logo

ປະທານສະພາແຫ່ງຊາດລາວຕີລາຄາສູງຄວາມຄືບໜ້າຜັນຂະຫຍາຍໂຄງການສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ

2018/1/26 | 10:38:02
(VOVWORLD) -ວັນທີ 26 ມັງກອນ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ກະຊວງກໍ່ສ້າງ ຫວຽດນາມ, ໂດຍທ່ານ ລັດຖະມົນຕີ ຟ້າມຮົ່ງຮ່າ ເປັນຫົວໜ້າຄະນະ, ເນື່ອງໃນໂອກາດ ທີ່ຄະນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ.
(ລາວຕີລາຄາສູງຄວາມຄືບໜ້າຜັນຂະຫຍາຍໂຄງການສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ)

ລາຍງານຕໍ່ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້ ຮັບຊາບ ກ່ຽວກັບຜົນຂອງການເຮັດວຽກກັບ ຄະນະຄຸ້ມຄອງໂຄງການກໍ່ສ້າງ ຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ, ທ່ານລັດຖະມົນຕີ ຟ້າມຮົ່ງຮ່າ ໃຫ້ຮູ້ວ່າ: ສອງຝ່າຍໄດ້ເຫັນດີເປັນເອກະພາບສູງ ຕໍ່ບັນດາເນື້ອໃນການຜັນຂະຫຍາຍ ແລະ ລົງນາມໃນຂໍ້ຕົກລົງ ກ່ຽວກັບກົນໄກສົມທົບ, ຂອບເຂດວຽກງານທີ່ກ່ຽວຂ້ອງ ເຖິງໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ. ສອງຝ່າຍກໍ່ເຫັນດີເປັນເອກະພາບ ພ້ອມກັນມານະພະຍາຍາມປະຕິບັດການລົງທຶນກໍ່ສ້າງຫໍສະພາແຫ່ງຊາດລາວ,  ຮັບປະກັນຄຸນນະພາບ, ເຕັກນິກ, ຄວາມສວຍງາມ, ຄວາມປອດໄພຂອງກິດຈະກຳຕາມໂຄງການ, ການອອກແບບທີ່ໄດ້ຮັບການອະນຸມັດຜ່ານ ຈາກຂັ້ນມີສິດອຳນາດຂອງຫວຽດນາມ ແລະ ລາວ; ສູ້ຊົນເພື່ອ ໄດ້ມອບ -ຮັບກິດຈະກຳໃນທ້າຍປີ 2020.

        ສ່ວນທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້ ຕີລາຄາສູງໝາກຜົນການເຮັດວຽກ ລະຫວ່າງ ກະຊວງກໍ່ສ້າງຫວຽດນາມ ແລະ ຄະນະຄຸ້ມຄອງໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ, ຢືນຢັນວ່າ ຂໍ້ຕົກລົງທີ່ໄດ້ລົງນາມ ຈະເປັນພື້ນຖານດ້ານນິຕິກຳ ເພື່ອສືບຕໍ່ຜັນຂະຫຍາຍບັນດາວຽກງານຕໍ່ໄປ.

TAG
VOV/VOVworld/ຫໍ​ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ