logo

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

2026/1/5 | 10:06:18
(VOVWORLD) -  ສາຍໄຟຂົນສົ່ງສິນຄ້າລະຫວ່າງ ຈີນ - ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈດ້ານເວລາ ແລະ ຄ່າໃຊ້ຈ່າຍເໝາະສົມກັບຄວາມຕ້ອງການສົ່ງອອກສິນຄ້າຂາຍຍ່ອຍໄປຕະຫຼາດ ອາຊຽນ.
ລົດໄຟເຊື່ອມຕໍ່ ຈີນ - ຫວຽດນາມ
(ພາບປະກອບ: TTXVN)

ໃນປີ 2025, ບັນດາຂະບວນລົດໄຟເຊື່ອມຕໍ່ ຈີນ - ຫວຽດນາມ ເລີ່ມເດີນທາງຈາກເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວ້າງ, ແຂວງ ກວາງສີ, ຈີນ ໄດ້ຂົນສົ່ງສິນຄ້າສົ່ງອອກລວມທັງໝົດ 37.000 ຕູ້ຄອນແທນເນີ, ເພີ່ມຂຶ້ນ 86% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ສ້າງລະດັບສະຖິຕິສູງສຸດມາຮອດປະຈຸບັນ. ປະຈຸບັນ, ປະລິມານສິນຄ້າຂົນສົ່ງຜ່ານສາຍນີ້ໄດ້ກວມເອົາ 73% ຈຳນວນລົດໄຟສົ່ງເຂົ້າ ຫວຽດນາມ ແລະ 86% ຍອດປະລິມານ container ສົ່ງອອກດ້ວຍທາງລົດໄຟມາຍັງ ຫວຽດນາມ. ນັບແຕ່ປີ 2025, ຂະແໜງລົດໄຟຂອງ ຈີນ ໄດ້ຍົກລະດັບບັນຈຸນຳໜັກຂອງລົດໄຟໃນສາຍ ເຜິງສຽງ (ກວາງສີ) - ດົ່ງດັງ (ຫວຽດນາມ) ຈາກ 1.000 ໂຕນຂຶ້ນເປັນ 1.300 ໂຕນ, ຜ່ານນັ້ນ ຊ່ວຍຍົກຜ່ານແດນຢູ່ດ່ານຊາຍແດນລົດໄຟ ເຜິງສຽງ ຂຶ້ນຕື່ມ 30%.

 ສາຍໄຟຂົນສົ່ງສິນຄ້າລະຫວ່າງ ຈີນ - ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈດ້ານເວລາ ແລະ ຄ່າໃຊ້ຈ່າຍເໝາະສົມກັບຄວາມຕ້ອງການສົ່ງອອກສິນຄ້າຂາຍຍ່ອຍໄປຕະຫຼາດ ອາຊຽນ.

TAG
VOV/VOVworld/​ຂົນ​ສົ່ງ/​ສິນ​ຄ້າ​/ສົ່ງ​ອອກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ