logo

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ.ເຊັກ​ໂກ ເຂົ້າ​ຢ້ຽມ​ອຳ​ລາ

2026/2/3 | 11:22:30
(VOVWORLD) - ທ່ານ Hynek Kmonicek ເອກອັກຄະລັດຖະທູດ ຢັ້ງຢືນ ລັດຖະບານຊຸດໃໝ່ຂອງ ສ.ເຊັກໂກ ສືບຕໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຢູ່ ອາຊີ ແລະ ປາດຖະໜາຢາກສ້າງເງື່ອນໄຂໃຫ້ຜູ້ອອກແຮງງານ ຫວຽດນາມ ເຂົ້າຮ່ວມຕະຫຼາດເຊັກໂກຄືນໃໝ່. 
ທ່ານປະທານປະເທດ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບທ່ານ Hynek Kmonicek ເອກອັກຄະລັດຖະທູດ ສ.ເຊັກໂກ (ພາບ: VOV)

ຕອນບ່າຍວັນທີ 3 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບທ່ານ Hynek Kmonicek ເອກອັກຄະລັດຖະທູດ ສ.ເຊັກໂກ ເຂົ້າຢ້ຽມອຳລາເນື່ອງໃນໂອກາດປະຕິບັດສຳເລັດການປະຕິບັດວຽກງານການຕ່າງປະເທດຢູ່ ຫວຽດນາມ. ນະທີ່ນີ້, ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບເຊັກໂກ,ສຳລັບຍຸດທະສາທຳອິດຂອງ ຫວຽດນາມ ຢູ່ ເອີລົບຕາເວັນອອກກາງ; ທ່ານສະເໜີໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ພົບປະແລກປ່ຽນປະຊາຊົນ ແລະ ຮັບຮອງເອົາແຜນການກະທຳຜັນຂະຫຍາຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຊັກໂກໂດຍໄວ.  ທ່ານປະທານປະເທດ ຖືວ່າ ການຮ່ວມມືລະຫວ່າງສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຕ້ອງຂຸດຄົ້ນ ແລະ ປາດຖະໜາຢາກສອງຝ່າຍຈຸກຍູ້ຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ.

ສ່ວນທ່ານ Hynek Kmonicek ເອກອັກຄະລັດຖະທູດ ຢັ້ງຢືນ ລັດຖະບານຊຸດໃໝ່ຂອງ ສ.ເຊັກໂກ ສືບຕໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຢູ່ ອາຊີ ແລະ ປາດຖະໜາຢາກສ້າງເງື່ອນໄຂໃຫ້ຜູ້ອອກແຮງງານ ຫວຽດນາມ ເຂົ້າຮ່ວມຕະຫຼາດເຊັກໂກຄືນໃໝ່. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ເຖິງວ່າຢູ່ບໍ່ວ່າຖານະຕຳແໜ່ງໃດ, ທ່ານເອກອັກຄະລັດຖະທູດເອງ ກໍ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືອັນດີງາມ, ສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອນຳການຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

TAG
VOV/VOVworld/ຫ​ວຽດ​ນາມ/ສ.ເຊັກ​ໂກ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ