![]() |
| ແຕ່ດົນນານມາແລ້ວ, ບ້ານ ບາວດາບ, ຕາແສງ ຮົ່ງກວາງ, ແຂວງ ນິງບິ່ງ ໄດ້ຮັບການຮູ້ຈັກດ້ວຍມູນເຊື້ອເຮັດໂຄມໄຟຮູບດາວ. ໂດຍຜ່ານຫຼາຍລຸ້ນຄົນ, ປະຊາຊົນຢູ່ແຫ່ງນີ້ຍັງຮັກສາອາຊີບຫັດຖະກຳມູນເຊື້ອ ທີ່ໄດ້ຕິດພັນກັບຄາວເຍົາໄວຂອງຊາວ ຫວຽດນາມ ຫຼາຍລຸ້ນຄົນ. |
![]() |
| ຄາດວ່າ ມີປະມານ 300 ຄອບຄົວເຮັດອາຊີບນີ້, ແຕ່ລະປີໄດ້ສົ່ງອອກຕະຫຼາດນັບພັນຜະລິດຕະພັນ ທີ່ມີຂະໜາດໃຫຍ່, ນ້ອຍທີ່ແຕກຕ່າງກັນ. |
![]() |
| ນັບແຕ່ໂຄມໄຟຮູບດາວນ້ອຍໆປະມານ 15 – 20 ຊມ, ຕະຫຼອດຮອດໂຄມໄຟໃຫຍ່ເກືອບ 1 ມ, ຜະລິດຕະພັນຂອງບ້ານ ບາວດາບ ບໍ່ພຽງແຕ່ສົ່ງໄປຢູ່ທົ່ວທຸກແຫ່ງທາງພາກເໜືອເທົ່ານັ້ນ, ຫາກຍັງໄດ້ຂົນສົ່ງໄປຍັງນະຄອນ ໂຮ່ຈີມິນ ນຳອີກ. |
![]() |
| ນັບແຕ່ຕົ້ນເດືອນ 6, ເດືອນ 7 (ໄລ່ຕາມຈັນທະປະຕິທິນ), ທົ່ວບ້ານໄດ້ເລີ່ມຜະລິດ. ແຕ່ລະເສັ້ນທາງ, ຮ່ອມບ້ານເຕັມໄປດ້ວຍສີສັນຂອງເຈ້ຍເຫຼື້ອມຫຼາຍສີ, ສຽງຫົວ, ສຽງເວົ້າດັງຂຶ້ນແຕ່ເຊົ້າຈົນຮອດຄ່ຳ. |
![]() |
| ຢູ່ເດີ່ນບ້ານ, ລະບຽງເຮືອນ, ຊ້ໍຳບໍ່ໜຳແມ່ນເຂດດິນຫວ່າງຢູ່່ແຄມທາງກໍ່ກາຍເປັນໂຮງງານຜະລິດຫັດຖະກຳ. |
![]() |
![]() |
![]() |
| ເພື່ອເຮັດໂຄມໄຟໜຶ່ງ, ຊ່າງຕ້ອງໄດ້ເຮັດຫຼາຍຂັ້ນຕອນ. |
![]() |
![]() |
![]() |
| ບັນດາກອບຮູບດາວໄດ້ເຮັດເປັນຮູບ 5 ແຈ, ແລ້ວມັດໄວ້ດ້ວຍເສັ້ນເຫຼັກນ້ອຍ. ຕໍ່ຈາກນັ້ນ, ກໍ່ນຳເຈ້ຍເຫຼື້ອມຫຼາຍສີ ຕິດໃສ່ຢ່າງຄ່ອງແຄ້ວ, ເພື່ອໃຫ້ແສງຂອງທຽນສາມາດສ່ອງຊອດໄດ້. |
![]() |
| ໂຄມໄຟໄດ້ຕິດດ້າມຈັບ, ເສັ້ນປະດັບ ແລະ ບ່ອນປັກທຽນໃສ່ຕື່ມ. ເຖິງວ່າການເຮັດຈະບໍ່ຫຍຸ້ງຍາກຫຼາຍ ແຕ່ຮຽກຮ້ອງຕ້ອງມີຄວາມລະອຽດລະອໍ, ພິເສດແມ່ນຂັ້ນຕອນຕິດເຈ້ຍເຫຼື້ອມ ແລະ ປະດັບປະດາ. |
![]() |
| ປະຈຸບັນ ຢູ່ຕະຫຼາດ, ໂຄມໄຟຮູບດາວຂອງບ້ານ ບາວດາບ ອັນນ້ອຍມີລາຄາແຕ່ 10.000 ດົ່ງ/ອັນ ແລະ ອັນໃຫຍ່ 150.000 ດົ່ງ/ອັນ. ຍ້ອນມີຫຼາຍຮູບຫຼາຍແບບ, ລາຄາບໍ່ແພງ, ຜະລິດຕະພັນຂອງໝູ່ບ້ານນີ້ກໍ່ໄດ້ຮັບການຈຳໜ່າຍເປັນຈຳນວນຫຼາຍ. |
![]() |
![]() |
![]() |
| ເຖິງວ່າການດຳລົງຊີວິດນັບມື້ນັບທັນສະໄໝ ມີເຄື່ອງຫຼິ້ິນອຸດສາຫະກຳເປັນຈຳນວນຫຼາຍແລ້ວ, ແຕ່ບ້ານ ບາວດາບ ຍັງຄົງຮັກສາອາຊີບທີ່ມີອາຍຸນັບຮ້ອຍປີນີ້. ບັນດາໂຄມໄຟຮູບດາວນີ້ໄດ້ຜະລິດຈາກຝາມືຂອງປະຊາຊົນຢູ່ແຫ່ງນີ້ ເຊິ່ງບໍ່ພຽງແຕ່ສົ່ງແສງໃນຄ່ຳຄືນບຸນໄຫວ້ພະຈັນເທົ່ານັ້ນ, ຫາກຍັງແມ່ນແສງຂອງການຮັກສາຈຸດຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາວ ຫວຽດນາມ ອີກດ້ວຍ. |




