Sky ປີນີ້ ແກ່ຍາວແຕ່ວັນທີ 23 ກຸມພາ ຫາວັນທີ 16 ມີນາ.

ບັ້ນເຄື່ອນໄຫວປີນີ້ໄດ້ຮັບການຜັນຂະຫຍາຍຢູ່ 19 ສະຖານທີ່ໃນ7 ແຂວງ, ນະຄອນ, ແນໃສ່ຮຽກຮ້ອງການປະກອບເຂົ້າໜົມພາຍຫຼັງບຸນເຕັດ ເພື່ອມອບໃຫ້ເດັກນ້ອຍຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນ. ເພື່ອນໜຸ່ມ ເລວັນຝຸກ, ຫົວໜ້າກຸ່ມປະຕິບັດວຽກງານກຸສົນ Fly To Sky ແບ່ງປັນວ່າ:

“ຜ່ານບັ້ນເຄື່ອນໄຫວນີ້, ພວກຂ້າພະເຈົ້າປາດຖະໜາບໍ່ພຽງແຕ່ນຳເອົາບັນຍາກາດ ແລະ ຄວາມມ່ວນຊື່ນຂອງຊຸມວັນບຸນເຕັດຜ່ານມາຍັງເດັກນ້ອຍ ແລະ ປະຊາຊົນຢູ່ເຂດຊາຍແດນເທົ່ານັ້ນ, ຫາກຍັງຮຽກຮ້ອງໃຫ້ຊຸມຊົນຮ່ວມແຮງຮ່ວມໃຈຈຳກັດການຟຸ່ມເຟືອຍໃນການນຳໃຊ້ສະບຽບອາຫານ. ບັ້ນເຄື່ອນໄຫວປີນີ້ແກ່ຍາວແຕ່ວັນທີ 23 ກຸມພາ ຫາວັນທີ 16 ມີນາ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ປະກອບເຂົ້າໜົມ, ນົມ, ນ້ຳຫວານ.”

ພາຍຫຼັງເກືອບ 5 ປີແຫ່ງການເຄື່ອນໄຫວ, ກຸ່ມປະຕິບັດວຽກງານກຸສົນ Fly To Sky ໄດ້ນຳເອົາເຂົ້າໜົມ ແລະ ບັນຍາກາດບຸນເຕັດມາຍັງເດັກນ້ອຍເຍົາວະຊົນ ແລະ ປະຊາຊົນ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຕິດກັບຊາຍແດນເກືອບ 10.000 ຄົນ.

TAG
VOV/VOVworld/ແບ່ງ​ປັນບຸນ​ເຕັດ/ກຸ່ມປະຕິບັດວຽກງານກຸສົນ Fly To Sky

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ