logo

ປັບ​ປຸງ, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ

2022/7/19 | 13:32:58
(VOVWORLD) -ຫວຽດນາມ ຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ການປັບປຸງ, ເພີ່ມທະວີສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບສະພາແຫ່ງຊາດ ລາວ; ຍາມໃດກໍຮຽງບ່າຮຽງໄຫຼ່ ແລະ ສະໜັບສະໜູນກິດຈະການສ້າງສາ, ປົກປັກຮັກສາ, ປ່ຽນແປງໃໝ່ ແລະ ພັດທະນາປະເທດລາວ.
ການພົບປະສົນທະນາລະຫວ່າງຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ກັບ ຄະນະຜູ້ແທນສະພາແຫ່ງຊາດ ລາວ  (ພາບ: VOV)

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສປປ. ລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແລະ ເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/07/1977 – 18/07/2022) ແລະ ວັນສ້າງຕັ້ງສາຍພົວພັນທາງການທູດສອງປະເທດ ຄົບຮອບ 60 ປີ (05/09/1962 – 05/09/2022), ຕອນບ່າຍວັນທີ 19 ກໍລະກົດ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານຜູ້ປະຈຳການສະພາແຫງຊາດ ຫວຽດນາມ ເຈິ່ນແທັງເໝິນ ເປັນຫົວໜ້າຄະນະ, ໄດ້ມີການພົບປະສົນທະນາກັບຄະນະຜູ້ແທນສະພາແຫ່ງຊາດ ລາວ ໂດຍທ່ານນາງຮອງປະທານສະພາແຫ່ງຊາດ ລາວ ສູນທອນ ໄຊຍະຈັກ ເປັນຫົວໜ້າຄະນະ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ການປັບປຸງ, ເພີ່ມທະວີສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບສະພາແຫ່ງຊາດ ລາວ; ຍາມໃດກໍຮຽງບ່າຮຽງໄຫຼ່ ແລະ ສະໜັບສະໜູນກິດຈະການສ້າງສາ, ປົກປັກຮັກສາ, ປ່ຽນແປງໃໝ່ ແລະ ພັດທະນາປະເທດລາວ.

        ສະພາແຫ່ງຊາດສອງປະເທດໄດ້ເຫັນດີເປັນເອກະພາບ ໃຫ້ບຸລິມະສິດແກ່ການຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງກົມການເມືອງ ປີ 2022; ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງສະພາແຫ່ງຊາດໃຫ້ມີປະສິດທິຜົນ; ສືບຕໍ່ຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນລະຫວ່າງການນຳສະພາແຫ່ງຊາດ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດສອງປະເທດເປັນປະຈຳ; ເພີ່ມທະວີການແລກປ່ຽນບົດຮຽນປະສົບການໃນການສ້າງນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມຄອງມະຫາພາກ ແລະ ຟື້ນຟູເສດຖະກິດ - ສັງຄົມ; ຊຸກຍູ້ການຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດພະລັງງານ, ການສຶກສາບຳລຸງສ້າງ, ສາທາລະນະສຸກ, ການທູດປະຊາຊົນ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ.

ທ່ານນາງຮອງປະທານສະພາແຫ່ງຊາດ ລາວ ສູນທອນ ໄຊຍະຈັກ ຢັ້ງຢືນວ່າ ຈະຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດຢ່າງແທດຈິງ, ມີປະສິດທິຜົນ. ພ້ອມທັງໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ສະພາແຫ່ງຊາດລາວ ຈະຈັດກອງປະຊຸມລະຫວ່າງສະພາແຫ່ງຊາດສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທຳອິດ ຢູ່ລາວ ໃນປີ 2023, ຫວັງວ່າ ສະພາແຫ່ງຊາດ ຫວຽດນາມ ຈະສະໜັບສະໜູນ ແລະ ໜູນຊ່ວຍສະພາແຫ່ງຊາດລາວ ຈັດຕັ້ງກອງປະຊຸມດັ່ງກ່າວໃຫ້ປະສົບຜົນສຳເລັດ. 
TAG
VOV/VOVworld/ສະ​ພາ​ແຫ່ງ​ຊາດ/ການ​ທູດ​ປະ​ຊາ​ຊົນ/ກົດ​ໝາຍ/ນະ​ໂຍ​ບາຍ/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ