logo

ປີ 2025 ແມ່ນປີພິເສດ, ສ້າງຂີດໝາຍ 30 ປີແຫ່ງການພົວພັນດ້ານການທູດ ຫວຽດນາມ - ອາເມລິກາ

2025/12/31 | 07:32:12
(VOVWORLD) - ອາເມລິກາ ໄດ້ໜູນຊ່ວຍ ຫວຽດນາມ ເງິນຈຳນວນ 1,75 ລ້ານ USD ໃນການຮັບມືກັບຜົນຮ້າຍຢ້ອນຫຼັງຂອງພາຍຸຫຼາຍລູກ ແລະ ສະພາບນ້ຳຖ້ວມຢູ່ທາງພາກເໜືອ ແລະ ພາກກາງຂອງ ຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ Marc Knapper
(ພາບປະກອບ: TTXVN)

        ໃນສານທີ່ສົ່ງໃຫ້ສື່ມວນຊົນໃນວັນທີ 30 ທັນວາ, ທ່ານ Marc Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຢືນຢັນວ່າ ປີ 2025, ຫວຽດນາມ ແລະ ອາເມລິກາ ໄດ້ມີບັນດາການຮ່ວມມືດ້ານການຄ້າ, ວັດທະນະທຳ, ການສຶກສາ, ເຕັກໂນໂລຊີ ດີຈີຕອນ ແລະ ໜູນຊ່ວຍມະນຸດສະທຳຢ່າງມີປະສິດທິຜົນ.

        ອາເມລິກາ ໄດ້ໜູນຊ່ວຍ ຫວຽດນາມ ເງິນຈຳນວນ 1,75 ລ້ານ USD ໃນການຮັບມືກັບຜົນຮ້າຍຢ້ອນຫຼັງຂອງພາຍຸຫຼາຍລູກ ແລະ ສະພາບນ້ຳຖ້ວມຢູ່ທາງພາກເໜືອ ແລະ ພາກກາງຂອງ ຫວຽດນາມ. ນອກນັ້ນ, ກໍ່ຍັງເປັນຄັ້ງທຳອິດທີ່ 2 ປະເທດຈັດລາຍການ “ເພື່ອນມິດ ມະຫາສະໝຸດປາຊີຟິກ” ລະຫວ່າງທະຫານບົກ ອາເມລິກາ ຢູ່ ມະຫາສະໝຸດປາຊີຟິກ ແລະ ແຂວງ ກວາງຈິ້; ບັນລຸຄວາມກ້າວໜ້າຫຼາຍຢ່າງໃນການແກ້ໄຂມົນລະພິດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ…

        ກ່ຽວກັບການພົວພັນດ້ານເສດຖະກິດ, ອາເມລິກາ ແມ່ນຕະຫຼາດສົ່ງອອກແຖວໜ້າ ແລະ ແມ່ນຄູ່ຄ້າໃຫຍ່ທີ 2 ຂອງ ຫວຽດນາມ. ໃນຂົງເຂດວັດທະນະທຳ, ທ່ານເອກອັກຄະລັດຖະທູດ Marc Knapper ໄດ້ເຕື້ອງເຖິງການເຄື່ອນໄຫວລວມມີ 4 ງານບຸນມິດຕະພາບທີ່ໄດ້ຈັດຂຶ້ນໃນທົ່ວປະເທດ ຫວຽດນາມ. ຫວຽດນາມ ກໍ່ກາຍເປັນປະເທດຢືນອັນດັບທີ 5 ກ່ຽວກັບຈຳນວນນັກຮຽນທີ່ພວມຮ່ຳຮຽນຢູ່ ອາເມລິກາ ດ້ວຍ 3.600 ຄົນ.

TAG
VOV/VOVworld/​ຂົງ​ເຂດ/​ວັດ​ທະ​ນະ​ທຳ/ເອກ​ອັກ​ຄະ​ລັດ​ຖະ​ທູດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ