logo

ບ້ານເກົ່າ ກື້ດ່າ - ບ່ອນເກັບຮັກສາບັນດາຈຸດວັດທະນະທຳເປັນເອກະລັກສະເພາະຂອງເຂດທົ່ງພຽງທາງພາກເໜືອ ຫວຽດນາມ

2024/10/25 | 10:50:17
(VOVWORLD) - ກື້ດ່າ ແມ່ນໜຶ່ງໃນຈຳນວນບ້ານເກົ່າແກ່ທີ່ຍັງເຫຼືອຂອງນະຄອນຫຼວງ ຮ່າໂນ້ຍ ແລະ ແມ່ນສະຖານທີ່ດູດດື້ມສຳລັບຜູ້ທີ່ຢາກຊອກຮູ້ກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດທົ່ງພຽງທາງພາກເໜືອ ຫວຽດນາມ.
ໂດຍຕັ້ງຢູ່ແຄມແມ່ນ້ຳ ເຍວະ ທີ່ສະຫງົບ, ຫ່າງຈາກໃຈກາງ ຮ່າໂນ້ຍ ປະມານ 20 ກມ, ໄປທາງທິດຕາເວັນຕົກ, ບ້ານ ກື້ດ່າ ຂຶ້ນກັບຕາແສງ ກື້ເຄ, ເມືອງ ແທັງອວາຍ, ຮ່າໂນ້ຍ, ເຂັ້ມຂຸ້ນໄປດ້ວຍສີສັນຂອງໝູ່ບ້ານທາງພາກເໜືອ ຫວຽດນາມ, ດ້ວຍສາລາບ້ານ, ປະຕູໂຂງ, ຕົ້ນໂພ, ພິເສດແມ່ນການອອກແບບສະຖາປັດຕະຍາກຳທີ່ຍັງເຫັນໄດ້ຢ່າງຈະແຈ້ງຢູ່.
(ພາບ: VGP)
ຕາມບັນດາເອກະສານປະຫວັດສາດແລ້ວ, ບ້ານ ກືດ່າ ໄດ້ສ້າງຂຶ້ນແຕ່ 4 ສະຕະວັດທີກ່ອນ, ໂດຍບັນດາສະເດັດເຈົ້າໃນວົງຕະກຸນເຂົ້າຊີວິດ ຈິ້ງ ສ້າງຂຶ້ນ.
(ພາບ: kinhtedothi.vn)
ສາລາບ້ານ ກື້ດ່າ (ດິ່ງເວີດ) ແມ່ນສະຖານທີ່ມີຊື່ສຽງ, ດ້ວຍຄວາມງາມແບບເກົ່າແກ່, ສະຫງົບງຽບ.
(ພາບ: TTXVN)
ວັດ ກື້ດ່າ ໄດ້ຮັບການຮັບຮອງແມ່ນມໍລະດົກລະດັບຊາດໃນປີ 2000 ແລະ ໄດ້ຮັບການບູລະນະເປັນຫຼາຍຄັ້ງແລ້ວ
(ພາບ: TTXVN)
ຢູ່ ກື້ດ່າ, ທຸກຄົນຈະມີຄວາມຮູ້ສຶກສາຄືເວລາໄດ້ຢຸດ, ດ້ວຍບັນດາຮ່ອງຮ່ອຍໃນເມື່ອກ່ອນທີ່ດຶງດູດໃຈ.
ການດຳລົງຊີວິດຢູ່ບ້ານ ກື້ດ່າ ແມ່ນມີຄວາມສະຫງົບສຸກ
(ພາບ: daidoanket.vn)
ບ້ານ ກື້ດ່າ ມີເຂດວັດທະນະທຳທີ່ເປັນເອກະລັກສະເພາະ, ດ້ວຍເຮືອນເກົ່ານັບຮ້ອຍຫຼັງ, ແຕ່ຍັງເຫຼືອພຽງແຕ່ 50 ຫຼັງແມ່ນຍັງຮັກສາຕາມສະຖາປັດຕະຍາກຳເຮືອນ ຫວຽດ ຢູ່ເຂດທົ່ງພຽງທາງພາກເໜືອ ຢ່າງຄົບຖ້ວນເທົ່ານັ້ນ.
(ພາບ: VGP)
ເຮືອນໄດ້ອອກແບບຕາມສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະແມ່ນ ເຮືອນມຸ່ງດິນຂໍ 3 ຫ້ອງ, 5 ຫ້ອງຂອງເຂດທົ່ງພຽງທາງພາກເໜືອ.
(ພາບ: kinhtedothi.vn)
ເມື່ອເຕື້ອງເຖິງໝູ່ບ້ານ ກື້ດ່າ ແມ່ນຄິດເຖິງອາຊີບເຮັດເສັ້ນລ້ອນທີ່ເປັນມູນເຊື້ອ. ເສັ້ນລ້ອນ ກື້ດ່າ ມີຈຸດພິເສດສະເພາະແມ່ນເສັ້ນລ້ອມຫອມ, ແຊບ, ໜຽວ, ເມື່ອປຸງແຕ່ງຍັງຮັກສາໄດ້ກິນຫອມທີ່ເປັນທຳມະຊາດ.
(ພາບ: TTXVN)
ໝູ່ບ້ານ ກື້ດ່າ ຍັງມີຊື່ສຽງດ້ວຍອາຊີບເຮັດເຕົ້າຈ້ຽວທີ່ເປັນມູນເຊື້ອ, ໄດ້ຜະລິດຕາມຮູບແບບຄອບຄົວ. ປະຈຸບັນໃນໝູ່ບ້ານຍັງເຫຼືອພຽງ 4 – 5 ຄອບຄົວທີ່ເຮັດເທົ່ານັ້ນ.
(ພາບ: hanoimoi.vn)
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ