logo

ຜັນ​ຂະ​ຫຍາຍການພັດທະນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ຢ່າງ​ມີ​ປະ​ສິດ​ທິ​ຜົນ

2026/2/25 | 10:54:51
(VOVWORLD) - ວິທີເຮັດວຽກຕ້ອງແທ້ຈິງກວ່າ, ຖືເປົ້າໝາຍເປັນການກຳນົດທິດ, ຖືຜະລິດຕະພັນແມ່ນໄມ້ວັດແທກ, ຫັນປ່ຽນຈາກຈິນຕະນາການໜ້າທີ່ມາເປັນຈິນຕະນາການໝາກຜົນ, ຈາກການເຮັດຫຼາຍ ມາເປັນ ເຮັດຖືກຕ້ອງ, ເຮັດສຳເລັດຕາມເປົ້າ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳຂອງລັດຖະບານ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ແຜນຮ່າງເລກທີ 6 (ຄະນະຊີ້ນຳ) ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ປີ 2026 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ດຳເນີນຢູ່ສຳນັກງານລັດຖະບານ ແລະ ເຊື່ອມຕໍ່ທາງໄກກັບ 34 ແຂວງ, ນະຄອນ. ກອງປະຊຸມແມ່ນເພື່ອແນໃສ່ຜັນຂະຫຍາຍບັນດາໜ້າທີ່, ວິທີການຈຸດສຸມຕາມຈິດໃຈ ເຊິ່ງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຊີ້ນຳແມ່ນ “ມີການກະທຳບຸກທະລຸ, ແຜ່ກະຈາຍໝາກຜົນ”.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຖືວ່າ ວິທີເຮັດວຽກຕ້ອງແທ້ຈິງກວ່າ, ຖືເປົ້າໝາຍເປັນການກຳນົດທິດ, ຖືຜະລິດຕະພັນແມ່ນໄມ້ວັດແທກ, ຫັນປ່ຽນຈາກຈິນຕະນາການໜ້າທີ່ມາເປັນຈິນຕະນາການໝາກຜົນ, ຈາກການເຮັດຫຼາຍ ມາເປັນ ເຮັດຖືກຕ້ອງ, ເຮັດສຳເລັດຕາມເປົ້າ; ຈາກການເຄື່ອນໄຫວມາເປັນມີຜະລິດຕະພັນລະອຽດ, ນັບວັດຈຳນວນໄດ້ ແລະ ມີມາດຖານເພື່ອຕີລາຄາ.

ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີບັນດາຜູ້ແທນສຸມໃສ່ປຶກສາຫາລືເຮັດແຈ້ງວຽກງານຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນແຫ່ງຊາດ ເປັນອັນລະອຽດ; ຍົກອອກບັນດາມາດຕະການທີ່ມີລັກສະນະບຸກທະລຸເພື່ອຊຸກຍູ້ການພັດທະນາເສດຖະກິດຂໍ້ມູນ, ປັນຍາປະດິດ, ພື້ນຖານດີຈີຕອນ, ບຸກຄະລາກອນດີຈີຕອນຢ່າງແຮງ.

TAG
VOV/VOVworld/​ວິ​ທະ​ຍາ​ສາດ/ເຕັກ​ໂນ​ໂລ​ຢີ/ນະ​ວັດ​ຕະ​ກຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ