![]() |
| ສະໜາມແຂ່ງຂັນແມ່ນໃຊ້ເພື່ອຈັດການແຂ່ງຂັນລະຫວ່າງ ຊ້າງ ແລະ ເສືອໃຫ້ແກ່ເຈົ້າຊີວິດ, ເຈົ້ານາຍ ແລະ ປະຊາຊົນຮັບຊົມ; ພ້ອມທັງຝຶກໃຫ້ຊ້າງມີຄວາມຊິນເຄີຍກັບການຕໍ່ສູ້ຕອນສູ້ຮົບ. |
![]() |
| ໂຫກວຽນ ລວມມີກຳແພງຮູບວົງມົນ 2 ຊັ້ນ. ກຳແພງຢູ່ທາງໃນສູງ 5,90 ແມັດ, ກຳແພງຢູ່ທາງນອກສູງ 4,75 ແມັດ. |
![]() |
| ໂຫກວຽນ ໄດ້ຮັບການກໍ່ສ້າງແບບລຽບງ່າຍແຕ່ໝັ້ນແກ່ນແໜ້ນໜາດີ, ສະນັ້ນມາຮອປະຈຸບັນ ສະໜາມແຂ່ງຂັນຍັງໄດ້ຮັກສາໄວ້ເໝືອນເດີມ. |
![]() |
| ໃນສະໄໝເຈົ້າຊີວິດ ຫວຽນ, ການແຂ່ງຂັນລະຫວ່າງ ຊ້າງ ແລະ ເສືອ ໄດ້ຮັບການຈັດຂຶ້ນເປັນປະຈຳ ແລະ ໄດ້ຮັບຖືວ່າແມ່ນວັນບຸນໃຫຍ່ຂອງພະລາຊະວັງ ແລະ ມະຫາຊົນ. ຫຼັງຈາກນັ້ນ, ເພື່ອຮັບປະກັນຄວາມປອດໄພ, ປີ 1830, ເຈົ້າຊີວິດ ມິນມ້າງ ຈຶ່ງອະນຸຍາດໃຫ້ກໍ່ສ້າງສະໜາມແຂ່ງຂັນຂຶ້ນມາ ໂດຍສະເພາະແຂ່ງຂັນຢູ່ໂນນພູ ລອງທໍ້, ເອືນວ່າ ໂຫກວຽນ. |
![]() |
| ຢູ່ອ້ອມຮອບກຳແພງມີຄອກເສືອ 5 ຫ້ອງ ແລະ ປະຕູໃຫຍ່ດຽວທີ່ສະຫງວນໃຫ້ ຊ້າງ ເຂົ້າແຂ່ງຂັນ. |
![]() |
| ເຂດເຈົ້າຊີວິດນັ່ງຮັບຊົມການແຂ່ງຂັນ. |
![]() |
![]() |
| ປະຕູພາ ເສືອ ເຂົ້າສະໜາມແຂ່ງຂັນ. ເສືອ ຖືກຂັງຢູ່ເຂດນີ້ກ່ອນທີ່ຈະແຂ່ງຂັນ. |
![]() |
| ປະຕູດ້ານນອກຂອງຄອກ ເສືອ. |
![]() |
| ຊ້າງ ເຂົ້າສະໜາມແຂ່ງຂັນດ້ວຍປະຕູໃຫຍ່ໂດຍສະເພາະ ແລະ ບໍ່ຖືກຂັງ. |
![]() |
| ໂຫກວຽນ ຢູ່ ເຫ້ວ ຖືວ່າແມ່ນເຂດປູຊະນີຍະສະຖານພິເສດ ແລະ ເປັນເອກະລັກສະເພາະຂອງ ຫວຽດນາມ; ໄດ້ຮັບການຮັບຮອງວ່າແມ່ນເຂດປູຊະນີຍະສະຖານລະດັບຊາດນັບແຕ່ປີ 1998. |




