logo

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ແລະ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ເຂົ້າ​ຮ່ວມ​ພິ​ທີປະ​ດັບຫຼຽນ​ໄຊ​ຂອງ​ ລາວ ​ມອບ​ໃຫ້​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ

2025/4/29 | 11:57:21
(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນໜຶ່ງໃຫ້ແກ່ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ພ້ອມດ້ວຍບັນດາອະດີດຮອງປະທານປະເທດ ທ່ານນາງ ຫງວຽນທິບິ່ງ, ທ່ານນາງ ເຈື່ອງໝີຮວາ, ທ່ານນາງ ຫງວຽນທິຢວານ ແລະ ທ່ານນາງ ດັ້ງທິງອກທິ້ງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ມອບຫຼຽນໄຊອິດສະຫຼະຊັ້ນໜຶ່ງໃຫ້ແກ່ການນຳຂັ້ນສູງ ຫວຽດນາມ (ພາບ: VOV)

  ຕອນບ່າຍວັນທີ 29 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ພັກ, ລັດ ລາວ ໄດ້ຈັດພິທີປະດັບຫຼຽນໄຊຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໃຫ້ແກ່ບັນດາການນຳ ແລະ ອະດີດການນຳຂັ້ນສູງ ຫວຽດນາມ, ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງ ລາວ ມາ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2025). ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີ.

        ທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນໜຶ່ງໃຫ້ແກ່ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ພ້ອມດ້ວຍບັນດາອະດີດຮອງປະທານປະເທດ ທ່ານນາງ ຫງວຽນທິບິ່ງ, ທ່ານນາງ ເຈື່ອງໝີຮວາ, ທ່ານນາງ ຫງວຽນທິຢວານ ແລະ ທ່ານນາງ ດັ້ງທິງອກທິ້ງ.

TAG
VOV/VOVworld/ຫຼ​ຽນ​ໄຊ ອິ​ດ​ສະຫຼະ/ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ/ເລ​ຂາ​ທິ​ການ​ໃຫຍ່/ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ