logo

ປະ​ສິດ​ທິ​ຜົນ​ຈາກ​ໜ່ວຍ​ເຕັກ​ໂນ​ໂລ​ຢີ​ຊຸມ​ຊົນ​ຂອງ​ຊາວ​ໜຸ່ມ ດ່າ​ໜັງ

2025/3/23 | 07:00:00
(VOVWORLD) - ຄະນະຊາວໜຸ່ມນະຄອນ ດ່າໜັງ ພວມຜັນຂະຫຍາຍຮູບແບບຕະຫຼາດ 4.0 (ຕະຫຼາດຊຳລະໂດຍບໍ່ນຳໃຊ້ເງິນສົດ) ຊ່ວຍໃຫ້ປະຊາຊົນ, ບັນດາພໍ່ຄ້າຊາວຂາຍ, ຜູ້ບໍລິໂພກໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການດຳເນີນທຸລະກິດ, ການຊຳລະທີ່ສະດວກ. ຜ່ານນັ້ນ, ກໍກະຕຸ້ນການຊືຂາຍ, ປະກອບສ່ວນຊຸກຍູ້ວິວັດທະນາການຫັນເປັນດີຈີຕອນໃນບໍລິເວນນະຄອນ ດ່າໜັງ.
ການຊຳລະໂດຍບໍ່ນຳໃຊ້ເງິນສົດນັບມື້ນັບໄດ້ຮັບຄວາມນິຍົມ (ພາບ: VOV)

ຕະຫຼາດ ຕຸຍລວານ ຢູ່ຕາແສງ ຮວ່າຟອງ, ເມືອງ ຮວ່າວາງ, ນະຄອນ ດ່າໜັງ ແມ່ນຕະຫຼາດທຳອິດທີ່ໄດ້ຮັບການຄັດເລືອກປະຕິບັດຮູບແບບ “ຕະຫຼາດຊຳລະໂດຍບໍ່ນຳໃຊ້ເງິນສົດ”. ສະມາຊິກຊາວໜຸ່ມ, ຊາວໜຸ່ມເມືອງ ຮວ່າວາງ ແລະ ຊາວໜຸ່ມບັນດາທະນາຄານນະຄອນ ດ່າໜັງ ໄດ້ສົມທົບກັນຈັດບັ້ນໂຄສະນາຂົນຂວາຍໃຫ້ບັນດາຄອບຄົວດຳເນີນທຸລະກິດເປີດບັນຊີ, ຕັ້ງແອັບສະແກຼນລະຫັດ QR ໃຫ້ແກ່ແມ່ຄ້າຊາວຂາຍ 250 ຄົນ. ປັດຈຸບັນ, ສະມາຊິກຊາວໜຸ່ມ, ຊາວໜຸ່ມໄດ້ແນະນຳການເປີດບັນຊີ ແລະ ຕັ້ງ internet banking ໃຫ້ແກ່ຄອບຄົວດຳເນີນທຸລະກິດສ່ວນໃຫຍ່ຢູ່ຕະຫຼາດແຫ່ງນີ້. ຜູ້ຊື້ເຄື່ອງພຽງແຕ່ເລືອກຜະລິດຕະພັນ, ຫຼັງຈາກນັ້ນ ກໍນຳໃຊ້ໂທລະສັບມືຖືສະແກນລະຫັດເພື່ອຊຳລະ ແທນໃຫ້ແບບວິທີນຳໃຊ້ເງິນສົດ. ປ້າ ເລທິຖຸຍລິງ, ແມ່ຄ້າຂາຍເຄື່ອງຍ່ອຍຢູ່ຕະຫຼາດ ຕຸຍລວານ, ໃຫ້ຮູ້ວ່າ:

ໂດຍປະຕິບັດການຫັນເປັນດີຈີຕອນ, ການຄ້າຂາຍກໍມີຄວາມສະດວກຫຼາຍຂຶ້ນ. ປັດຈຸບັນ, ປະຊາຊົນກໍນິຍົມນຳໃຊ້ ແອ ເພື່ອຊຳລະ ສະນັ້ນການຄ້າຂາຍກໍສະດວກຫຼາຍ, ການຊຳລະດ້ວຍເງິນສົດກໍໜ້ອຍລົງ. ບັນດາຄອບຄົວຄ້າຂາຍໄດ້ຮັບການແນະນຳ ແລະ ການຊ່ວຍເຫຼືອຈາກສະມາຊິກຊາວໜຸ່ມ, ຊາວໜຸ່ມ. ານຂາຍເຄື່ອງອອນໄລກໍຊ່ວຍໃຫ້ພວກຂ້າພະເຈົ້າຂາຍສິນຄ້າໄດ້ຫຼາຍກວ່າ ແລະ ໝັ້ນໃຈແນະນຳຜະລິດຕະພັນສູ່ລູກຄ້າ”.

   ການໝູນໃຊ້ຮູບແບບຊຳລະບໍ່ນຳໃຊ້ເງິນສົດໄດ້ອຳນວຍຄວາມສະດວກເພື່ອໃຫ້ຜູ້ບໍລິໂພກໄດ້ສຳຜັດ, ເຂົ້າເຖິງບັນດາແບບວິທີຊຳລະທີ່ທັນສະໄໝເທື່ອລະກ້າວ, ກະຕຸ້ນຄວາມຕ້ອງການຊື້ເຄື່ອງຂອງ. ນອກຈາກນັ້ນ, ສະມາຊິກຊາວໜຸ່ມຢູ່ທ້ອງຖິ່ນ ຍັງສ້າງຕັ້ງທິມງານອາສາສະໝັກລົງແນະນຳໃຫ້ປະຊາຊົນນຳໃຊ້ການບໍລິການສາທາລະນະແບບອອນໄລ. ທ່ານ ດິງງອກຫຽວ, ຮອງປະທານສະຫະພັນຊາວໜຸ່ມ ເມືອງ ຮວ່າວາງ, ນະຄອນ ດ່າໜັງ, ໃຫ້ຮູ້ວ່າ, ຊາວໜຸ່ມ ຍັງນຳໃຊ້ສື່ສັງຄົມອອນໄລເພື່ອໂຄສະນາ ແລະ ຈັດກິດຈະກຳຕ່າງໆຂອງຄະນະຊາວໜຸ່ມອີກດ້ວຍ.

ໂດຍປະຕິບັດການຫັນເປັນດີຈີຕອນ, ສະມາຊິກຊາວໜຸ່ມໄດ້ໜູນຊ່ວຍປະຊາຊົນ ແລະ ແມ່ຄ້າຊາວຂາຍຕິບັດການຊຳລະໂດຍບໍ່ນຳໃຊ້ເງິນສົດ. ນອກຈາກນັ້ນແລ້ວ, ສະມາຊິກຊາວໜຸ່ມເມືອງ ວ່າວາງ ຍັງໜູນຊ່ວຍສະມາຊິກພັກຜູ້ມີອາຍຸສູງ ຕັ້ງ, ນຳໃຊ້ປຶ້ມຄູ່ມືເອເລັກໂຕນິກສະມາຊິກພັກ, ຫັນເປັນດີຈີຕອນໃນວຽກງານກໍ່ສ້າງພັກ. ໂດຍຜັນຂະຫຍາຍຮູບແບບຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ, ທິມງານຊ່ວຍເຫຼືອພົນລະເມືອງແບບເຄື່ອນທີ່ ໄດ້ປະຕິບັດບັນດາການບໍລິການສາທາລະນະອອນໄລ, ລົງທະບຽນເລລະຫັດຈຳຕົວ, ບັປະຈຳຕົວພົນລະເມືອງ, ອັນໄດ້ຊ່ວຍໃຫ້ປະຊາຊົນເຂົ້າເຖິງການຫັນເປັນດີຈີຕອນໄດ້ເປັນຢ່າງດີ.

ປັດຈຸບັນ, ຢູ່ນະຄອນ ດ່າໜັງ ມີເກືອບ 2.500 ທິມງານເຕັກໂນໂລຢີດີຈີຕອນຊຸມຊົນດ້ວຍສະມາຊິກອາສາສະໝັກເຂົ້າຮ່ວມ 15.000 ຄົນ, ໃນນັ້ນ ກຳລັງສະມາຊິກຊາວໜຸ່ມ, ຊາວໜຸ່ມສວມບົດບາດເປັນແກ່ນສານ. ທ່ານ ເລກົງຮຸ່ງ, ເລຂາຄະນະຊາວໜຸ່ມນະຄອນ ດ່າໜັງ, ໃຫ້ຮູ້ວ່າ:

  ເຂົ້າຮ່ວມແຜນຮ່າງພັດທະນາຖາຂໍ້ມູນກ່ຽວກັບຊຸມຊົນ, ເລກລະຫັດປະຈຳຕົວ ແລະ ການຢັ້ງຢືນທາເອເລັກໂຕນິກຮັບໃຊ້ການຫັນເປັນດີຈີຕອນ ແລະ ວຽກງານຫັນເປັນດີຈີຕອນ, ຄະນະຊາວໜຸ່ມ ດ່າໜັງ ພວມຍູ້ແຮງຂະບວນການສຶກສາດີຈີຕອນໃຫ້ປະຊາຊົນໝົດທຸກຄົນ. ການເຄື່ອນໄຫວດັ່ງກ່າວໄດ້ຮັບການຜັນຂະຫຍາຍ ແລະ ຕິບັດຢ່າງລຸລ່ວງດ້ວຍຈິດໃຈຜູ້ເກັ່ງສອນໃຫ້ຜູ້ຮູ້ປານກາງ, ຜູ້ຮູ້ປານກາງສອນໃຫ້ຜູ້ທີ່ຍັງບໍ່ທັນຮູ້. ຈາກນັ້ນ, ບັນດາເພື່ອນໜຸ່ມ, ປະຊາຊົນກໍຍູ້ແຮງວຽກງານຫັນເປັນດີຈີຕອນ, ນະວັດຕະກຳໃນໄລຍະປັດຈຸບັນກວ່າອີກ”.

ບັນດາທິມງານເຕັກໂນໂລຢີດີຈີຕອນຂອງຊາວໜຸ່ມ ດ່າໜັງ ໄດ້ປະກອບສ່ວນຍູ້ແຮງການເຄື່ອນໄຫວຫັນເປັນດີຈີຕອນ ແລະ ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ. ນະຄອນ ດ່າໜັງ ຈະສືບຕໍ່ຜັນຂະຫຍາຍທະວີຄູນຮູບແບບນີ້ ເພື່ອແນໃສ່ສົ່ງເສີມ, ອຳນວຍຄວາມສະດວກໃຫ້ແກ່ແມ່ຄ້າຊາວຂາຍ ແລະ ປະຊາຊົນໄດ້ທຳຄວາມລຶ້ງເຄີຍກັບບັນດາການເຄື່ອນໄຫວໃນສະພາບແວດລ້ອມດີຈີຕອນເທື່ອລະກ້າວ./.

TAG
VOV/VOVworld/ການຫັນເປັນດີຈີຕອນ/ສະມາຊິກຊາວໜຸ່ມ/ດ່າ​ໜັງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ