logo

ຜັນ​ຂະ​ຫຍາຍ​ວຽກ​ງານ​ກະ​ກຽ​ມ​ການ​​ເລືອກ​ຕັ້ງ​ຮັບ​ປະ​ກັນ​ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕ, ຖືກ​ຕ້ອງ​ຕາມ​ກົດ​ໝາຍ

2026/1/30 | 11:25:54
(VOVWORLD) -  ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໂດຍບັນດາທ້ອງຖິ່ນພວມຜັນຂະຫຍາຍດ້ວຍຄວາມຕັດສິນໃຈສູງ, ມີຄວາມຄືບໜ້າຢ່າງແໜ້ນແຟ້ນ.
ຄະນະປະຕິບັດງານເລກ 14 ຂອງຄະນະພັກນະຄອນ ຮ່າໂນ້ຍ ລົງກວດກາວຽກງານເລືອກຕັ້ງ (ພາບ: hanoi.gov.vn)

ຄະນະພັກນະຄອນ ຮ່າໂນ້ຍ ພວມຈັດບັນດາຄະນະກວດກາວຽກງານເລືອກຕັ້ງຢູ່ບັນດາຕາແສງໃນບໍລິເວນນະຄອນ ເພື່ອແນໃສ່ເຊື່ອມຊືມບັນດາເນື້ອໃນສຳຄັນໃນວຽກງານເລືອກຕັ້ງ ແລະ ບັນດາຈຸດທີ່ຕ້ອງເອົາໃຈໃສ່ຜັນຂະຫຍາຍບັນດາບາດກ້າວຕາມຂໍ້ກຳນົດ. ຈຸດສຸມທີ່ໄດ້ເນັ້ນໜັກລວມມີ: ວຽກງານບຸກຄະລາກອນ, ເອກະສານຜູ້ສະໝັກຮັບເລືອກຕັ້ງ, ຈັດຕັ້ງບັນດາກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ, ວຽກງານໂຄສະນາດ ລະດົມກຳລັງໃຈ…

ຢູ່ນະຄອນໂຮ່ຈີມິນ, ບັນດາວຽກງານຈຸດສຸມໃນການກະກຽມໃຫ້ແກ່ວຽກງານເລືອກຕັ້ງຢູ່ 168 ຕາແສງ ແລະ ເຂດພິເສດໄດ້ຮັບການປະຕິບັດສຳເລັດ. ທ່ານ ຫງວຽນເຕິນຝອງ ຮອງຫົວໜ້າພະແນກພາຍໃນ, ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

ວຽກງານກະກຽມໄດ້ໄປຖືກຕ້ອງຄວາມຄືບໜ້າຕາມການຊີ້ນຳຂອງສູນກາງ ແລະ ຂໍ້ກຳນົດກົດໝາຍ. ດ້ວຍການເຂົ້າຮ່ວມຢ່າງຂ້ຽວຂາດ ຂອງທັງລະບົບການເມືອງ, ວຽກງານເລືອກຕັ້ງໃນບໍລິເວນນະຄອນ ໂຮ່ຈີມິນ ຈະຮັບປະກັນໃຫ້ຖືກຕ້ອງຕາມຂໍ້ກຳນົດ ແລະ ກາຍເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ.

TAG
VOV/VOVworld/​ການ​​ເລືອກ​ຕັ້ງ/ຄະ​ນະ​ພັກ/ສະ​ພາ​ແຫ່ງ​ຊາດ/ສະ​ພາ​ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ