logo

ບາດກ້າວຫັນປ່ຽນທີ່ໜ້າປະທັບໃຈຂອງອິນເຕີເນັດຢູ່ ຫວຽດນາມ

2025/2/11 | 07:41:43
(VOVWORLD) - ພ້ອມກັບຈຳນວນຜູ້ນຳໃຊ້ຢ່າງໃຫຍ່ຫຼວງ, ຄວາມໄວຂອງອິນເຕີເນັດ ຫວຽດນາມ ກໍ່ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຊຸມປີມໍ່ໆມານີ້.

        ວັນທີ 11 ກຸມພາ, ແມ່ນວັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ. ຢູ່ ຫວຽດນາມ, ມີຜູ້ນຳໃຊ້ອິນເຕີເນັດກວ່າ 78 ລ້ານຄົນ. ຄາດວ່າ, ຕົວເລກດັ່ງກ່າວຈະບັນລຸລະດັບ 100 ລ້ານຄົນໂດຍໄວ, ສ້າງຂີດໝາຍສຳຄັນໃນວິວັດການເຊື່ອມໂຍງ ແລະ ສ້າງພື້ນຖານເສດຖະກິດດີຈີຕອນ.

        ພື້ນຖານໂຄງລ່າງອິນເຕີເນັດນັບມື້ນັບທັນສະໄໝ, ມີຄວາມໄວສູງ, ຮັກສາຄວາມລັບໄດ້ຢ່າງເປັນດີ, ຕອບສະໜອງຄວາມຕ້ອງການນຳໃຊ້ເປັນຢ່າງດີ, ກາຍເປັນພື້ນຖານທີ່ຈຳເປັນໃຫ້ແກ່ການຫັນເປັນດີຈີຕອນ ແລະ ພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.

ລະດັບປົກຄຸມອິນເຕີເນັດຢູ່ ຫວຽດນາມ

        ຫວຽດນາມ ແມ່ນປະເທດມີຈຳນວນຜູ້ນຳໃຊ້ອິນເຕີເນັດສູງໃນໂລກ. ຕາມໝາກຜົນການສຳຫຼວດຂອງບໍລິສັດຄົ້ນຄວ້າຕະຫຼາດ Data Reportal (Singapore) ແລ້ວ, ໃນຈຳນວນ 10 ປະເທດທີ່ມີຜູ້ນຳໃຊ້ແອັບ Facebook, Tiktok ແລະ Youtube ຫຼາຍທີ່ສຸດໃນໂລກ, ຫວຽດນາມ ໄດ້ຈັດອັນດັບທີ 6,7 ແລະ 9 ຕາມລຳດັບ. ໃນຂະນະນັ້ນ, ອັດຕາຄອບຄົວນຳໃຊ້ອິນເຕີເນັດຕາມເຂດເສດຖະກິດ - ສັງຄົມ, ຊີ້ໃຫ້ເຫັນວ່າ, ອັດຕານຳໃຊ້ນີ້ສູງສຸດແມ່ນຢູ່ທິດຕາເວັນອອກທາງພາກໃຕ້ ຫວຽດນາມ (78,3%).

        ພ້ອມກັບຈຳນວນຜູ້ນຳໃຊ້ຢ່າງໃຫຍ່ຫຼວງ, ຄວາມໄວຂອງອິນເຕີເນັດ ຫວຽດນາມ ກໍ່ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຊຸມປີມໍ່ໆມານີ້. ຕາມການສະຖິຕິຂອງ Ookla Speedtest ທີ່ປະກາດໃນປີ 2024, ຄວາມໄວຂອງອິນເຕີເນັດໃຊ້ສາຍ ແລະ ມືຖືຢູ່ ຫວຽດນາມ ເພີ່ມຂຶ້ນນັບທັງໝາກຜົນ ແລະ ການຈັດອັນດັບ. ເລື່ອງປັບປຸງຄວາມໄວອິນເຕີເນັດສະແດງໃຫ້ເຫັນການເພີ່ມທະວີການລົງທຶນດ້ານພື້ນຖານໂຄງລ່າງຂອງບັນດາເຄືອຂ່າຍສະໜອງຢູ່ພາຍໃນປະເທດ.

        ອິນເຕີເນັດພວມກ້າວເຂົ້າສູ່ທົດສະວັດອັດສະລິຍະ ດ້ວຍການພັດທະນາຂອງບັນດາເຕັກໂນໂລຊີໃໝ່ (IPv6, 5G/6G, IoT, AI, Blockchain ...). ຢູ່ ຫວຽດນາມ, ປະຈຸບັນບັນດາມາດຕະຖານໃໝ່ສຳລັບ IPv6, IPv6 only ໄດ້ສ້າງສຳເລັດ, ນຳໃຊ້ຢ່າງກວ້າງຂວາງເພື່ອພັດທະນາອິນເຕີເນັດລຸ້ນໃໝ່. ອັດຕານຳໃຊ້ IPv6 ຢູ່ ຫວຽດນາມ ໃນປີ 2024 ບັນລຸ 65,5%, ຢືນອັນດັບທີ 2 ໃນ ອາຊຽນ. ທ່ານ ຫງວຽນຮົ່ງທັງ, ຜູ້ອຳນວຍການສູນອິນເຕີເນັດ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ:

        “ກໍ່ສ້າງພື້ນຖານໂຄງລ່າງອິນເຕີເນັດ ຫວຽດນາມ ແມ່ນໃຫຍ່ກວ່າ, ໄວກວ່າ, ປອດໄພກວ່າ ແລະ ສະເໝີກວ່າ. ພວກເຮົາຫັນປ່ຽນອິນເຕີເນັດໄປສູ່ລຸ້ນໃໝ່ IPv6 ຢ່າງວ່ອງໄວ, ຫວຽດນາມ ໄດ້ຈັດອັນດັບນອນໃນບັນດາປະເທດນຳໜ້າໃນການຫັນອິນເຕີເນັດໄປສູ່ IPv6, ຢືນອັນດັບທີ 7 ໃນໂລກເປັນເວລາ 5 ປີຢ່າງຕໍ່ເນື່ອງ”.

        ນອກນັ້ນ, ຕາມສູນອິນເຕີເນັດ ຫວຽດນາມ (VNNIC) ແລວ, ພື້ນຖານໂຄງລ່າງແກນອິນເຕີເນັດ ຫວຽດນາມ ພວມເຄື່ອນໄຫວເປັນປົກກະຕິ ດ້ວຍສະມັດຕະພາບ SLA (Service level agreement) ກວ່າ 99,99%.

ຮັບໃຊ້ໃຫ້ແກ່ການພັດທະນາ

        ອິນເຕີເນັດແມ່ນໜຶ່ງໃນບັນດາພື້ນຖານສຳຄັນທີ່ສຸດເພື່ອພັດທະນາຂໍ້ມູນດີຈີຕອນ, ເຕັກໂນໂລຊີດີຈີຕອນ ແລະ ການຫັນເປັນດີຈີຕອນຢູ່ ຫວຽດນາມ. ໃນສະພາບທົດສະວັດດີຈີຕອນຄືໃນປະຈຸບັນ, ພື້ນຖານໂຄງລ່າງອິນເຕີເນັດໄດ້ກາຍເປັນໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດ ເພື່ອຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ ແລະ ເຕັກໂນໂລຊີ.

        ປະຈຸບັນ, ຫວຽດນາມ ມຸ່ງໄປເຖິງມີພື້ນຖານອິນເຕີເນັດໃຫຍ່ກວ່າ, ໄວກວ່າ, ປອດໄພກວ່າ, ພ້ອມກັນນັ້ນແມ່ນປະຕິບັດການວາງແຜນຜັງພື້ນຖານໂຄງລ່າງຖະແຫຼງຂ່າວ ແລະ ການສື່ສານໄລຍະ 2021 – 2030, ວິໄສທັດຮອດປີ 2050 ຢ່າງຄົບຊຸດ. ບົນພື້ນຖານນັ້ນ, ຫວຽດນາມ ໄດ້ ແລະ ພວມສ້າງເງື່ອນໄຂຫຼາຍຢ່າງແກ່ທ່ວງທ່າພັດທະນາໃຫ້ແກ່ພື້ນຖານອິນເຕີເນັດ, ກຳນົດບັນດາເນື້ອໃນຍຸດທະສາດກ່ຽວກັບການຊຸກຍູ້, ພັດທະນາແຫຼ່ງຊັບພະຍາກອນອິນເຕີເນັດ. ບັນດາລາຍການ, ໂຄງການໃຫຍ່ຄື ການພັດທະນາເຄືອຂ່າຍ 5G, ເພີ່ມທະວີການເຊື່ອມຕໍ່ອິນເຕີເນັດຄວາມໄວສູງ, ລົງທຶນເຂົ້າພື້ນຖານໂຄງລ່າງເຕັກໂນໂລຊີ ພວມໄດ້ຮັບການຜັນຂະຫຍາຍຢ່າງແຮງ, ເພື່ອຊ່ວຍໃຫ້ ຫວຽດນາມ ໄປທັດທຽມກັບທ່າອ່ຽງພັດທະນາຂອງທົ່ວໂລກ.

        ຫວຽດນາມ ມຸ່ງໄປເຖິງການສ້າງພື້ນຖານດີຈີຕອນບັນລຸດັບກ້າວໜ້າ, ນຳໜ້າຢູ່ ອາຊຽນ. ປີ 2030, ສັນຍານ 5G ໄດ້ປົກຄຸມທົ່ວປະເທດ ແລະ ປະຊາຊົນໄດ້ນຳໃຊ້ອິນເຕີເນັດຄວາມໄວສູງດ້ວຍລາຄາຕ່ຳ. ພ້ອມກັນນັ້ນແມ່ນສືບຕໍ່ເປັນເຈົ້າການດ້ານເຕັກໂນໂລຊີ, ຊຸກຍູ້ ແລະ ປົກປ້ອງຄວາມປອດໄພດ້ານແຫຼ່ງຂໍ້ມູນທາງເຄືອຂ່າຍອິນເຕີເນັດ, ພ້ອມທັງ, ນຳເອົາວິວັດການນຳອິນເຕີເນັດເຂົ້າທຸກການເຄື່ອນໄຫວພັດທະນາເສດຖະກິດ, ສັງຄົມ.

        ອິນເຕີເນັດຢູ່ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະໃໝ່ດ້ວຍຄວາມຫວັງຫຼາຍຢ່າງ. ດ້ວຍບັນດານະໂຍບາຍ ແລະ ການກຳນົດທິດທີ່ຖືກຕ້ອງ, ຫວຽດນາມ ບໍ່ພຽງແຕ່ສ້າງໄດ້ລະບົບອິນເຕີເນັດຢ່າງແຮງເທົ່ານັ້ນ, ຫາກຍັງປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງຂອງປະເທດຊາດໃນສັງກາດດີຈີຕອນອີກດ້ວຍ.

TAG
VOV/VOVworld/​ຍຸດ​ທະ​ສາດ/​ອິນ​ເຕີ​ເນັດ/ເຕັກ​ໂນ​ໂລ​ຊີ/ຊຸກ​ຍູ້

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ