(VOVWORLD) - ວັດທະນະທຳ ຫວຽດນາມ, ປະຫວັດສາດ ຫວຽດນາມ ຍັງດັງກ້ອງສະໝ່ຳສະເໝີໃນແຕ່ລະວັນຜ່ານແຕ່ລະຊົ່ວໂມງຮຽນ, ບົດຮຽນ ຫຼືເລື່ອງລາວຕ່າງໆຂອງບັນດາຄູສອນຢູ່ໂຮງຮຽນມັດທະຍົມຕອນຕົ້ນ ເອກະພາບ ຂອງແຂວງ ຄຳມ່ວນ, ເຊິ່ງແມ່ນໂຮງຮຽນຂອງສະມາຄົມຊາວ ຫວຽດນາມ ອາໄສຢູ່ແຂວງ ຄຳມ່ວນ, ເຂດພາກກາງ ລາວ.
ໂຮງຮຽນມັດທະຍົມຕອນຕົ້ນ ເອກະພາບ (ພາບ: TTXVN) |
ໂດຍຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 400 ກີໂລແມັດ, ໂຮງຮຽນມັດທະຍົມຕອນຕົ້ນ ເອກະພາບ ແຂວງ ຄຳມ່ວນ ໄດ້ສ້າງຕັ້ງແຕ່ປີ 2024 ບົນເນື້ອທີ່ເກືອບ 3.500 ຕາແມັດ ດ້ວຍຂອບຂະໜາດ 19 ຫ້ອງຮຽນ ທີ່ໄດ້ຮັບການລົງທຶນຕິດຕັ້ງວັດຖຸອຸປະກອນໃຫ້ຫ້ອງຮຽນທິດສະດີ 11 ຫ້ອງ, ຫ້ອງປະຕິບັດຕົວຈິງ 1 ຫ້ອງ, ຫ້ອງສະໝຸດ ແລະ ລາຍການປະກອບອື່ນໆ. ດ້ວຍຍອດເງິນລົງທຶນ 25 ຕື້ດົ່ງ.
ໃນບໍລິເວນທີ່ກ້ວາງຂວາງ, ຕຶກອາຄານ 3 ຫຼັງດ້ວຍການອອກແບບທີ່ທັນສະໄໝ ພ້ອມກັບຫຼັງຄາແດງສົດໄສ ພວມມີສຽງຝືກອ່ານຂອງພວກນ້ອງໆນັກຮຽນໃນຊົ່ວໂມງຮຽນພາສາ ຫວຽດ ດັງຂຶ້ນ. ນີ້ແມ່ນປີທີ່ເຂົ້າຮຽນທຳອິດນັບແຕ່ເວລາໂຮງຮຽນແຫ່ງນີ້ໄດ້ເປີດນຳໃຊ້ ແລະ ມອບຮັບ, ຢູ່ທີ່ນີ້ ພວກນ້ອງໆນັກຮຽນທັງໄດ້ຮຽນຫຼັກສູດການຮຽນຂອງລາວ, ທັງໄດ້ຮຽນພາສາຫວຽດ ເພື່ອຍາມໃດກໍ່ຈົດຈຳກົກເຄົ້າເຫງົ້າກໍແຫຼ່ງວັດນະທະທຳ, ປະຫວັດສາດອັນຍາວນານ ກໍ່ຄືມູນເຊື້ອຮັກຊາດຂອງຊົນຊາດ ຫວຽດນາມ, ຜ່ານນັ້ນ ກໍ່ຊ່ວຍໃຫ້ພວກນ້ອງສາມາດສືບຕໍ່ສ້າງຄວາມໃຝ່ຝັນໃນອະນາຄົດ ແລະ ກາຍເປັນພົນລະເຮືອນທີ່ເປັນຜົນປະໂຫຍດໃຫ້ແກ່ສັງຄົມຂອງທັງສອງປະເທດ.
ຫຼານແມ່ນຄົນຫວຽດ, ຫຼານຢາກຮຽນພາສາຫວຽດ ເພື່ອຮັກສາ ແລະ ເສີມຂະຫຍາຍພາສາຫວຽດ ຂອງຕົນໃຫ້ໄດ້ດີກ່ວາອີກ.
ຫຼານມັກຮຽນພາສາຫວຽດ, ຮຽນພາສາຫວຽດ ຫຼານສາມາດຮັກສາກົກເຄົ້າຊາວຫວຽດຂອງຕົນ. ກໍ່ຄືໃນອະນາຄົດ, ນ້ອງຈະສາມາດກັບເມືອຮຽນຕໍ່ຢູ່ ຫວຽດນາມ ອີກ.
ໂຮງຮຽນມີພະນັກງານ, ຄູສອນທັງໝົດ 28 ຄົນ ແລະ ນັກຮຽນ 355 ຄົນ, ໃນນັ້ນ ນັກຮຽນຊາວຫວຽດນາມ ກວມເອົາປະມານ 46%, ສ່ວນຍັງເຫຼືອແມ່ນນັກຮຽນລາວ. ນັບແຕ່ເວລານຳເຂົ້າເຄື່ອນໄຫວ, ທາງໂຮງຮຽນໄດ້ເອົາໃຈໃສ່ເປັນພິເສດເຖິງການຮຽນການສອນ, ພິເສດແມ່ນການຮັກສາພາສາຫວຽດ ໃຫ້ແກ່ລູກຫຼານຊາວຫວຽດນາມ ແລະ ລູກຫຼານຄົນລາວ. ພ້ອມທັງ ບັນດາຄູສອນກໍ່ມີຄວາມປາດຖະໜາໄດ້ສະໜິດຕິດພັນຍາວນານເພື່ອປະກອບສ່ວນເຫື່ອແຮງເລັກໆນ້ອຍໆຂອງຕົນເຂົ້າໃນພາລະກິດສ້າງຄົນ. ຄູສອນ ເດົາທິເລ, ຄູສອນແຂວງ ກວ໋າງບິ່ງ ແລະ ຄູສອນ ດິ່ງທິເທິມ ປັດຈຸບັນພວມສັ່ງສອນຢູ່ໂຮງຮຽນແບ່ງປັນວ່າ:
ຂ້າພະເຈົ້າແມ່ນຄູສອນຂອງແຂວງ ກວ໋າງບິ່ງ ໂດຍແຂວງໄດ້ຈັດສົ່ງໃຫ້ມາສິດສອນຢູ່ທີ່ນີ້ແຕ່ປີ 2019. ຂ້າພະເຈົ້າຢາກສືບຕໍ່ວຽກງານນີ້, ໄດ້ປູກຝັງສິດສອນພາສາຫວຽດ ໃຫ້ແກ່ພວກນ້ອງນ້ອຍ. ຂ້າພະເຈົ້າປາດຖະໜາຢາກສະໜິດຕິດພັນກັບສະຖານທີ່ນີ້ຍາວນານ.
ຄວາມມຸ່ງຫວັງຂອງພວກຂ້າພະເຈົ້າແມ່ນສືບຕໍ່ໄດ້ສິດສອນຢູ່ແຫ່ງນີ້. ເພື່ອສືບ ແລະ ຖ່າຍທອດ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອພາສາຫວຽດ ໃຫ້ແກ່ລູກຫຼານຊາວຫວຽດນາມ ອາໄສຢູ່ລາວ, ກໍຄືລູກຫຼານຄົນລາວ ທີ່ພວມຮ່ຳຮຽນຢູ່ໂຮງຮຽນ.
ແຕ່ລະອາທິດ ພວກນ້ອງນັກຮຽນຈະຮຽນພາສາຫວຽດ 4 ຊົ່ວໂມງ ແລະ ເຂົ້າຮ່ວມຫຼາຍການເຄື່ອນໄຫວອື່ນອີກໂດຍທາງໂຮງຮຽນຈັດຂຶ້ນຄື ບັນດາລາຍການສະແດງສິລະປະ, ອອກກຳລັງກາຍ, ກິລາ… ເພື່ອໃຫ້ພວກນ້ອງໆຍາມໃດກໍ່ຈົດຈຳກົກເຄົ້າເຫງົ້າກໍ, ວັດທະນະທຳ, ປະຫວັດສາດອັນຍາວນານ ແລະ ມູນເຊື້ອຮັກຊາດຂອງຊາດ ຫວຽດນາມ. ທ່ານນາງ ຫງວຽນທິເຮືອງ, ຮອງອຳນວຍການໂຮງຮຽນ ໃຫ້ຮູ້ວ່າ:
ໂຮງຮຽນບໍ່ພຽງແຕ່ແມ່ນສະຖານທີ່ສິດສອນເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ໃນການຮັກສາ, ແຜ່ກະຈາຍຄວາມງາມແຫ່ງອະທິຍະທຳນັບພັນປີຂອງ ຫວຽດນາມ ໄປຍັງປະເທດ ລ້ານຊ້າງທີ່ສວຍງາມ. ຄູສອນແຕ່ລະຄົນຢູ່ທີ່ນີ້ ແມ່ນນັກການທູດຂອງນ້ຳໃຈມິດຕະພາບ, ຍາມໃດກໍ່ສຸດຈິດສຸດໃຈເພີ່ມພູນຄູນສ້າງ, ຈຸດທວັນໄຟແຫ່ງນ້ຳໃຈມິດຕະພາບ ຫວຽດນາມ - ລາວ ທີ່ບໍລິສຸດຜຸດຜ່ອງ, ສະເໝີຕົ້ນສະເໝີປາຍໃຫ້ປະກາຍແຈ້ງຕະຫຼອດເວລາ.
ໃນອະນາຄົດ, ໂຮງຮຽນມັດທະຍົມຕອນຕົ້ນ ເອກະພາບ, ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງ ຄຳມ່ວນ ໄດ້ວາງເປົ້າໝາຍສືບຕໍ່ຍົກສູງຄຸນນະພາບການສຶກສາ ແລະ ເປີດກວ້າງຂອບຂະໜາດ, ຕັດສິນໃຈ ສອນດີ - ຮຽນເກັ່ງ ແລະ ກໍ່ສ້າງໂຮງຮຽນໃຫ້ນັບມື້ນັບເຂັ້ມແຂງ, ພັດທະນາຢ່າງຮອບດ້ານ. ນອກຈາກນັ້ນ, ນີ້ກໍ່ແມ່ນສະຖານທີ່ແດງ ເຊິ່ງແມ່ນສະຖານທີ່ສິດສອນນັກຮຽນລຸ້ນຕ່າງໆ ເພື່ອປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນຂອງສອງຊາດ ຫວຽດນາມ - ລາວ ທີ່ໝັ້ນຄົງທະນົງແກ່ນຊົ່ວກາລະນານ.




