logo

ບຸນເຕັດວົງຄະນະຍາດ ແລະ ເປີດເຂດວັດທະນະທຳ ຫວຽດນາມ ຢູ່ ບຣູໄນ

2026/2/12 | 12:05:41
(VOVWORLD) - ພິເສດ, ເຂດວັດທະນະທຳໄດ້ແນະນຳເອກະສານ, ພາບຖ່າຍກ່ຽວກັບປະທານ ໂຮ່ຈີມິນ ແລະ ສື່ສິ່ງພິມຂອງເພື່ອນມິດ, ຄູ່ຮ່ວມມືສາກົນທີ່ຂຽນກ່ຽວກັບພາລະກິດຂອງຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ ໄປເຖິງບັນດາເພື່ອນມິດ, ຄູ່ຮ່ວມມື.
ຜູ້ແທນເຂົ້າຮ່ວມລາຍການ
(ພາບ:baoquocte.vn)

        ໃນບັນຍາກາດຕ້ອນຮັບປີໃໝ່ 2026 ແລະ ຂ່ຳນັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ບຣູໄນ ໄດ້ຈັດບຸນເຕັດວົງຄະນະຍາດ - ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026 ແລະ ໄຂເຂດວັດທະນະທຳ ຫວຽດນາມ ຢູ່ສຳນັກງານອົງການຜູ້ຕາງໜ້າ.

        ເຂດວັດທະນະທຳ ຫວຽດນາມ ໄດ້ສ້າງຂຶ້ນດ້ວຍການຮ່ວມແຮງຮ່ວມໃຈປະກອບສ່ວນຂອງປະຊາຄົມ ແລະ ບັນດາວິສາຫະກິດ ຫວຽດນາມ ໃນບໍລິເວນ ເພື່ອແນໃສ່ໂຄສະນາໄປເຖິງເພື່ອນມິດສາກົນ, ຄູ່ຮ່ວມມືປະເທດປະຈຳຖິ່ນກ່ຽວກັບບັນດາຄຸນຄ່າ ແລະ ຜະລິດຕະພັນວັດທະນະທຳ ຫວຽດນາມ ແລະ ການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ໃນນັ້ນຈຸດພົ້ນເດັ່ນແມ່ນໂຄງການສອນພາສາ ຫວຽດ ຢູ່ມະຫາວິທະຍາໄລແຫ່ງຊາດ ບຣູໄນ. ພິເສດ, ເຂດວັດທະນະທຳໄດ້ແນະນຳເອກະສານ, ພາບຖ່າຍກ່ຽວກັບປະທານ ໂຮ່ຈີມິນ ແລະ ສື່ສິ່ງພິມຂອງເພື່ອນມິດ, ຄູ່ຮ່ວມມືສາກົນທີ່ຂຽນກ່ຽວກັບພາລະກິດຂອງຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ ໄປເຖິງບັນດາເພື່ອນມິດ, ຄູ່ຮ່ວມມື.

TAG
VOV/VOVworld/ຄຸນ​ຄ່າ/ຜະ​ລິດ​ຕະ​ພັນ/ວັດ​ທະ​ນະ​ທຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ