ການຍິງບັ້ງໄຟດອກຢູ່ຮ່າໂນ້ຍ |
ຢູ່ນະຄອນຫຼວງ ຮ່າໂນ້ຍ, ຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄດ້ເປັນຂີດໝາຍດ້ວຍການຍິງບັ້ງໄຟດອກ.
ຊາວ ຫວຽດນາມ ຫຼາຍຄົນໃຫ້ຮູ້ວ່າ ປີນີ້, ເຂົາເຈົ້າເລືອກເອົາການລົງຖະໜົນເພື່ອຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ຢາກໄດ້ສຳຜັດໂດຍກົງກັບບັນຍາກາດຂອງປີໃໝ່ທີ່ຕັ້ງຄວາມຫວັງວ່າ ຈະມີການປ່ຽນແປງຫຼາຍຢ່າງ:
“ປີນີ້, ລາຍການຍິງບັ້ງໄຟດອກງາມກວ່າທຸກໆປີ, ທຸກຄົນມີຄວາມພາກພູມໃຈ ແລະ ເບີກບານມ່ວນຊືນກວ່າທຸກໆປີ.”
“ຫວັງວ່າ ໃນປີໃໝ່ນີ້ ພາລະກິດ ແລະ ທຸກວຽກງານຈະປະສົບຜົນສຳເລັດ, ສະດວກດີກວ່າອີກ. ປີໃໝ່ມີສຸຂະພາບເຂັ້ມແຂງ. ຖ້າຫາກມີສຸຂະພາບເຂັ້ມແຂງຖືວ່າມີຄຄົບທຸກຢ່າງແລ້ວ”.
“ຂ້າພະເຈົ້າຂໍໃຫ້ປີໃໝ່ນີ້ຈະມີແຕ່ສິ່ງດີງາມເຂົ້າມາໃນຊີວິດ, ປາດຖະໜາສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ. ຄອບຄົວຍາມໃດກໍມີຄວາມສຸກ, ຄວາມມ່ວນຊື່ນ ແລະ ອີ່ມໜຳສຳລານສົມບູນພູນສຸກ”.
ບັນຍາກາດຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ ດ່າໜັງ |
ຢູ່ນະຄອນ ດ່າໜັງ, ໃນສອງຟາກແມ່ນ້ຳ ຮ່ານ ກໍໄດ້ຈຍິງບັ້ງໄຟດອກເຊັ່ນດຽວກັນ. ຢູ່ຖະໜົນເມືອງເກົ່າ ໂຮ້ຍອານ, ມີໂຄມໄຟນັບພັນໜ່ວຍໄດ້ໃຕ້ໄຟແຈ້ງທັງຝັ່ງແມ່ນ້ຳ ຮວ່າຍ ຢ່າງມະຫັດສະຈັນ. ມີຫຼາຍກິດຈະກຳວັດທະນະທຳ, ສິລະປະວັນນະຄະດີ, ການລະຫຼີ້ນພື້ນເມືອງ ອັນໄດ້ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ.
ຢູ່ຖະໜົນເມືອງເກົ່າ ໂຮ້ຍອານ, ມີໂຄມໄຟນັບພັນໜ່ວຍໄດ້ໃຕ້ໄຟແຈ້ງທັງຝັ່ງແມ່ນ້ຳ ຮວ່າຍ ຢ່າງມະຫັດສະຈັນ |
ໂດຍເຈືອຈານເຂົ້າກັບບັນຍາກາດຂອງທົ່ວປະເທດ, ຕອນຄ່ຳວັນທີ 16 ກຸມພາ, ປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບປີໃໝ່ປີມະເມຍ 2026 ໃນບັນຍາກາດຄືກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຫວັງ. ໃນຖະໜົນສາຍຕ່າງໆຢູ່ເຂດໃຈກາງ, ມີປະຊາຊົນນັບໝື່ນຄົນໄດ້ເຕົ້າໂຮມກັນຕິດຕາມລາຍການຍິງບັ້ງໄຟດອກ.
ທ່າກ່ຳປັ່ນໂດຍສານສາກົນ ຮະລອງ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນຄະນະທຳອິດ ກວ່າ 2.300 ຄົນທີ່ມາທ່ຽວແຂວງ ກວາງນິງ ຂອງ ຫວຽດນາມ. (ພາບ: VOV) |
ວັນທີ 17 ກຸມພາ, ກົງກັບວັນທີ 1 ບຸນປີໃໝ່ປະຈຳຊາດປີມະເມຍ, ທ່າກ່ຳປັ່ນໂດຍສານສາກົນ ຮະລອງ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນຄະນະທຳອິດ ກວ່າ 2.300 ຄົນທີ່ມາທ່ຽວແຂວງ ກວາງນິງ ຂອງ ຫວຽດນາມ.




