logo

ຜູ້ອຳນວຍການໃຫຍ່ VOV ຕ້ອນຮັບຄະນະຜູ້ແທນສະຫະພັນສື່ມວນຊົນ ໄທ

2012/2/7 | 10:51:33
(vovworld.vn)- ຕອນ​ເຊົ້າ​ວັນ​ທີ 7/2, ຢູ່​ສູນກາງ​ພັດທະນາ​ກະຈາຍສຽງ​ແຫ່ງ​ຊາດທີ່ຮ່າ​ໂນ້ຍ ທ່ານ​ ຫງວຽນ​ດັງ​ຕ໋ຽນ, ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ ສະຫະພັນ ສື່​ມວນ​ຊົນ ​ໄທ

( ຄະນະຜູ້ແທນສະຫະພັນສື່ມວນຊົນ ໄທ ຢ້ຽມຢາມວິທະຍຸກະຈາຍສຽງ ຫວຽດນາມ)

(vovworld.vn)- ຕອນ​ເຊົ້າ​ວັນ​ທີ 7/2, ຢູ່​ສູນກາງ​ພັດທະນາ​ກະຈາຍສຽງ​ແຫ່ງ​ຊາດ (58 ຖະໜົນ ກວ໋ານຊື໋, ຮ່າ​ໂນ້ຍ) ທ່ານ​ ຫງວຽນ​ດັງ​ຕ໋ຽນ, ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ ສະຫະພັນ ສື່​ມວນ​ຊົນ ​ໄທ, ​ໂດຍ​ທ່ານ ຈະ​ວະ​ຮົງ ລິ​ມປັດ​ທະ​ມະປານີ, ປະທານ ສະຫະພັນ ສື່​ມວນ​ຊົນ ​ໄທ, ປະທານ​ສະມາຄົມ​ນັກ​ຂ່າວ​ໄທ ​ເປັນ​ຫົວໜ້າ​ຄະນະ. ທ່ານ​ ຫງວຽນ​ດັງ​ຕ໋ຽນ, ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ແນະນຳ​ກັບ​ຄະນະ​ກ່ຽວ​ກັບ​ປະຫວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ ວິທະຍຸ​ກະຈາຍສຽງ​ຫວຽດນາມ, ບັນຫາ​ຍົກ​ສູງ​ຄູນ​ນະພາ​ບການ​ກະຈາຍສຽງ, ການ​ຮ່ວມ​ມື​ລະຫວ່າງ​ວິທະຍຸ​ສູນ​ກາງ​ກັບ​ວິທະຍຸ​ທ້ອງ​ຖີ່​ນ.

​        ”ວິທະຍຸ​ກະຈາຍສຽງ​ຫວຽດນາມ​ແມ່ນ​ອົງການ​ໜຶ່ງ​ດຽວ​ທີ່​ມີ​ທັງ 4 ຮູບ​ການ​ສື່​ມວນ​ຊົນນັ້ນ​ແມ່ນ​ສື່​ສິ່ງ​ພິມ, ສື່​ເອ​ເລັກ​ໂຕ​ນິກ, ວິທະຍຸ, ​ໂທລະພາບ. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສາຂາ​ນັກ​ຂ່າວ, ​ໃນ​ແຕ່ລະ​ປີ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ​ໄດ້​ຈັດ​ຕັ້ງ​ຊຸດ​ເຝິກອົບຮົມ​ດ້ານ​ວິຊາ​ການ ​ແລະ​ການ​ສຳ​ມະ​ນາ​ຕ່າງໆ​ກ່ຽວ​ກັບ​ວິຊາ​ການ​ສື່​ມວນ​ຊົນ, ກໍ່​ຄື​ສິດຜົນ​ປະ​ໂຫຍ​ດຂອງ​ສື່​ມວນ​ຊົນ​ໃນ​ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ​ຢູ່​ຫວຽດນາມ. ພວກ​ເຮົາ​ມີ​ລະບົບ​ບັນດາ​ລາຍການ​ກະຈາຍສຽງ​ພາກ​ 11 ພາສາ​ຕ່າງປະ​ເທດ, ​ແລະ​ກ່ອນ​ນີ້​ເກືອບ 1 ​ເດືອນ ພວກ​ເຮົາ​ໄດ້​ເປີດ​ສະຫຼອງ ​ເວັງ​ໄຊ ດ້ວຍ 12 ພາສາ​ໃນ​ລະບົບ vov5”

        ທ່ານ ຈະ​ວະ​ຮົງ ລິ​ມປັດ​ທະ​ມະປານີ, ກໍ່​ສະ​ແດງ​ຄວາມ​ປາຖະໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ກັບວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ໄທ ກໍ່​ຄື​ຮ່ວມ​ມື​ລະຫວ່າງ​ຂະ​ແໜງ​ສື່​ມວນ​ຊົນ​ຂອງ​ສອງ​ປະ​ເທດ. ທັງ​ສອງ​ຝ່າຍ​ກໍ່​ຈະ​ມານະ​ພະຍາຍາມ​ຊຸກຍູ້​ການ​ແລກປ່ຽນ​ຄະນະ​ນັກ​ຊ່ຽວຊານ, ຮ່ຳຮຽນ​ເອົາ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ດ້າວ​ວິຊາ​ການ ​ແລະ ພັດທະນາ​ເຕັກ​ໂນ​ໂລ​ຢີ ສື່​ມວນ​ຊົນ ​ໃນ​ອະນາຄົດ.

       

TAG
ວິທະຍຸ​ກະຈາຍສຽງ​ຫວຽດນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ