logo

ປະກາດຜະລິດຕະພັນການແປ “ນິພົນ ໂຮ່ຈີມິນ ຄົບຊຸດ”

2017/9/2 | 08:09:00
(VOVWORLD) - ວັນທີ 1 ກັນຍາ, ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ໄດ້ຈັດຕັ້ງພິທີປະກາດຜະລິດຕະພັນການແປ ນິພົນ ໂຮ່ຈີມິນ ຄົບຊຸດ - ເຫຼັ້ມ 1 ຈາກພາສາ ຫວຽດ ເປັນພາສາ ລາວ. 
 
 ບັນດາຜູ້ແທນທີ່ພິທີປະກາດ

ກ່າວຄຳເຫັນທີ່ພິທີ, ຮອງສາດສະດາຈານ, ປອ ທອງສະລິດ ມັງນໍ່ເມກ, ກຳມະການສູນກາງພັກ, ຜູ້ອຳນວຍການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ, ໄດ້ເນັ້ນໜັກວ່າ:

        “ບົດນິພົນໂຮ່ຈີມິນ ຄົບຊຸດ, ເຫຼັ້ມ 1 ເຊິ່ງລວມມີບັນດາບົດຂຽນ ແລະ ບົດປະພັນວັນນະຄະດີຂອງປະທານ ໂຮ່ຈີມິນ, ແຕ່ປີ 1921 ເຖິງປີ 1924, ທີ່ສ່ອງແສງໃຫ້ເຫັນການຫັນປ່ຽນໃນແນວຄິດຂອງເພິ່ນຈາກລັດທິຮັກຊາດ ຕະຫຼອດຮອດລັດທິສັງຄົມວິທະຍາສາດ, ເປັນຂີດໝາຍໃນການສ້າງຕັ້ງແນວຄິດ ໂຮ່ຈີມິນ ກ່ຽວກັບການປົດປ່ອຍຊາດ, ປົດປ່ອຍສັງຄົມ ແລະ ປົດປ່ອຍມະນຸດ, ກ່ຽວກັບຄວາມສາມັກຄີທົ່ວປວງຊົນ ທັງຊາດ ແລະ ຄວາມສາມັກຄີສາກົນ, ກ່ຽວກັບທິດທາງການປະຕິວັດ. ການແປນິພົນ ໂຮ່ຈີມິນ ຄົບຊຸດ, ເຫຼັ້ມ 1 ນີ້ແມ່ນໝາກຜົນໃນເບື້ອງຕົ້ນ, ຈະຮັບໃຊ້ໃຫ້ແກ່ການບຳລຸງສ້າງ ຝຶກອົບຮົບພະນັກງານ, ນັກວິທະຍາສາດທິດສະດີ ການເມືອງ- ການປົກຄອງ ແລະ ຮັບໃຊ້ໃຫ້ການປັບປຸງແຜນນະໂຍບາຍ, ນະໂຍບາຍຂອງພັກ ປະຊາຊົນປະຕິວັດ ລາວ ໃນແຕ່ລະໄລຍະໃຫ້ສົມບູນແບບ.”

        ໂຄງການ “ນິພົນໂຮ່ຈີມິນ ຄົບຊຸດ ຈາກພາສາ ຫວຽດ ເປັນພາສາ ລາວ” ລວມມີ ວຽກງານການແປ ບັນດາບົດຕ່າງໆ ໃນປື້ມ “ນິພົນ ໂຮ່ຈີມິນ ຄົບຊຸດ” ດ້ວຍ 15 ເຫຼັ້ມ ແລະ ວັດຈະນານຸກົມ “ໂຮ່ຈີມິນ ວິທະຍາ”. ນີ້ເປັນຄັ້ງທຳອິດທີ່ປື້ມ “ນິພົນ ໂຮ່ຈີມິນ ຄົບຊຸດ” ໄດ້ແປເປັນພາສາ ລາວ ແລະ ຄາດວ່າ, ໂຄງການຈະແກ່ຍາວຮອດປີ 2018.

TAG
VOV/VOVworld/ນິ​ພົນ ໂຮ່​ຈີ​ມິນ/ຜະລິດຕະພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ