logo

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ສືບ​ຕໍ່​ຍົກ​ລະ​ດັບ​ອັດ​ຕາ​ພາ​ສີ​ທົ່ວ​ໂລກ​ຂຶ້ນ 15%

2026/2/22 | 09:41:20
(VOVWORLD) - ຜູ້ນຳໜ້າທຳນຽບຂາວປະກາດວ່າ ທ່ານໄດ້ເຊັນລັດຖະດຳລັດຈັດວາງອັດຕາພາສີທົ່ວໂລກ 10% ຕາມມາຕາ 122 ຂອງກົດໝາຍວ່າດ້ວຍການຄ້າປີ 1974 ດ້ວຍຜົນບັງຄັບໃຊ້ນັບແຕ່ວັນ 24 ກຸມພາ.

   ໃນບົດຂຽນເອົາລົງໃນສື່ສັງຄົມ Truth Social ໃນຕອນຄ່ຳວັນທີ 21 ກຸມພາ, ຕາເວລາ ວໍຊິງຕັນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດວ່າສືບຕໍ່ຍົກລະດັບອັດຕາພາສີທົ່ວໂລກສຳລັບບັນດາສິນຄ້ານຳເຂົ້າ ອາມເລິກາ ແຕ່ 10% (ປະກາດໃນວັນທີ20 ກຸມພາ) ຂຶ້ນ 15%. ປະທານາທິບໍດີ ອາເມລິກາ ຢືນຢັນວ່າ ອັດຕາພາສີນີ້ມີຜົກບັງຄັບໃຊ້ໃນທັນທີ ແລະ “ໄດ້ກັຮບການກວດກາດ້ານກົດໝາຍແລ້ວ”. ການກະທຳດັ່ງກ່າວເກີດຂຶ້ນພາຍຫຼັງສາສູງສຸດ ອາເມລິກາ ອອກຄຳຕັດສິນປະຕິເສດສ່ວນຫຼາຍບັນດາມາດຕະການພາສີອາກອນເລິກເຊິ່ງກ້ວາງຂວາງ ຊື່ງອຳນາດການປົກຄອງຂອງ ປະທານາທິບໍດີ Trump ນຳໃຊ້ກ່ອນນັ້ນ.

  ກ່ອນໜ້ານັນ, ວັນທີ 20 ກຸມພາ, ພາຍຫຼັງສານສູງສຸດ ອາເມລິກາ ປະຕິເສດບັນດາລະດັບອັດຕາພາສີອາກອນນຳເຂົ້າສົມທົບໃນລວງກ້ວາງ ຂອງ ປະທານາທິບໍດີ Donald Trump ອີງຕາມກົດໝາຍວ່າດ້ວຍສິດເສດຖະກິດດ່ວນສາກົນ (IEEPA), ຜູ້ນຳໜ້າທຳນຽບຂາວປະກາດວ່າ ທ່ານໄດ້ເຊັນລັດຖະດຳລັດຈັດວາງອັດຕາພາສີທົ່ວໂລກ 10% ຕາມມາຕາ 122 ຂອງກົດໝາຍວ່າດ້ວຍການຄ້າປີ 1974 ດ້ວຍຜົນບັງຄັບໃຊ້ນັບແຕ່ວັນ 24 ກຸມພາ, ໃນນັ້ນ, ຍົກເວັ້ນບັນຊີລາຍຊື່ບັນດາຜະລິດຕະພັນ ອອກຈາກເລື່ອງຖືກຈັດວາງອັດຕາພາສີໃໝ່, ລວມມີ: ຊີ້ງົວ, ໝາກເລັ່ນ, ໝາກກ້ຽງ, ຢຸກຢາ, ລົດໂດຍສານ….

TAG
VOV/VOVworld/ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ສືບ​ຕໍ່​ຍົກ​ລະ​ດັບ​ອັດ​ຕາ​ພາ​ສີ​ທົ່ວ​ໂລກ​ຂຶ້ນ 15%

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ