logo

ພະມະຫາອາຈານ ເຈົາຕີ - ຜູ້ມີຜົນສະທ້ອນຢ່າງໃຫຍ່ຫຼວງໃນວົງຄະນາຍາດຢູ່ແຂວງ ອານຢາງ.

2026/3/21 | 12:42:00
(VOVWORLD) -ໂດຍໄດ້ເລີ່ມບວດຈຳສິນນັບແຕ່ປີ 1960, ພະມະຫາອາຈານ ເຈົາຕີ ເປັນເຈົ້າອະທິການວັດ ຊວ່າຍຊໍ ຕາແສງ ຈີໂຕນ ແຂວງ ອານຢາງນັບແຕ່ປີ 1985 ມາຮອດປັດຈຸບັນ,ພະອົງໃນປັດຈຸບັນແມ່ນນັກບວດທີ່ມີພັນສາສູງກວ່າໝູ່ໃນວົງຄະນາຍາດສາສະໜາພຸດນິກາຍຣິນະຍານ ຂະແມ ໃນ ແຂວງ ອານຢາງ. ພະມະຫາອາຈານ ເຈົາຕີ ແມ່ນຜູ້ມີອິດທິພົນຊື່ສຽງ ມີຜົນສະທ້ອນຢ່າງໃຫຍ່ຫຼວງໃນວົງຄະນາຍາດໃນແຂວງ ອານຢາງ
ພະມະຫາອາຈານ ເຈົາຕີ ເປັນເຈົ້າອະທິການວັດ ຊວ່າຍຊໍ ຕາແສງ ຈີໂຕນ ແຂວງ ອານຢາງ

     ພະມະຫາອາຈານ ເຈົາຕີ ແມ່ນຊາວເຜົ່າ ຂະແມ ເກີດວັນທີ 15 ມີນາ ປີ 1941 ບ້ານເກີດຢູ່ຕາແສງ ໜຸຍໂຕ ເມືອງ ຈີໂຕນ ແຂວງ ອານຢາງເກົ່າ ປັດຈຸບັນແມ່ນຕາແສງ ຈີໂຕນ ແຂວງ ອານຢາງ ຍ້ອນການປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການພັດທະນາຂອງສະມາຄົມພຸດທະສາສະໜາ ຫວຽດນາມ ໃນເດືອນ ພະຈິກ ປີ 2022 ພະມະຫາອາຈານໄດ້ຮັບຄວາມໄວ້ວາງໃຈຮັບເລືອກຕັ້ງດຳລົງຕຳແໜ່ງ ຮອງສາດສະດາສະພາສົງ ສະມາຄົມພຸດທະສາສະໜາ ຫວຽດນາມ. ໂດຍແມ່ນຜູ້ມີອິດທີພົນຊື່ສຽງໃນວົງຄະນາຍາດພະມະຫາອາຈານ ເຈົາຕີ ພ້ອມກັບແນວໂຮມປະເທດຊາດ ບັນດາຂະແໜງການ ຄະນະອົງການຈັດຕັ້ງມະຫາຊົນຢູ່ທ້ອງຖິ່ນ ໄດ້ໂຄສະນາຂົນຂວາຍປະຊາຊົນປະຕິບັດຕາມແນວທາງແຜນນະໂຍບາຍຂອງພັກ ນະໂຍບາຍກົດໝາຍຂອງລັດ ພະມະຫາອາຈານ ເຈົາຕີ ຍັງແມ່ນແບບຢ່າງທີ່ໃສແຈ້ງໃນການກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວ

ປວງຊົນ ທັງຊາດ ແລະ ເຊື່ອມຕົວເຂົ້າກັບສາດສະໜາ ໃນຖານະຕຳແໜ່ງເປັນຮອງສາດສະດາ ສະພາສົງສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ພະມະຫາອາຈານ ເຈົາຕີ ໄດ້ຕັ້ງໜ້າຜູກມັດລະຫວ່າງ ສາສະໜາພຸດນິກາຣິນະຍານ ແລະ ນິກາຍມະຫາຍານ ລະຫວ່າງສາສະໜາພຸດ ແລະ ສາສະໜາອື່ນໆ ລະຫວ່າງເຜົ່າ ຂະແມ ແລະ ເຜົ່າອື່ນໆ ອ້າຍ ກີມຊອມລີທີ ຜູ້ແປພາສາຊ່ວຍວຽກໃຫ້ພະມະຫາອາຈານ ເຈົາຕີ ໃຫ້ຮູ້ວ່າ:

“ພໍ່ແມ່ພີ່ນ້ອງເຜົ່າຂະແມຢູ່ທີ່ນີ້ມີຄວາມເຄົາລົບນັບຖືພະມະຫາອາຈານ ເຈົາຕີ ທີ່ສຸດ. ພະມະຫາອາຈານ ແມ່ນຜູ້ມີອິດທິພົນໃນວົງຄະນາຍາດ. ພະອົງໄດ້ສິດສອນ ແລະ ແນະນຳໃຫ້ຊາວພຸດທຳພິທີບູຊາ, ເບິ່ງແຍງໃຫ້ວົງຄະນາຍາດ. ລູກຫຼານກໍ່ສາມາດຮຽນໄດ້ຫຼາຍສິ່ງຫຼາຍຢ່າງນຳພະມະຫາອາຈານ”.

ໂດຍໄດ້ເອົາໃຈໃສ່ເຖິງການຮັກສາສຽງເວົ້າ ແລະ ຕົວໜັງສືຂອງພໍ່ແມ່ພີ່ນ້ອງເຜົ່າ ຂະແມ ຮອດຍາມລະດູຮ້ອນ ພະມະຫາອາຈານ ເຈົາຕີ ໄດ້ເປີດຊຸດອົບຮົມສອນຕົວໜັງສື ຂະແມ ໂດຍບໍ່ເກັບຄ່າໃຫ້ແກ່ນັກຮຽນຢູ່ວັດ ຊວ່າຍຊໍ ພະມະຫາອາຈານຍັງຂົນຂວາຍບັນດາຜູ້ໃຈບຸນໃຈກຸສົນໜູນຊ່ວຍຊື້ປຶ້ມອຸປະກອບການຮຽນໃຫ້ແກ່ນັກຮຽນທີ່ທຸກຍາກ ຍ້ອນມີຄວາມຕັ້ງໜ້າຈັດຕັ້ງການເຄື່ອນໄຫວສັງຄົມ ເພື່ອການກຸສົນ ແລະ ອິດທິພົນຊື່ສຽງຂອງພະມະຫາອາຈານ ເຈົາຕີ ດັ່ງນັ້ນວັດ ຊວ່າຍຊໍ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວຈິດວິນຍານທີ່ພົ້ນເດັ່ນໃນເຂດ ອັນໄດ້ດຶງດູດຊາວພຸດແຂກທ່ອທ່ຽວມານະສມັດສະການຢ້ຽມຊົມຢ່າງຫຼວງຫຼາຍ ທ່ານ ເຈົ້າຍໍ ຢູ່ແຂວງ ອານຢາງ ເປີດເຜີຍວ່າ:

“ພະມະຫາອາຈານໄດ້ເຮັດວຽກງານເພື່ອການກຸສົນ, ຊ່ວຍເຫຼືອຜູ້ທຸກຍາກ. ພະອົງໄດ້ໂຄສະນາໃຫ້ປະຊາຊົນປະຕິບັດຕາມກົດໝາຍ. ພະອົງມີອິດທິພົນຊື່ສຽງໃນຊຸມຊົນ ກ່ອນນີ້ 9 ປີ ຄືໃນປີ 2017 ພູມປັນຍາ ແລະ ເຕັກນິກຂຽນຕົວໜັງສືໃສ່ໃບລານຂອງເຜົ່າ ຂະແມ ໃນແຂວງ ອານຢາງ ໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ“

 ໝາກຜົນດັ່ງກ່າວ ກໍ່ຍ້ອນມີການປະກອບສ່ວນຢ່າງຕັ້ັງຂອງພະມະຫາອາຈານ ເຈົາຕີ ພະມະຫາອາຈານ ໄດ້ຖ່າຍທອດເຄັດລັບຂຽນຕົວໜັງສືໃສ່ໃບລານໃຫ້ແກ່ນັກຮຽນ ແຕ່ກໍເປັນການຍາກ, ດັ່ງນັ້ນມີຜູ້ຮຽນບໍ່ເທົ່າໃດຄົນ ຄຳພີແຕ່ລະສະບັບບໍ່ພຽງແຕ່ຊ້ອນແຝງຄຳສອນຂອງພະພຸດທະເຈົ້າເລື່ອງລາວພື້ນເມືອງ ຮີດຄອງປະເພນີເທົ່ານັ້ນ ຫາກຍັງແມ່ນວິນຍານທັງດ້ານວັດທະນະທຳພູມປັນຍາຂອງເຜົ່າຂະແມ ອີກດ້ວຍ. ພະມະຫາອາຈານ ເຈົາຕີ ເປີດເຜີຍວ່າ:

ອັດຕະມາໄດ້ຜູກພັນກັບອາຊີບຂຽນຄຳພີໃສ່ໃບລານ ນັບແຕ່ຊຸມປີ 1964, 1965 ຄາວນັນອັດຕະມາໄດ້ພົບພໍ່ຕູ້ຄົນໜຶ່ງຢູ່ໃກ້ວັດ, ຍ້ອນພໍ່ຕູ້ຮູ້ຂຽນຄຳພີໃສ່ໃບລານ ດັ່ງນັ້ນອັດຕະມາໄດ້ຂໍຮຽນນຳພໍ່ຕູ້. ມາເຖິງປີ 1967 ອັດຕະມາໄດ້ເລີ່ມຂຽນຄຳພີໃສ່ໃບລານ ຈົນເຖິງຊຸມປີ 1980. ບັນດາຊຸດປຶ້ມຄຳພີທີ່ອັດຕະມາໄດ້ຂຽນເບິ່ງຄືວ່າໄດ້ຖືກເກັບຮັກສາຢູ່ຫຼາຍວັດໃນແຂວງ ອານຢາງ”.

ພະມະຫາອາຈານ ເຈົາຕີ ໄດ້ຮັບນາມມະຍົດອັນສູງສົ່ງ ໂດຍລັດ ຫວຽດນາມ ມອບໃຫ້ ຍ້ອນມີການອຸທິດສ່ວນໃນການຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງຊາດ ພະມະຫາອາຈານຍັງໄດ້ຮັບນາມມະຍົດ ນັກສິລະປະການດີເດັ່ນ ເມື່ອວັນທີ 12 ພະຈິກ ປີ 2015 ແລະ ນັກສິລະປະການປະຊາຊົນ ເມື່ອວັນທີ 3 ມີນາ ປີ 2019 ພະມາຫາອາຈານຍັງແມ່ນຂົວເຊື່ອມຕໍ່ລະຫວ່າງສະມາຄົມພຸດທະສາສະໜາ ຫວຽດນາມ, ອຳນາດການປົກຄອງກັບປະຊາຊົນ ພ້ອມກັບຊາວພຸດ ແລະ ປະຊາຊົນກໍ່ສ້າງໝູ່ບ້ານໃຫ້ອີ່ມໜຳສຳລານ ແລະ ສົມບູນພູນສຸກ.

 

TAG
VOV/VOVworld/ພະມະຫາອາຈານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ