logo

ປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ຫວຽດນາມ - ລາວ

2018/8/25 | 08:28:31
(VOVWORLD) -ວັນທີ 24 ສິງຫາ, ທີ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນຮ່ວາຍຈຸງ ແລະ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງ  ປະຈຳປີ ຄັ້ງທີ 3 ລະຫວ່າງ ກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ.
(ປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ຫວຽດນາມ - ລາວ)

ທີ່ການປະຊຸມ, ທັງສອງຝ່າຍເປັນເອກະພາບສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນໃນຂອບການຮ່ວມມື ອາຊຽນ ແລະ ບັນດາກົນໄກການຮ່ວມມືອະນຸພາກພື້ນອາຊີຕາເວນອອກສ່ຽງໃຕ້. ສອງຝ່າຍໄດ້ລົງເລິກປຶກສາຫາລືກ່ຽວກັບທິດທາງ ແລະ ມາດຕະການຍົກສູງປະສິດທິຜົນການຜັນຂະຫຍາຍບັນດາການຕົກລົງຂັ້ນສູງ ເພື່ອແນໃສ່ສືບຕໍ່ນຳການຮ່ວມມືສອງຝ່າຍນັບມື້ກ້າວເຂົ້າສູ່ລວງເລິກ, ບັນລຸໄດ້ປະສິດທິຜົນຢ່າງແທ້ຈິງໃນທຸກຂົງເຂດວຽກງານ. ສອງຝ່າຍເຫັນດີສົມທົບກັນກະກຽມຈັດກອງປະຊຸມ ປຶກສາຫາລືປະຈຳປີລະຫວ່າງສອງກະຊວງການຕ່າງປະເທດ ຢູ່ລາວໃນເດືອນທັນວາ 2018 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

TAG
VOV/VOVworld/ປະ​ສິດ​ທິ​ຜົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ