logo

ຜູ້​ມີ​ສິດ​ເລືອກ​ຕັ້ງ​ລາວກວ່າ 4,76 ລ້ານ​ຄົນ ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ ສະ​ພາ​ແຫ່ງ​ຊາດ

2026/2/22 | 12:01:36
(VOVWORLD) - ບັນດາຜູ້ມີສິດເລືອກຕັ້ງໄດ້ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະໄໝ X 175 ທ່ານໃນຈຳນວນຜູ້ສະໝັກຮັບເລືອກຕັ້ງ 243 ທ່ານ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ 745 ທ່ານ ໃນຈຳນວນ ຜູ້ອອກສະໝັກເລືອກຕັ້ງ 1041 ທ່ານ.
ຜູ້ມີສິດເລືອກຕັ້ງລາວກວ່າ 4,76 ລ້ານຄົນ ເຂົ້າຮ່ວມການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ (ພາບ: VOV)

ວັນທີ 22 ກຸມພາ, ມີຜູ້ມີສິດເລືອກຕັ້ງກວ່າ 4,76 ລ້ານຄົນໃນທົ່ວປະເທດ ໄປບ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດສະໄໝ X ແລະ ສະມາຊິກສະພາປະຊາຊົນແຂວງ ສະໄໝ V. ບັນດາຜູ້ມີສິດເລືອກຕັ້ງໄດ້ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະໄໝ X 175 ທ່ານ ໃນຈຳນວນຜູ້ສະໝັກຮັບເລືອກຕັ້ງ 243 ທ່ານ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ 745 ທ່ານ ໃນຈຳນວນ ຜູ້ອອກສະໝັກເລືອກຕັ້ງ 1041 ທ່ານ. ເມື່ອທຽບໃສ່ກັບສະໄໝທີ IX, ຈຳນວນສະມາຊິກສະພາແຫ່ງຊາດສະໄໝນີ້ຫຼາຍກວ່າ 11 ທ່ານ. ພ້ອມກັບບັນດາຜົນສຳເລັດໃນຫຼາຍຂົງເຂດການເມືອງ - ເສດຖະກິດ - ສັງຄົມ - ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເຊິ່ງລາວບັນລຸໄດ້ໃນ 5 ປີຜ່ານມາ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ປີນີ້ໄດ້ຮັບຄວາມຄາດຫວັງຈະບູລະນະກົງຈັກການນຳປະເທດ, ປະກອບສ່ວນສ້າງລາວສືບຕໍ່ພັດທະນາໃນໄລຍະໃໝ່.

TAG
VOV/VOVworld/ຜູ້​ມີ​ສິດ​ເລືອກ​ຕັ້ງ​/ລາວ/ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ