logo

ປະທານສະພາແຫ່ງຊາດລາວປານີ ຢາທໍ່ຕູ້ພົບປະກັບນັກສຶກສາລາວພວມຮ່ຳຮຽນຢູ່ເຊີນລາ

2017/7/5 | 11:03:03
(VOVWORLD) -ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ, ຕອນເຊົ້າວັນທີ 05 ມິຖຸນາ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ແລະ ສະພາແຫ່ງຊາດ ສປປ.ລາວ ໄດ້ມີການພົບປະກັບນັກສຶກສາລາວ ພວມຮ່ຳຮຽນຢູ່ແຂວງເຊີນລາ.
(ການພົບປະກັບນັກສຶກສາລາວ ພວມຮ່ຳຮຽນຢູ່ແຂວງເຊີນລາ)

ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ ໄດ້ຍ້ອງຍໍ ຊົມເຊີຍຈິດໃຈຮ່ຳຮຽນຂອງບັນດານັກສຶກສາລາວ ພວມຮ່ຳຮຽນຢູ່ເຊີນລາ, ປາດຖະໜາວ່າພວກນັກສຶກສາຈະມານະພະຍາຍາມເພື່ອບັນລຸໝາກຜົນດີທີ່ສຸດໃນການຮ່ຳຮຽນ, ກຳແໜ້ນ ແລະ ເຂົ້າໃຈແຈ້ງບັນດາຄວາມຮູ້ດ້ານວິຊາສະເພາະເພື່ອສືບທອດມູນເຊື້ອຂອງລຸ່ນພໍ່, ລຸ່ນອ້າຍປະກອບສ່ວນສ້າງສາປະເທດລາວ. ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້ ສະແດງຄວາມຫວັງວ່າ, ບັນດາກະຊວງ, ຂະແໜງການຂັ້ນສູນກາງຂອງຫວຽດນາມ ເວົ້າລວມ ແລະ ແຂວງເຊີນລາ ເວົ້າສະເພາະ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ບັນດາແຂວງຂອງລາວ ໃນວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ຍົກສູງຄຸນນະພາບການບຳລຸງສ້າງໃຫ້ສົມກັບທ່າອ່ຽງພັດທະນາໃນຄືໃນປະຈຸບັນໃຫ້ດີກວ່າອີກ. ແຂວງເຊີນລາ ສືບຕໍ່ພັດທະນາການຮ່ວມມືໃນທຸກຂົງເຂດ, ໂດຍສະເພາະແມ່ນການສຶກສາ; ໃນນັ້ນເອົາໃຈໃສ່ເຖິງການລົງທຶນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂົງເຂດກະສິກຳ ຊົນນະບົດ, ສ້າງຖັນແຖວພະນັກງານການແພດ ແລະ ບັນດາຂົງເຂດທີ່ກ່ຽວຂ້ອງໂດຍກົງເຖິງຊີວິດການເປັນຢູ່ຂອງປະຊາຊົນ.

TAG
VOV/VOVworld/​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ