ໃນລາຍການສະແດງ“ ສາຍຈິດສາຍໃຈເຈືອງເຊີນ”ຄັ້ງທີ່ 2 ນີ້, ໄດ້ສະແດງ ຂັບຮ້ອງບັນດາບົດເພງທີ່ອະມະຕະກ່ຽວກັບສາຍພູຫຼວງ, ເຊີດຊູບັນດາການປະກອບສ່ວນຂອງລຸ່ນພໍ່ລຸ່ນອ້າຍບົນເສັ້ນທາງ ສາຍພູຫຼວງແຫ່ງເທບນິຍາຍ. ເນື່ອງໃນໂອກາດນີ້, ມີຫຼາຍຫົວໜ່ວຍ, ສ່ວນບຸກຄົນ ໄດ້ຈົດຊື່ສະໜັບສະໜູນເງິນເກືອບ 70 ຕື້ດົງ, ໃນນັ້ນ ທະນາຄານການຄ້າຫຸ້ນສ່ວນຊ່ວຍເຫຼືອ 52 ຕື້ດົງ. ທ່ານພົນຕີ ເຈີນຮ່ວາ ຜູ້ບັນຊາການທະຫານປ້ອງກັນຊາຍແດນຫວຽດນາມ, ສະມາຊິກໃນຄະນະຈັດຕັ້ງລາຍການໃຫ້ຮູ້ວ່າ : “ ສິ່ງທີ່ໄດ້ຈາກລາຍການ, ນັ້ນແມ່ນປະຊາຊົນທົ່ວປະເທດມີການແບ່ງປັນກັບປະຊາຊົນເຂດຊາຍແດນ, ນັ້ນແມ່ນຄວາມແທດເໝາະກັບແຜນນະໂຍບາຍຂອງພັກ ແລະ ຈິດໃຈຂອງປະຊາຊົນ. ປະຊາຊົນເຂດຊາຍແດນເວົ້າລວມ ແລະ ປະຊາຊົນບັນດາແຂວງທີ່ມີເສັ້ນທາງ ເຈືອງເຊີນເວົ້າສະເພາະ ມີຄວາມພູມໃຈເປັນຢ່າງຍິ່ງ, ເຫັນແຈ້ງເຖິງຄວາມເອົາໃຈໃສ່ຂອງພັກ , ລັດ, ຂອງທັງສັງຄົມທີ່ມີຕໍ່ປະຊາຊົນເຂດຫ່າງໄກສອກຫຼີກ, ເຂດຊາຍແດນ. ຈາກນັ້ນກໍ່ເປັນການຍົກສູງສະຕິຄວາມຮັບຜິດຊອບຂອງປະຊາຊົນໃນການຄຸ້ມຄອງ, ກໍ່ສ້າງບັນດາກິດຈະກຳຢູ່ເຂດຊາຍແດນ, ພ້ອມກັບທະຫານປ້ອງກັນຊາຍແດນປົກປັກຮັກສາອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ ຊາດ ”




