![]() |
| ໂຮ້ຍອານ ແມ່ນໜຶ່ງໃນບັນດາມໍລະດົກວັດທະນະທຳໂລກ, ບໍ່ພຽງແຕ່ມີຊື່ສຽງດ້ວຍບັນດາຖະໜົນເກົ່າທີ່ເຕັມໄປດ້ວຍສີສັນຂອງໂຄມໄຟທີ່ສະຫວ່າງຫຍິບຫຍັບເທົ່ານັ້ນ ຫາກຍັງມີແກ້ວມະນີສີຂຽວ ທີ່ເປັນເອກະລັກສະເພາະນັ້ນແມ່ນ ປ່າໝາກພ້າວ ໄບເໝົ໊າ (ຫຼືຍັງໄດ້ເອີ້ນວ່າ ເຂດທ່ອງທ່ຽວປ່າໝາກພ້າວ ເກິມແທັງ) ອີກດ້ວຍ. |
![]() |
![]() |
| ໂດຍຕັ້ງຢູ່ຫ່າງຈາກໃຈກາງນະຄອນປະມານ 4 ກີໂລແມັດ, ສະຖານທີ່ແຫ່ງນີ້ໄດ້ເປີດໂລກໃໝ່ທີ່ມີຄວາມແຕກຕ່າງ. |
![]() |
| ແຕ່ລະຮົ່ມໄມ້, ສາຍລົມຢູ່ປ່າໝາກພ້າວຄືກັນກັບມູມໜຶ່ງຂອງເຂດດິນແດນແມ່ນ້ຳລຳເຊ ທາງທິດຕາເວັນຕົກ ອັນໄດ້ສ້າງເປັນຮູບພາບທຳມະຊາດທີ່ມີຊີວິດຊີວາ ແລະ ຂຽວສົດງົດງາມ. |
![]() |
| ທິວທັດທຳມະຊາດຢູ່ແຫ່ງນີ້ທັງຮົກເຮື້ອປະຖົມປະຖານ ທັງເປັນມິດ, ທັງລຽບງ່າຍ ແຕ່ພັດເຕັມໄປດ້ວຍພະລັງຊີວິດ. |
![]() |
| ຕາມຄຳເລົ່າຂອງຊາວທ້ອງຖິ່ນແລ້ວ, ປ່າໝາກພ້າວ ເກິມແທັງ ໄດ້ມີມາກ່ອນນີ້ປະມານ 200 ປີ. ເວລານັ້ນ, ຊາວພາກຕາເວັນຕົກຕອນກາງ ນຳເອົາແນວພັນໝາກພ້າວມາປູກຢູ່ແຫ່ງນີ້. |
![]() |
| ພິເສດ, ປ່າໝາກພ້າວ ໄບເໝົ໊າ ບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າທາງດ້ານລະບົບນິເວດເທົ່ານັ້ນ ຫາກຍັງຕິດພັນກັບປະຫວັດສາດ, ເຄີຍເປັນຖານທີ່ໝັ້ນການປະຕິວັດໃນການຕໍ່ສູ້ຕ້ານພວກຫົວເມືອງຂຶ້ນ ຝລັ່ງ ແລະ ຈັກກະພັກ ອາເມລິກາ ອີກດ້ວຍ. |
![]() |
| ຍ້ອນມີພູມສັນຖານທີ່ມິດຊິດ, ມີຮົ່ມໄມ້ທີ່ດົກໜາ, ບັນດານັກຮົບກອງຫຼອນຂອງ ຫວຽດນາມ ໄດ້ຮັບການຮັກສາຄວາມປອດໄພຈາກປ່າໝາກພ້າວ ໄບເໝົ໊າ ໃນຕະຫຼອດໄລຍະຍາວ. |
![]() |
| ປັດຈຸບັນ, ປ່າໝາກພ້າວໄດ້ກາຍເປັນສະຖານທີ່ທ່ອງທ່ຽວນິເວດທີ່ມີຊື່ສຽງ, ດຶງດູດແຂກທ່ອງທ່ຽວ. |
![]() |
![]() |
| ດອກໄມ້ ແລະ ໝາກພ້າວນ້ຳແມ່ນແຫຼ່ງວັດຖຸດິບເພື່ອໃຫ້ປະຊາຊົນປ່າໝາກພ້າວໄບເໝົ໊າ ແຕ່ງບັນດາເຍື່ອງອາຫານ, ເຄື່ອງດື່ມ ແລະ ຜະລິດຕະພັນທີ່ເປັນເອກະລັກສະເພາະ, ປະກອບສ່ວນເຮັດໃຫ້ການທ່ອງທ່ຽວຢູ່ທີ່ນີ້ອຸດົມສົມບູນຕື່ມອີກ. |
![]() |
| ຈຸດເວລາດີທີ່ສຸດເພື່ອໄປທ່ອງທ່ຽວປ່າໝາກພ້າວແມ່ນແຕ່ເດືອນມັງກອນ ຫາເດືອນກັນຍາ |
![]() |
| ພິເສດແມ່ນລາຍການຟ້ອນກະບຸງ ໄດ້ດຶງດູດແຂກຜູ້ຊົມຢ່າງຫຼວງຫຼາຍ. |
![]() |
| ເມື່ອລາຍການເລີ່ມຕົ້ນ, ສຽງເວົ້າ, ສຽງຕົບມືຂອງແຂກທ່ອງທ່ຽວປະສົມປະສານກັບ ສຽງດົນຕີທີ່ຟົດຟື້ນ ໄດ້ສ້າງເປັນບັນຍາການວັນບຸນທີ່ຄຶກຄື້ນມ່ວນຊື່ນ, ຕ່າງກັນກັບຄວາມສະຫງົບຂອງປ່າໝາກພ້າວ. |
|
|
![]() |
| ສາຍຕາທີ່ຈັບໃຈ ແລະ ຕື່ນເຕັ້ນຂອງແຂກທ່ອງທ່ຽວເດັກກນ້ອຍ ເມື່ອໄດ້ເຫັນປະຈັກຕາການສະແດງ ຟ້ອນກະບຸງ |
![]() |
| ປ່າໝາກພ້າວ ໄບເໝົ໊າ ບໍ່ພຽງແຕ່ແມ່ນບ່ອນເພື່ອພາຍເຮືອນ, ຟ້ອນກະບຸງ ເທົ່ານັ້ນ ຫາກມັນຍັງແມ່ນຄວາມງາມຂອງທຳມະຊາດທີ່ປະສົມປະສານກັບຄວາມເມດຕາປານີຂອງມວນມະນຸດອີກດ້ວຍ. |




