logo

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ຄອບ​ຄົວ​ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຫືວ​ທໍ້

2026/1/25 | 11:24:56
(VOVWORLD) - ຕອນເຊົ້າວັນທີ 25 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄດ້ຖະຫວາຍທູບທຽນອາໄລຫາທ່ານອະດີດປະທານສະພາແຫ່ງຊາດ ຫງວຽນຫືວທໍ້ ເນື່ອງໃນໂອກາດບຸນປີໃໝ່ປີມະເມຍ 2026.
ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນຮັບຊົມບາງຮູບພາບຂອງຄອບຄົວທ່ານອະດີດປະທານສະພາແຫ່ງຊາດ ຫງວຽນຫືວທໍ້ (ພາບ: VOV)

ເມື່ອໂອ້ລົມກັບຄອວຄົວທ່ານອະດີດປະທານສະພາແຫ່ງຊາດ ຫງວຽນຫືວທໍ້, ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ ໄດ້ຫວນຄືນບັນດາຂີດໝາຍສຳຄັນໃນຊີວິດ ແລະ ພາລະກິດຂອງອະດີດປະທານສະພາແຫ່ງຊາດ ຫງວຽນຫືວທໍ້ (ປະທານສະພາແຫ່ງຊາດຊຸດທີ VII). ພ້ອມທັງແຈ້ງໃຫ້ຊາບກ່ຽວກັບບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ, ປີ 2026ແມ່ນ ປີບານພັບເພື່ອບູລະນະຖັນແຖວພະນັກງານ. ທ່ານປະທານສະພາແຫ່ງຊາດຢັ້ງຢືນວ່າ: “ຕາແສງເຂັ້ມແຂງ ນະຄອນຈຶ່ງເຂັ້ມແຂງ, ນະຄອນເຂັ້ມແຂງ ປະເທດຊາດຈຶ່ງເຂັ້ມແຂງ”. ເປົ້າໝາຍແກ່ນສານແມ່ນສ້າງຖັນແຖວພະນັກງານຮາກຖານທີ່ມີກຳລັງຄວາມສາມາດຢ່າງພຽງພໍ, ມີຄວາມໄວ້ວາງໃຈເພື່ອຕອບສະໜອງຄວາມຮຽກຮ້ອງຊີ້ນຳຈາກສູນກາງ ແລະ ນະຄອນ.

ທ່ານ ເຈິ່ນແທັງເໝິນ ແລະ ຄະນະການນຳຖ່າຍຮູບກັບຄອບຄົວ (ພາບ: VOV)

   ກໍໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ອະດີດການນຳພັກ, ລັດພວມດຳລົງຊີວິດຢູ່ນະຄອນ ໂຮ່ຈີມິນ.

TAG
VOV/VOVworld/ທ່ານ​ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຫືວ​ທໍ້/ປະ​ທານ​ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ