logo

ຜູ້ອາຍຸສູງ ຫວຽດນາມ ດຳລົງຊີວິດຢ່າງແຂງແຮງ ແລະ ມ່ວນຊື່ນ

2022/10/1 | 08:00:00
(VOVWORLD) -ວັນຜູ້ອາຍຸສູງສາກົນ ໄດ້ຈັດຂຶ້ນໃນວັນທີ 01 ຕຸລາ ໃນແຕ່ລະປີ, ເຊິ່ງແມ່ນວັນບຸນສະເພາະສຳລັບຜູ້ອາຍຸສູງໃນທົ່ວໂລກ.

ວັນທີ 10 ແຕ່ລະປີ, ຢູ່ ຫວຽດນາມ ແມ່ນ “ເດືອນກະທຳເພື່ອຜູ້ອາຍຸສູງ ຫວຽດນາມ”. ນີ້ແມ່ນຈຸດເວລາເພື່ອໃຫ້ແຕ່ລະຄອບຄົວ, ວົງຄະນະຍາດ ແລະ ທົ່ວສັງຄົມສືບຕໍ່ເບິ່ງແຍງດູແລ, ຍົກສູງການດຳລົງຊີວິດຂອງຜູ້ອາຍຸສູງ.

ເພື່ອຂ່ຳນັບຮັບຕ້ອນວັນຜູ້ອາຍຸສູງສາກົນ (01 ຕຸລາ), ສະມາຄົມເພື່ອສຸຂະພາບຜູ້ອາຍຸໄວກາງ, ຜູ້ອາຍຸສູງ ຮ່າໂນ້ຍ ໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ຈັດລາຍການກິລາບຳລຸງສຸຂະພາບລວມສຳລັບຜູ້ອາຍຸສູງ.

ການສະແດງລວມໝູ່ຂອງສະມາຊິກສະມາຄົມສຸຂະພາບຜູ້ອາຍຸໄວກາງ, ຜູ້ອາຍຸສູງນະຄອນ ຮ່າໂນ້ຍ ກວ່າ 2.000 ຄົນ.
(ພາບ: TTXVN)
(ພາບ: TTXVN)
(ພາບ: TTXVN)
ບັນດານັກສະແດງ, ນັກຟ້ອນລ້ວນແຕ່ໃນເກນອາຍຸເກືອບ 70, 80 ປີ
(ພາບ: TTXVN)
(ພາບ: hanoimoi.com.vn)
(ພາບ: TTXVN)
ໂດຍຕອບສະໜອງເດືອນກະທຳເພື່ອຜູ້ອາຍຸສູງ ຫວຽດນາມ 2022, ສະມາຄົມຜູ້ອາຍຸສູງແຂວງ ບາກລຽວ ສົມທົບກັບໂຮງໝໍຫຼາຍຂະແໜງ ແທັງຫວູ Medic ບາກລຽວ ຈັດການກວດພະຍາດຫົວໃຈ, ຕາ ໃຫ້ຜູ້ອາຍຸສູງໃນບໍລິເວນແຂວງ.
ກວດຕາໃຫ້ຜູ້ອາຍຸສູງ ກ່ອນໜ້ານັ້ນ, ແຂວງ ຈ່າວິງ ຈັດການແຂ່ງຂັນລອຍນ້ຳທີ່ເປັນມູນເຊື້ອໃຫ້ຜູ້ອາຍຸໄວກາງ, ຜູ້ອາຍຸສູງໃນທົ່ວປະເທດຄັ້ງທີ 25 ປີ 2022.
ທ່ານ ຟ້າມດົງແອັງ, ຮອງຫົວໜ້າກົມກິລາກາຍຍະກຳມະຫາຊົນ, ກົມໃຫຍ່ກິລາກາຍຍະກຳ ໄດ້ມອບຫຼຽນເຊີດຊູໃຫ້ແກ່ນັກກິລາຜູ້ອາຍຸສູງ.
ທ່ານ ເຢືອງຮ່ວາງຊຸມ ຫົວໜ້າພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວແຂວງ ຈ່າວິງ ມອບທຸງທີ່ລະນຶກໃຫ້ບັນດານັກກິລາ.

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ