logo

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ປຸກ​ລະ​ດົມ​ວັນ​ບຸນ ປູກ​ຕົ້ນ​ໄມ້ ຢູ່​ແຂວງ ລາວ​ກາຍ

2026/2/23 | 11:25:06
(VOVWORLD) - ທ່ານປະທານປະເທດ ເລືອງເກືອງ ໄດ້ຢັ້ງຢືນວ່າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ, ສ່ວນບຸກຄົນ ໄດ້ມີຫຼາຍຂໍ້ລິເລີ່ມ, ວິທີການທີ່ດີ, ແທ້ຈິງໃນການປະຕິບັດຂະບວນການ ບຸນເຕັດປູກຕົ້ນໄມ້, ປະກອບສ່ວນປະຕິບັດແຜນການປູກຕົ້ນໄມ້ 1 ຕື້ຕົ້ນ ໃນໄລຍະຜ່ານມາ ຢ່າງມີປະສິດທິຜົນ. 
ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ກ່າວຄຳເຫັນທີ່ພິທີ (ພາບ: VOV )

ຕອນເຊົ້າວັນທີ 23 ກຸມພາ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ໄດ້ເຂົ້າຮ່ວມພິທີປຸກລະດົມ ວັນບຸນ ປູກຕົ້ນໄມ້ ລະດູບານໃໝ່ປີມະເມຍ 2026 ຢູ່ຕາແສງ ກາມເດືອງ, ແຂວງ ລາວກາຍ, ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມສົມທົບກັບແຂວງ ລາວກາຍຈັດຂຶ້ນ.

ທ່ານປະທານປະເທດ ເລືອງເກືອງ ໄດ້ຢັ້ງຢືນວ່າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ, ສ່ວນບຸກຄົນ ໄດ້ມີຫຼາຍຂໍ້ລິເລີ່ມ, ວິທີການທີ່ດີ, ແທ້ຈິງໃນການປະຕິບັດຂະບວນການ ບຸນເຕັດປູກຕົ້ນໄມ້, ປະກອບສ່ວນປະຕິບັດແຜນການປູກຕົ້ນໄມ້ 1 ຕື້ຕົ້ນ ໃນໄລຍະຜ່ານມາ ຢ່າງມີປະສິດທິຜົນ. ທ່ານປະທານປະເທດ ເລືອງເກື່ອງ ປາດຖະໜາ:

ຂ້າພະເຈົ້າສະເໜີທຸກຂັ້ນ, ທຸກຂະແໜງການ ແລະ ບັນດາທ້ອງຖິ່ນ ເພີ່ມທະວີການໂຄສະນາການສຶກສາ, ຍົກສູງຄວາມຮັບຮູ້ກ່ຽວກັບບົດບາດ, ຄວາມໝາຍຂອງວັນບຸນປູກຕົ້ນໄມ້ ຕາມແນວຄິດປະທານໂຮ່ຈີມິນ ຕິດພັນກັບການເພີ່ມທະວີການຫາເງິນລ້ຽງຊີບ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງທິວທັດທຳມະຊາດ, ການຄຸ້ມຄອງການນຳໃຊ້ຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອກາດ. ນີ້ແມ່ນບ້ວງເງິນລົງທຶນ ຍຸດທະສາດ, ນຳມາເຊິ່ງປະສິດທິຜົນອັນຍິ່ງໃຫຍ່ ແລະ ຍາວນານ, ບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າດ້ານເສດຖະກິດ ເທົ່ານັ້ນ ຫາກຍັງ ແມ່ນແຫຼ່ງຫາເງິນລ້ຽງຊີບແບບຍືນຍົງໃຫ້ແກ່ປະຊາຊົນແຕ່ລະຄົນອີກດ້ວຍ.

ແລະກໍ່ໃນຕອນເຊົ້າວັນທີ 23 ກຸມພາ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ໄປອວຍພອນບຸນເຕັດອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງ ລາວກາຍ.

TAG
VOV/VOVworld/ປຸກ​ລະ​ດົມ​ວັນ​ບຸນ/ປູກ​ຕົ້ນ​ໄມ້/ລາວ​ກາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ