logo

ປະ​ທາ​ນາ​ທິ​ບໍ​ດີ ອາ​ມາ​ລິ​ກາ ກ່າວ​ເຕືອນ​ບັນ​ດາຄູ່ຮ່ວມ​ມື​ດ້ານ​ການ​ຄ້າ ພາຍຫຼັງ​ ​ສານ​ສູງ​ສຸດອອກຄຳ​ຕັດ​ສິນ​

2026/2/24 | 08:08:31
(VOVWORLD) - ສະພາແຫ່ງຊາດ ຍາກທີ່ຈະຮັບຮອງເອົາບໍ່ວ່າຮ່າງກົດໝາຍສະບັບໃດ ເພື່ອເຮັດໃຫ້ລາຍການພາສີອາກອນຂອງ ປະທານາທິບໍດີ Donald Trump ຖືກຕ້ອງຕາມກົດໝາຍ.

 ທ່ານປະທານາທິບໍດີ Donald Trump  (ພາບ: REUTERS/Carlos Barria)

    ໃນບົດຂຽນທີ່ລົງທາງສື່ສັງຄົມ Truth Social,  ວັນທີ 23 ກຸມພາ, ທ່ານ Donald Trump, ປະທານາທິບໍດີ ອາມາລິກາ ກ່າວເຕືອນວ່າ ບໍ່ວ່າປະເທດໃດຊອກຫາວິທີຄັດຄ້ານ ພາຍຫຼັງສານສູງສຸດ ອອກຄຳຕັດສິນສຳຄັນກ່ຽວກັບພາສີອາກອນ ຈະຕ້ອງປະເຊີນໜ້າກັບອັດຕາພາສີສູງກ່ວາ. ກ່ອນໜ້ານັ້ນ, ຄຳຕັດສິນຂອງສານສູງສຸດ ອາເມລິກາ ຖືວ່າ: ບັນດາອັດຕາພາສີທີ່ທ່ານ Trump ຈັດວາງເມື່ອປີ 2025 ໂດຍອີງຕາມກົດໝາຍວ່າດ້ວຍສະພາການສຸກເສີນແຫ່ງຊາດ ແມ່ນຜິດກົດໝາຍ. ຄຳຖະແຫຼງແຂງກະດ້າງຂອງທ່ານ Trump ໄດ້ຍົກອອກມາ ໃນສະພາບການທີ່ທຳນຽບຂາວ ພວມຊອກຫາບັນດາພື້ນຖານດ້ານນິຕິກຳອື່ນ ເພື່ອສືບຕໍ່ຮັກສາຫຼືເພີ່ມກຳລັງດັນດ້ານການຄ້າ, ໂດຍບໍ່ຫົວຊາຕໍ່ສິ່ງຈຳກັດຊື່ງຄຳຕັດສິນດັ່ງກ່າວໄດ້ວາງອອກ. ໃນເວລາລໍຖ້າ, ອຳນາດການປົກຄອງຂອງປະທານາທິບໍດີ Donald Trump ໄດ້ຈັດວາງອັດຕາພາສີໂດຍຊົ່ວຄາວແມ່ນ 15% ສຳລັບສິນຄ້ານຳເຂົ້າ ອາເມລິກາ ແລະ ມີຜົນບັງຄັບໃຊ້ໃນເວລາ 150 ວັນ.

   ໃນຂະນະຂັ້ນ, ທ່ານ Mike Johnson  ປະທານສະພາຕ່ຳ ອາເມລິກາ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ຍາກທີ່ຈະຮັບຮອງເອົາບໍ່ວ່າຮ່າງກົດໝາຍສະບັບໃດ ເພື່ອເຮັດໃຫ້ລາຍການພາສີອາກອນຂອງ ປະທານາທິບໍດີ Donald Trump ຖືກຕ້ອງຕາມກົດໝາຍ. ທ່ານ Mike Johnson ຊີ້ແຈ້ງວ່າ ເລື່ອງຊອກຫາຄວາມເຫັນດີເຫັນພ້ອມໃນສະພາແຫ່ງຊາດ ກ່ຽວກັບບໍ່ວ່າທິດເດີນຕໍ່ໄປໃດໆ ຂອງບັນຫາພາສີອາກອນ ຈະແມ່ນສິ່ງທ້າທາຍ ແລະ ສະແດງຄວາມສົງໃສຕໍ່ຄວາມສາມາດນຳບັນຫາພາສີອາກອນເຂົ້າຮ່າງກົດໝາຍສະບັບໜຶ່ງຕາມຂັນຕອນການປັບປຸງງົບປະມານຄືດັ່ງແນວຄວາມຄິດຂອງສະມາຊິດລັດຖະສະພາພັກສາທາລະນະລັດຈຳນວນໜຶ່ງ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ