logo

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ

2025/12/31 | 11:11:08
(VOVWORLD) - ທີ່ການຕ້ອນຮັບທ່ານ Mong Meynardo Los Banos Montealegre ເອກອັກຄະລັດຖະທູດ ຟີລິບປິນ, ທ່ານປະທານປະເທດ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ  - ຟີລິບປິນ
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານ Mong Meynardo Los Banos Montealegre ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ(ພາບ: VOV)

ຕອນບ່າຍວັນທີ 31 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Mohammed Ismaeil A. Dahlwy  ເອກອັກຄະລັດຖະທູດ ອາຣັບບິ ຊາອຸດິ  ແລະ ທ່ານ Mong Meynardo Los Banos Montealegre ເອກອັກຄະລັດຖະທູດ ຟີລິບປິນ ເຂົ້າຢ້ຽມອຳລາດເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດວຽກງານຢູ່ ຫວຽດນາມ.

ທີ່ການຕ້ອນຮັບທ່ານ Mohammed Ismaeil A. Dahlwy  ເອກອັກຄະລັດຖະທູດ ອາຣັບບິ ຊາອຸດິ, ທ່ານປະທານປະເທດ ຢັ້ງຢືນວ່າ ອາຣັບບິ ຊາອຸດິແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ ພາກພື້ນຕາເວັນອອກກາງ; ທ່ານເນັ້ນໜັກວ່າໃນອາຍຸການປະຕິບັດງານຂອງທ່ານ ເອກອັກຄະລັດຖະທູດ, ການພົວພັນ ຫວຽດນາມ - ອາຣັບບິ ຊາອຸດິ ບັນລຸໄດ້ບາດກ້າວຕັ້ງໜ້າຫຼາຍຢ່າງໃນທຸກຂົງເຂດ.

ທີ່ການຕ້ອນຮັບທ່ານ Mong Meynardo Los Banos Montealegre ເອກອັກຄະລັດຖະທູດ ຟີລິບປິນ, ທ່ານປະທານປະເທດ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ  - ຟີລິບປິນ, ທ່ານຖືວ່າສອງຝ່າຍຄວນເພີ່ມທະວີການຫັນບັນດາຂໍ້ຕົກລົງຂັ້ນສູງເປັນລະອຽດ, ເປີດກວ້າງການຮ່ວມມືໃນທຸກຂົງເຂດ, ທ່ານປາດຖະໜາ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເອົາໃຈໃສ່ປະກອບສ່ວນໃຫ້ແກ່ການພົວພັນຂອງສອງປະເທດ.

TAG
VOV/VOVworld/ອາຣັບບິ ຊາອຸດິ/ຫວຽດ​ນາມ/ຟີ​ລິບ​ປິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ