logo

ປະ​ທານ ຄຳ​ໄຕ ສີ​ພັນ​ດອນ ​ຕິດ​ພັນ​ກັບ​ພາ​ລະ​ກິດປະ​ຕິ​ວັດ ລາວ ແລະ ການ​ພົວ​ພັນ ຫວຽດ​ນາມ - ລາວ

2025/4/5 | 08:01:16
(VOVWORLD) - ທ່ານແມ່ນໜຶ່ງໃນບັນດາການນຳດີເດັ່ນໃນລຸ້ນທຳອິດຂອງພັກ, ແມ່ນແກ່ນສານຫຼັກແຫຼ່ງຂອງສູນກາງພັກ ທີ່ໄດ້ຊີ້ນຳນຳພາການປະຕິວັດຂອງຊາດ, ປະຊາທິປະໄຕ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ, ນຳການປະຕິວັດ ລາວ ຍາດໄດ້ໄຊຊະນະຢ່າງສິ້ນເຊີງ, ນຳປະເທດລາວກ້າວຂຶ້ນຕາມເປົ້າໝາຍສັງຄົມນິຍົມເທື່ອລະກ້າວ. ທ່ານປະທານ ຄຳໄຕ ສີພັນດອນ ໄດ້ເປັນກຽດຮັບຫຼຽນຄຳລະດັບຊາດຈາກພັກ, ລັດ ລາວ ແລະ ຫຼຽນໄຊດາວຄຳຈາກພັກ, ລັດ ຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ວາງພວງມາລາ, ໄວ້ອາໄລທ່ານປະທານ ຄຳໄຕ ສີພັນດອນ (ພາບ: VOV)

               “ປະທານ ຄຳໄຕ ສີພັນດອນ ຕິດພັນກັບພາລະກິດປະຕິວັດ ລາວ ແລະ ການພົວພັນ ຫວຽດນາມ - ລາວ”. ນີ້ແມ່ນຫົວຂໍ້ຂອງບົດຂຽນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ເພື່ອອາໄລຫາທ່ານອະດີດປະທານຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ ແຫ່ງ ສປປ.ລາວ ຄຳໄຕ ສີພັນດອນ ທີ່ຫາກໍ່ເຖິງແກ່ມໍລະນະກຳ.

ບົດຂຽນໄດ້ທົບທວນຄືນບັນດາຜົນງານສຳຄັນຂອງທ່ານປະທານ ຄຳໄຕ ສີພັນດອນ ມີຕໍ່ປະເທດລາວ, ໂດຍໄດ້ຢັ້ງຢືນວ່າ ທ່ານແມ່ນໜຶ່ງໃນບັນດາການນຳດີເດັ່ນໃນລຸ້ນທຳອິດຂອງພັກ, ແມ່ນແກ່ນສານຫຼັກແຫຼ່ງຂອງສູນກາງພັກ ທີ່ໄດ້ຊີ້ນຳນຳພາການປະຕິວັດຂອງຊາດ, ປະຊາທິປະໄຕ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ, ນຳການປະຕິວັດ ລາວ ຍາດໄດ້ໄຊຊະນະຢ່າງສິ້ນເຊີງ, ນຳປະເທດລາວກ້າວຂຶ້ນຕາມເປົ້າໝາຍສັງຄົມນິຍົມເທື່ອລະກ້າວ. ທ່ານປະທານ ຄຳໄຕ ສີພັນດອນ ໄດ້ເປັນກຽດຮັບຫຼຽນຄຳລະດັບຊາດຈາກພັກ, ລັດ ລາວ ແລະ ຫຼຽນໄຊດາວຄຳຈາກພັກ, ລັດ ຫວຽດນາມ.

        ໃນຕອນເຊົ້າວັນທີ 05 ເມສາ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໄດ້ນຳພາຄະນະຜູ້ແທນສະຖານທູດ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ລາວ ແລະ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ລາວ ມາວາງພວງມາລາ, ໄວ້ອາໄລອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດແຫ່ງ ສປປ.ລາວ ຄຳໄຕ ສີພັນດອນ.

ເຈິ່ນຕວັນ - ນັກຂ່າວ VOV ປະຈຳ ລາວ


TAG
VOV/VOVworld/ຄຳ​ໄຕ ສີ​ພັນ​ດອນ/ໄວ້​ອາ​ໄລ/ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ