ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 380 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.
ໃນອາທິດຜ່ານມາ, ມີຜູ້ຟັງ ຜູ້ອ່ານລາວ ຫຼາຍຄົນຄື: ເພື່ອນ ອາເລັກ ວົງສາ, ເພື່ອນ ອະລຸນ ສາວັນນາ ພວມດຳລົງຊິວິດຢູ່ນະຄອນຫຼວງ ວຽງຈັນ, ເພື່ອນ ພິສຸດາ ພວມດຳລົງຊີວິດຢູ່ແຂວງ ຫຼວງນ້ຳທາ, ເພື່ອນ ບຸດທິດາ ຢູ່ແຂວງ ຫົວພັນ… ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍໃຫ້ຮູ້ວ່າ: ຜ່ານແຫຼ່ງຂ່າວຈາກ VOV ພວກຂ້າພະເຈົ້າໄດ້ຮູ້ວ່າ ທ່ານພົນເອກ ຟຸ່ງກວາງແທັງ ໄດ້ຈາກໄປໃນວັນທີ 11 ກັນຍາ 2021. ບັນດາທ່ານຜູ້ຟັງ ຜູ້ອ່ານໄດ້ແບ່ງປັນວ່າ: ການຈາກໄປຂອງ ທ່ານພົນເອກ ຟຸ່ງກວາງແທັງ ແມ່ນຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ພັກ, ລັດ, ກອງທັບ, ປະຊາຊົນຫວຽດນາມ ແລະ ຄອບຄົວຂອງທ່ານ. ພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ ໄດ້ເສຍເພື່ອນຜູ້ໜຶ່ງ, ທີ່ເປັນເພື່ອນມິດສະຫາຍຜູ້ໃກ້ຊິດສະໜິດແໜ້ນ, ມີການປະກອບສ່ວນສຳຄັນຫຼາຍຢ່າງ ໃນການສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ. ນະທີ່ນີ້ ທ່ານຜູ້ຟັງຜູ້ອ່ານ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງມາຍັງພັກ, ລັດ, ກອງທັບ, ປະຊາຊົນຫວຽດນາມ ແລະ ຄອບຄົວຂອງທ່ານພົນເອກ ຟຸ່ງກວ່າງແທັງ ດ້ວຍ.
(ຄາດວ່າ ຝູກວັກ ຈະຕ້ອນຮັບນັກທ່ອງທ່ຽວໃນເດືອນ ຕຸລານີ້) |
ເພື່ອນ ດາວອນ ທັນທະບຸນ, ໄດ້ສົ່ງອີແມວມາຍັງລາຍການໂດຍແບ່ງປັນວ່າ: ຂ້າພະເຈົ້າໄດ້ອ່ານຂ່າວກ່ຽວກັບສະຖານທີ່ທ່ອງທ່ຽວ ຝູກວັກ ຂອງຫວຽດນາມ ຈະເປີດປະຕູຕ້ອນຮັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດໃນເດືອນ ຕຸລາ 2021. ຂ້າພະເຈົ້າຢາກຮູ້ຢ່າງຈະແຈ້ງຕື່ມກ່ຽວກັບຂໍ້ກຳນົດສຳລັບນັກທ່ອງທ່ຽວສາກົນທີ່ຢາກມາຢ້ຽມ ຝູກວັກ ໃນໄລຍະດັ່ງກ່າວ?
ເພື່ອນ ດາວອນ ທັນທະບຸນ ທີ່ຮັກແພງ, ຄາດວ່າ ຂະແໜງທ່ອງທ່ຽວຫວຽດນາມ ຈະກັບມາຟົດຟື້ນຄືນໃໝ່ ເມື່ອໄດ້ທົດລອງຕ້ອນຮັບນັກທ່ອງທ່ຽວມາທ່ຽວຢູ່ ຝູກວັກ. ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ເຫັນດີໂດຍພື້ນຖານ ກ່ຽວກັບຂໍ້ສະເໜີຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ວ່າດ້ວຍແຜນການທົດລອງຕ້ອນຮັບນັກທ່ອງທ່ຽວສາກົນມາທ່ຽວຢູ່ຝູກວັກ. ປະຈຸບັນ, ແຜນການໄດ້ສ້າງຂຶ້ນແລ້ວ, ຄາດວ່າ ຝູກວັກ ຈະຕ້ອນຮັບນັກທ່ອງທ່ຽວໃນເດືອນ ຕຸລານີ້, ຖ້າມີຄວາມຈຳເປັນ, ຈະດັດປັບເວລາປະຕິບັດໃຫ້ເໝາະສົມ, ໂດຍອີງໃສ່ເງື່ອນໄຂຕົວຈິງ.
ເປົ້າໝາຍໄດ້ຮັບການທົດລອງແມ່ນນັກທ່ອງທ່ຽວສາກົນ ເຊິ່ງມີເງື່ອນໄຂຄື: ມີໃບຢັ້ງຢືນສັກວັກຊິນກັນໂຄວິດ-19 ຄົບ 2 ເຂັມ, ເວລາສັກວັກຊິນເຂັມທີ 2 ຢ່າງໜ້ອຍສຸດ ແມ່ນ 14 ວັນ ແລະ ບໍ່ເກີນ 12 ເດືອນໄລ່ຮອດເວລາທີ່ເຂົ້າເມືອງມາ ຫຼື ມີໃບຢັ້ງຢືນວ່າໄດ້ປິ່ນປົວຫາຍດີເປັນປົກກະຕິແລ້ວ; ເວລາອອກໂຮງໝໍຮອດເວລາເຂົ້າເມືອງບໍ່ເກີນ 12 ເດືອນ; ນັກທ່ອງທ່ຽວມີໃບຢັ້ງຢືນກວດເຊື້ອ SARS-CoV-2 ເປັນຜົນເປັນລົບດ້ວຍວິທີວິໄຈທາງ RT-PCR ຫຼື RT-LAMP ໃນເວລາ 72 ຊົ່ວໂມງກ່ອນທີ່ອອກເມືອງ.
ຄາດວ່າ, ການທົດລອງໃນເວລາ 6 ເດືອນນັ້ນ, ຝູກວັກ ຈະຕ້ອນຮັບນັກທ່ອງທ່ຽວສາກົນໄດ້ປະມານ 25.000-45.000 ເທື່ອຄົນ. ເປົ້າໝາຍທົດລອງຄັ້ງນີ້ ພຽງແຕ່ນຳໃຊ້ສຳລັບນັກທ່ອງທ່ຽວທີ່ຈົດທະບຽນຕາມລາຍການທ່ອງທ່ຽວຄົບຊຸດ ໂດຍບໍລິສັດທ່ອງທ່ຽວຈັດຂຶ້ນເທົ່ານັ້ນ, ບໍ່ໄດ້ນຳໃຊ້ສຳລັບຜູ້ເຂົ້າເມືອງດ້ວຍຈຸດປະສົງອື່ນ.
ວັນບຸນໄຫວ້ພະຈັນ ແມ່ນບຸນຂອງເດັກ ຫຼື ຍັງເອີ້ນວ່າ “ບຸນຊົມດວງຈັນ”(ພາບປະກອບອີນເຕີແນັດ)
|
ເພື່ອນ ດວງຕາວັນ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຫາລາຍການຢາກຊອກຮູ້ກ່ຽວກັບຄວາມໝາຍຂອງວັນບຸນໄຫວ້ພະຈັນຂອງຫວຽດນາມ.
ເພື່ອນ ດວງຕາວັນ ທີ່ຮັກແພງ, ວັນບຸນໄຫວ້ພະຈັນ (ວັນທີ 15 ເດືອນ 8 ໄລ່ຕາມຈັນທະປະຕິທິນ). ນີ້ແມ່ນບຸນຂອງເດັກ ຫຼື ຍັງເອີ້ນວ່າ “ບຸນຊົມດວງຈັນ”. ເດັກນ້ອຍລໍຄອຍວັນບຸນນີ້ທີ່ສຸດ ຍ້ອນວ່າຈະໄດ້ຮັບເຄື່ອງຫຼີ້ນຈາກຜູ້ໃຫຍ່ ເປັນຕົ້ນແມ່ນ ໂຄມໄຟຮູບດວງດາວ, ໜ້າກາກ, ໂຄມໄຟເລື່ອນ… ເຂົ້າໜົມຫຼາຍຊະະນິດ. ໃນວັນບຸນນີ້, ເຂົາເຈົ້າໄດ້ຈັດພາເຂົ້າໜົມ, ໝາກໄມ້ເພື່ອຮັບຊົມດວງຈັນ. ຈຸດເວລາດວງຈັນຂຶ້ນສູງ, ພວກເດັກຈະຮ້ອງເພງ ແລະ ກິນເຂົ້າໜົມໄປພ້ອມ. ຢູ່ບາງແຫ່ງ, ເຂົາເຈົ້າຍັງຈັດການຟ້ອນສິງໂຕ ເພື່ອໃຫ້ພວກເດັກໄດ້ລະຫຼີ້ນມ່ວນຊື່ນ. ນີ້ແມ່ນໂອກາດເພື່ອໃຫ້ຜູ້ເປັນພໍ່, ເປັນແມ່ສະແດງຄວາມຮັກຕໍ່ລູກຂອງຕົນ, ຊ່ວຍໃຫ້ຄອບຄົວມີຄວາມໃກ້ຊິດກັນຫຼາຍກວ່າ.
ນອກນັ້ນ, ວັນບຸນໄຫວ້ພະຈັນຍັງ ແມ່ນໂອກາດເພື່ອໃຫ້ຫຼາຍຄົນຄົ້ນຄິດກ່ຽວກັບລະດູການເກັບກ່ຽວ ແລະ ຊາຕະກຳຂອງຊາດອີກ. ຖ້າຫາກວ່າ ດວງຈັນມີສີເຫຼືອງ ປີນັ້ນລະດູການເກັບກ່ຽວ ຈະໄດ້ຮັບຜົນດີ, ຖ້າດວງຈັນເປັນສີຂຽວເຂັ້ມ ຫຼື ຈາງນັ້ນ ແມ່ນຈະເກີດໄພທຳມະຊາດ ແລະ ຖ້າຫາກດວງຈັນມີສີສົ້ມໃສແຈ້ງ ປະເທດຊາດກໍ່ຈະ ຈະຮຸ່ງເຮືອງ ສະຫງົບສຸກ. ວັນບຸນໄຫວ້ພະຈັນປີນີ້, ປະຊາຊົນຢູ່ຫຼາຍແຂວງ, ນະຄອນຍັງສືບຕໍ່ປະຕິບັດບັນດາຂໍ້ກຳນົດຂອງນາຍົກລັດຖະມົນຕີກ່ຽວກັບວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ.
ເພື່ອນ ແກ້ວສະຫວາດ ນັກສຶກສາລາວ ພວມຮ່ຳຮຽນຢູ່ຫວຽດນາມ ແບ່ງປັນວ່າ, ຂ້າພະເຈົ້າໄດ້ຕິດຕາມ, ອ່ານຂ່າວ/ບົດພາສາລາວ ແລະ ຮັບຟັງວິທະຍຸພາກພາສາອັງກິດ 24/7 ທາງເວັບໄຊ VOV5 ເປັນປະຈຳ. ຜ່ານນີ້ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະເທດຫວຽດນາມ ແລະ ໄດ້ຊ່ວຍໃຫ້ຂ້າພະເຈົ້າຫຼາຍຢ່າງໃນການຮ່ຳຮຽນ. ນອກນັ້ນ, ຂ້າພະເຈົ້າກໍ່ຂໍຊົມເຊີຍໝາກຜົນເຊິ່ງຫວຽດນາມ ບັນລຸໄດ້ໃນວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ 19. ໃນໄລຍະເກີດໂລກລະບາດນັ້ນ, ຂ້າພະເຈົ້າຈຶ່ງຮູ້ສຶກໄດ້ນ້ຳໃຈຂອງຊາວຫວຽດນາມ ທີ່ມີຕໍ່ກັນ ແລະ ມີຕໍ່ຊາວຕ່າງປະເທດຄືຂ້າພະເຈົ້າ. ຂ້າພະເຈົ້າຂໍອວຍພອນໃຫ້ປະເທດຫວຽດນາມ ນັບມື້ນັບເຂັ້ມແຂງໃນພາຍພາກໜ້າ.




