ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານ Mazen Turki El ປະທານສະພາຕ່ຳ ຈໍແດນ (ພາບ: VOV) |
ຕອນບ່າຍວັນທີ 3 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ໃຫ້ການຕ້ອນຮັບທ່ານ Mazen Turki El Qadi ປະທານສະພາຕ່ຳ ຈໍແດນ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 2 – 5 ກຸມພາ. ນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານສະພາຕ່ຳ ຈໍແດນ Mazen Turki El Qadi ໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການພົວພັນດ້ານການເມືອງ - ການຕ່າງປະເທດຜ່ານບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ ແລະ ພິຈາລະນາສ້າງບັນດາກົນໄກຮ່ວມມືໃໝ່. ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສອງຝ່າຍເຫັນດີເປັນເອກະພາບ ສືບຕໍ່ຫັນບັນດາໂອກາດຮ່ວມມືເປັນລະອຽດ, ເພີ່ມທະວີການພົບປະ, ແລກປ່ຽນບົດຮຽນ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດທີ່ເປັນທ່າແຮງຂອງບັນດາຝ່າຍ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ, ສາທາລະນະສຸກ, ການສຶກສາ, ພັດທະນາຂະແໜງ Halal ແລະ ການພົວພັນແລກປ່ຽນປະຊາຊົນ.




