logo

ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ແນ​ໃສ່​ຍົກອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​ແຫ່ງ​ຊາດ ຫວຽດ​ນາມ

2026/1/27 | 07:40:46
(VOVWORLD) - ຫວ່າງມໍ່ໆມານີ້, ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ: ມຸ່ງໄປເຖິງເປົ້າໝາຍນຳ ຫວຽດນາມ ບັນລຸອັນດັບໄວ້ວາງໃຈໃນ “ການລົງທຶນ” ນັ້ນ, ກະຊວງການເງິນຈະສຸມໃສ່ຜັນຂະຫຍາຍ 3 ກຸ່ມມາດຕະການຈຸດສຸມຢ່າງຄົບຊຸດ.
ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ 

 ກ່ອນອື່ນໝົດ ແມ່ນຜັນຂະຫຍາຍບັນດາມາດຕະການ ແລະ ນະໂຍບາຍແນໃສ່ບໍລິຫານບັນດາດັດຊະນີກ່ຽວກັບໜີ້ສິນສາທາລະນະ, ໜີ້ສິນລັດຖະບານ ແລະ ໜີ້ສິນແຫ່ງຊາດຢ່າງມີປະສິດທິຜົນ, ຮັບປະກັນຮັກສາຢູ່ໃນລະດັບຕັ້ງໜ້າ, ຕອບສະໜອງບັນດາຄາດໝາຍຕີລາຄາຈັດອັນດັບຄວາມໄວ້ວາງໃຈຂອງບັນດາອົງການຈັດຕັ້ງສາກົນ. ພ້ອມດຽວກັນນັ້ນ, ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຢ່າງແໜ້ນແຟ້ນ ເພື່ອເປັນເສນາທິການປັບປຸງກົນໄກ, ນະໂຍບາຍຊຸກຍູ້ການເຕີບໂຕເສດຖະກິດໃນພື້ນຖານຮັກສາສະຖຽນລະພາບເສດຖະກິດມະຫາພາກໃຫ້ສົມບູນແບບ. ເມື່ອບັນດາດັດຊະນີເສດຖະກິດມະຫາພາກໄດ້ຮັບການຮັກສາໃນສະພາວະທີ່ຕັ້ງໜ້າ, ສິ່ງດັ່ງກ່າວມີຜົນກະທົບທີ່ສະດວກຕໍ່ການປັບປຸງອັນດັບໄວ້ວາງໃຈ. ໄປຄຽງຄູ່ກັນນັ້ນ, ສືບຕໍ່ເພີ່ມທະວີການປະສານສົມທົບກັບບັນດາອົງການຈັດອັນດັບຄວາມໄວ້ວາງໃຈ. ໄປຄຽງຄູ່ກັນນັ້ນ, ສືບຕໍ່ເພີ່ມທະວີການສົມທົບກັບບັນດາອົງການຈັດອັນດັບຄວາມໄວ້ວາງໃຈສາກົນ ຜ່ານການສະໜອງຂໍ້ມູນຢ່າງຄົບຖ້ວນ, ທັນການ ແລະ ຈະແຈ້ງ, ຊ່ວຍໃຫ້ອົງການຈັດຕັ້ງນີ້ມີພື້ນຖານຕີລາຄາ ພື້ນຖານເສດຖະກິດ ຫວຽດນາມໃຫ້ຊັດເຈນກວ່າ.

TAG
VOV/VOVworld/ຍົກອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​ແຫ່ງ​ຊາດ/ກະ​ຊວງ​ການ​ເງິນ​ຈະ​ສຸມ​ໃສ່​ຜັນ​ຂະ​ຫຍາຍ 3 ກຸ່ມ​ມາດ​ຕະ​ການ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ