logo

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ພົບ​ປະ​ກັບ​​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ ອີ​ຣານ ແລະ ກາ​ຊາ

2025/12/30 | 07:29:43
(VOVWORLD) - ວັນທີ 29 ທັນວາ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ມີການພົບປະກັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ Florida, ໃນຂອບເຂດການຢ້ຽມຢາມ ອາເມລິກາ ຄັ້ງທີ 5 ຂອງປີ 2025.

 ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Trump ໄດ້ສະແດງຫຼັກໝັ້ນສະໜັບສະໜູນການນຳ ອິດສະຣາແອັນ, ຊົມເຊີຍທ່ານ Netanyahu ໄດ້ປະຕິບັດຖືກຕ້ອງຕາມແຜນການ ກ່ຽວກັບຄຳສັ່ງຢຸດຍິງກັບ ຮາມາດສ, ໂດບໍ່ຫົວຊາຕໍ່ເລື່ອງມີຜູ້ຊ່ວຍວຽກ ແລະ ປະເທດພັນທະມິດຈຳນວນໜຶ່ງຖືວ່າ ນາຍົກລັດຖະມົນຕີ ອິດສະຣາແອັນ ພວມໂຈະການປະຕິບັດບາງມາດຕາໃນຂໍ້ຕົກລົງຢຸດຍິງທີ່ໄດ້ລົງນາມໃນເດືອນຕຸລາຜ່ານມາ. ທ່ານປະທານາທິບໍດີ ອາເມລິກາ ກໍສະແດງຄວາມປາດຖະໜາ ຢາກຫັນໄປສູ່ໄລຍະທີ 2 ຂອງຂໍ້ຕົກລົງຢຸດຍິງ ລະຫວ່າງ ອິດສະຣາແອັນ ແລະ ຮາມາດສ ໂດຍໄວ, ແຕ່ກໍເນັ້ນໜັກເຖິງເງື່ອນໄຂຕັດສິນຊີ້ຂາດແມ່ນ ຮາມາດສ ຕ້ອງປົດອາວຸດ.

ກ່ຽວກັບບັນຫາ ອີຣານ, ທ່ານ Trump ກໍຖະແຫຼງວ່າ ປັດຈຸບັນ ອາເມລິກາ ຍັງບໍ່ທັນມີຫຼັກຖານຕໍ່ເລື່ອງ ອີຣານ ມີການກະທຳສ້າງບັນດາລາຍການລູກສອນໄຟນຳວິຖີ ແລະ ອາວຸດນິວເຄຼຍ ຄືນໃໝ່ເທື່ອ.

ກວາງຈຸງ - ບາທີ, ນັກຂ່າວ VOV ປະຈຳ ອາເມລິກາ ແລະ ອີຢິບ

 


 

TAG
VOV/VOVworld/ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ພົບ​ປະ​ກັບ​​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ/​ບັນ​ຫາ ອີ​ຣານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ