(VOVWORLD) - ເມື່ອລະດູບານໃໝ່ວຽນມາ, ຢູ່ບັນດາໝູ່ບ້ານເຂດພູສູງຂອງນະຄອນ ເຫວ້, ພໍ່ແມ່ປະຊາຊົນເຜົ່າ ປາໂກ ມີຄວາມຄຶກຄັກຈັດພິທີບູຊາເຈົ້ານ້ຳ, ເຊິ່ງເປັນພິທີກຳເຫຼື້ອມໃສພື້ນເມືອງທີ່ມີມາແຕ່ດົນນານ, ເຂັ້ມຂຸ້ນໄປດ້ວຍວັດທະນະທຳປະເພນີ. ໂດຍຜ່ານການສ້າງຕັ້ງ ແລະ ສືບທອດກັນມານັບຮ້ອຍປີ, ພິທີດັ່ງກ່າວ ບໍ່ພຽງແຕ່ສ່ອງແສງໃຫ້ເຫັນການດຳລົງຊີວິດທາງດ້ານຈິດວິນຍານທີ່ອຸດົມສົມບູນຂອງຊາວເຜົ່າ ປາໂກ ເທົ່ານັ້ນ ຫາກຍັງປະກອບສ່ວນສ້າງຄວາມຜູກພັນໃນວົງຄະນະຍາດ, ຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກລະຫວ່າງເຂດພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານຂອງສາຍພູຫຼວງອີກດ້ວຍ.