logo

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກ​າ ບໍ່​ປະ​ລະ​ວິ​ວັດ​ທະ​ນາການ​ສັນ​ຕິ​ພາບ​ຢູ່ ຢູ​ແກຼນ

2026/1/27 | 07:55:59
(VOVWORLD) - ທ່ານ Zelensky ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ: ຄະນະຜູ້ແທນຂອງ ກີແອັບ ແລະ ມົດສະກູ ຈະສືບຕໍ່ພົບປະກັນຢູ່ UAE ໃນທ້າຍອາທິດນີ້.
ທ່ານນາງ Karoline Leavit  ເລຂາສື່ມວນຊົນທຳນຽບຂາວ (ພາບ: VOV)

   ໃນການປະຊຸມຂ່າວຊິ່ງຈັດຂຶ້ນໃນວັນທີ 26 ມັງກອນ, ທ່ານນາງ Karoline Leavit  ເລຂາສື່ມວນຊົນທຳນຽບຂາວໃດ້ຮູ້ວ່າ: ທ່ານ Donald Trump ປະທານາທິບໍດີ ອາເມລິກາ ບໍ່ປະລະວິວັດທະນາການສັນຕິພາບຢູ່ ຢູແກຼນ ແລະ ຍັງຄົງເຂົ້າຮ່ວມຢ່າງເລິກເຊິ່ງກ້ວາງຂວາງຢູ່. ຄຳເຫັນຂອງທ່ານນາງ Karoline Leavitt  ໄດ້ຍົກອອກມາໃນສະຖານະການທີ່ບັນດາເຈົ້າໜ້າທີ່ອະວຸໂສຂອງ ອາເມລິກາ, ລັດເຊຍ ແລະ ອູແກຼນ ຫາກໍ່ມີການພົບປະສາມຝ່າຍຄັ້ງທຳອິດຢູ່ ສະຫະລັດ ເອມມີເລດ ຢູໄນເຕັບ ແລະ ຄາດວ່າຈະພົບປະກັນໃນທ້າຍອາທິດນີ້ເພື່ອສືບຕໍ່ປຶກສາຫາລື.

  ໃນຂະນະນັ້ນ, ໃນບົດກ່າວຄຳປາໄສໃນວັນດຽວກັນ, ທ່ານ Zelensky ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ: ຄະນະຜູ້ແທນຂອງ ກີແອັບ ແລະ ມົດສະກູ ຈະສືບຕໍ່ພົບປະກັນຢູ່ UAE ໃນທ້າຍອາທິດນີ້ເພື່ອເຈລະຈາກ່ຽວກັບຂໍ້ຕົກລົງສັນຕິພາບ.

TAG
VOV/VOVworld/ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກ​າ ບໍ່​ປະ​ລະ​ວິ​ວັດ​ທະ​ນາການ​ສັນ​ຕິ​ພາບ​ຢູ່ ຢູ​ແກຼນ/ທ່ານນາງ Karoline Leavitt

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ