logo

ນາງ ລືຖາຍຕວຽນ - ແມ່ຍິງເຜົ່າຈຳ ຈາກການຄຸ້ມຄອງວັດທະນະທຳ ຮອດການອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ.

2026/3/14 | 11:23:00
(VOVWORLD) -ຍາມໃດກໍ່ເຮັດສຳເລັດໜ້າທີ່ຄຸ້ມຄອງວັດທະນະທຳຢ່າງດີເດັ່ນ, ນາງ ລືຖາຍຕວຽນ ຮອງຜູ້ອຳນວຍການຫໍພິພິທະພັນແຂວງ ເລິມດົ່ງ ເປັນຄັ້ງທຳອິດໄດ້ຮັບຄວາມເຊື່ອໝັ້ນຈາກແຂວງ ເລິມດົ່ງ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນແນະນຳອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ XVI. ເຂົ້ຮ່ວມອອກສະໝັກຮັບເລືອກຕັ້ງເປັນ ສສຊ, ນາງ ລືຖາຍຕວຽນ ກໍ່ນຳສານ “ຕັດສິນໃຈສ້າງວັດທະນະທຳສັງຄົມ ກາຍເປັນກຳລັງແຮງພາຍໃນ, ກຳລັງໜູນ, ພື້ນຖານທາງດ້ານຈິດໃຈຢ່າງໝັ້ນແກ່ນ ເພື່ອໃຫ້ແຂວງ ເລິມດົ່ງ ພັດທະນາຂຶ້ນສູ່ລະດັບສູງໃໝ່”
ນາງ ລືຖາຍຕວຽນ ຮອງຜູ້ອຳນວຍການຫໍພິພິທະພັນແຂວງ ເລິມດົ່ງ

    “ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າໄດ້ຮັບຄວາມໄວ້ວາງໃຈ ຈາກພະແນກ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ເລິມດົ່ງ, ຜູ້ມີສິດເລືອກຕັ້ງ, ຄະນະກຳມະການແນວໂຮມປະເທດຊາດ ແຂວງ ເລິມດົ່ງ ແນະນນຳໃຫ້ຂ້າພະເຈົ້າອອກສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ  XVI ອາຍຸການ 2026 – 2031. ນີ້ແມ່ນຄວາມເປັນກຽດ ທັງແມ່ນຄວາມຮັບຜະດຊອບຢ່າງສູງ ຂອງກະໂຕຂ້າພະເຈົ້າເອງ”.

ນັ້ນແມ່ນຄວາມໃນໃຈຂອງນາງ ລືຖາຍຕວຽນ ເມື່ອໄດ້ເຂົ້າຮ່ວມອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ. ນາງ ລືຖາຍຕວຽນ ແມ່ນຊາວເຜົ່າຈຳ ເກີດປີ 1981 ບ້ານເກີດຢູ່ ຕາແສງ ບັກບິ່ງ ແຂວງ ເລິມດົ່ງ ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນໃນຄອບຄົວທີ່ມີມູນເຊື້ອວັດທະນະທຳ ນາງ ຕວຽນ ແມ່ນລູກຂອງນັກສິລະປະການດີເດັ່ນ ເລິມເຕິ໊ນບິ່ງ ດັ່ງນັ້ນ ນັບແຕ່ຄາວຍັງນ້ອຍນາງກໍ່ມີຄວາມຮັກຢ່າງເລິກເຊິ່ງຕໍ່ອາຊີບຫັດຖະກຳ ສືບທອດມູນເຊື້ອປະກອບສ່ວນຮັກສາອະນຸລັກ ແລະ ພັດທະນາບັນດາຄຸນຄ່າວັດທະນະທຳບັນດາເຜົ່າ ໃນສະພາວະທີ່ແຂວງ ເລິມດົ່ງ ມີເຖິງ 49 ເຜົ່າ ດຳລົງຊີວິດຢູ່ຮ່ວມກັນ ພັດແມ່ນລູກຂອງເຜົ່າຈຳ ນາງ ລືຖາຍຕວຽນ ສາມາດເຂົ້າໃຈແຈ້ງກ່ຽວກັບຄຸນຄ່າສີສັນວັດທະນະທຳບັນດາເຜົ່າ ເປັນຕົ້ນແມ່ນເຜົ່າຈຳ ທ່ານ ດວານວັນຖ້ວນ ຮອງຜູ້ອຳນວຍການຫໍພິພິທະພັນແຂວງ ເລິມດົ່ງ ໃຫ້ຮູ້ວ່າ:

“ເລື່ອງນາງ ຕວຽນ ໄດ້ຮັບການແນະນຳຈາກສຳນັກງານອອກສະໝັກຮັບເລືອກຕັ້ງເປັນ ສສຊ ຄັ້ງນີ້ແມ່ນເໝາະສົມທີ່ສຸດ. ນີ້ແມ່ນຄວາມເປັນກຽດ ແມ່ນຄວາມເອກອ້າງທະນົງໃຈຂອງນາງເອງ ແລະ ແມ່ນກຳລັງໜູນເພື່ອສືບຕໍ່ປະກອບສ່ວນຫຼາຍກວ່າອີກເຂົ້າໃນພາລະກິດພັດທະນາຂະແໜງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ເວົ້າລວມ ກໍ່ຄືໃນຂົງເຂດຫໍພິພິທະພັນເວົ້າສະເພາະ”.

 ໃນໂຄງການກະທຳອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຂອງຕົນ ນາງ ຕວຽນ ໄດ້ມຸ່ງໄປເຖິງເປັນຜູ້ຕາງໜ້າໃຫ້ແກ່ສຽງເວົ້າຂອງບັນດາເຜົ່າສ່ວນໜ້ອຍ ເຊິ່ງໄດ້ເລັ່ງໃສ່ການການອະນຸລັກແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງບັນດາເຜົ່າ ຕາມນາງ ຕວຽນ ແລ້ວ ການພັດທະນາເສດຖະກິດສັງຄົມ ລະຫວ່າງບັນດາທ້ອງຖິ່ນໃນແຂວງ ເລິມດົ່ງ ຍັງບໍ່ສະໝ່ຳສະເໝີ ບັນດາຄອບຄົວທຸກຍາກ ແລະ ຂ້ອນຂ້າງຄວາມທຸກຍາກກໍ່ຫຼຸດຜ່ອນລົງໃນແຕ່ລະປີ ແຕ່ຍັງຄົງສຸມໃສ່ຢູ່ເຂດພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ ດັ່ງນັ້ນຖ້າຫາກຮັບໄຊຊະນະໃນການເລືອກຕັ້ງນາງຈະສະເໜີສະພາແຫ່ງຊາດຍູ້ແຮງລະດັບຄວາມຄືບໜ້າຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດ ສາມໂຄງການຄື ສ້າງຊົນນະບົດໃໝ່ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ພັດທະນາເສດຖະກິດສັງຄົມຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນເຂດພູດອຍ ແລະ ຖືວ່ານີ້ແມ່ນບາດລ້ຽວໃຫຍ່ປະກອບສ່ວນພັດທະນາເສດຖະກິດສັງຄົມຂອງບັນດາທ້ອງຖິ່ນ ແລະ ແຂວງຕົນ

 “ຖ້າຫາກເວົ້າວ່າ ມີກຳລັງດັນ ຫຼື ບໍ່ນັ້ນ ພຽງແຕ່ແມ່ນກຳລັງດັນທີ່ກຳເນີດມາຈາກການປະຕິບັດຢ່າງຖືກຕ້ອງກັບຄຳໝັ້ນສັນຍາໃນໂຄງການກະທຳ ແລະ ແກ້ໄຂຄວາມໃນໃຈ ຄວາມມຸ່ງຫວັງຂອງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງເທົ່ານັ້ນ. ຂ້າພະເຈົ້າເຊື່ອໝັ້ນວ່າ ກຳລັງດັນນັ້ນ ຈະເປັນກຳລັງດັນເພື່ອໃຫ້ຂ້າພະເຈົ້າສ້າງຕົນເອງໃຫ້ສົມບູນແບບ. ຂ້າພະເຈົ້າພະຍາຍາມຫັນຄວາມເປັນກຽດ ເມື່ອຂະແໜງວັດທະນະທຳ ກິລາ ແລະ ທ່ອງທ່ຽວເຊື່ອໝັ້ນ ແນະນຳຂ້າພະເຈົ້າໃຫ້ກາຍເປັນກຳລັງດັນ ເພື່ອສູ້ຊົນປະຕິບັດຢ່າງຖືກຕ້ອງຕາມຄຳໝັ້ນສັນຍາໃນໂຄງການກະທຳຂອງຕົນ ຂະນະທີ່ກາຍເປັນ ສສຊ ຊຸດທີ  XVI”.

 ໃນຂົງເຂດວັດທະນະທຳ ນາງ ຕວຽນ ແມ່ນຜູ້ສຸດຈິດສຸດໃຈ ມີວິຊາສະເພາະສູງ ແລະ ມີຄວາມຄາດຫວັງອຸທິດສ່ວນ.ດ້ວຍປະກອບສ່ວນຂອງຕົນໃຫ້ແກ່ຂະແໜງວັດທະນະທຳ ນາງ ລືຖາຍຕວຽນ ໄດ້ຮັບໃບຍ້ອງຍໍ 4 ໃບ.

 

TAG
VOV/VOVworld/ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ