logo

ຜະລິດຕະພັນ OCOP ດຶງດູດຄວາມນິຍົມຊົມໃຊ້ຂອງຜູ້ບໍລິໂພກ ຫວຽດນາມ

2024/11/29 | 16:52:00

(VOVWORLD) -ບັນດາຜະລິດຕະພັນຂຶ້ນກັບໂຄງການແຫ່ງຊາດ ຫນຶ່ງຕາແສງ ຫນຶ່ງ ຜະລິດຕະພັນ (OCOP) ໄລຍະຜ່ານມາ ພວມກາຍເປັນທູດເຊື່ອມຕໍ່ ຊາວຫວຽດນາມ ຊົມໃຊ້ສິນຄ້າ ຫວຽດນາມ ພ້ອມທັງກາຍເປັນກຳລັງຫນູນດ້ານເສດຖະກິດຂອງບັນດາທ້ອງຖິ່ນ. ພາຍຫລັງປະຕິບັດມາເປັນເວລາ 6 ເດືອນ, ຄຸນນະພາບບັນດາຜະລິດຕະພັນໄດ້ຮັບການຍົກສູງ ແລະ ປຸງປັບ, ຈາກການໝູນໃຊ້ວິທະຍາສາດເຕັກໂນໂລຊີ ຕະຫລອດຮອດຮູບແບບ ການຫຸ້ມຫໍ່. ບັນດາຜະລິດຕະພັນ (OCOP)  ໄດ້ຮັບການຈຳຫນ່າຍຢ່າງກວ້າງຂວາງຢູ່ຕະຫລາດພາຍໃນ ແລະ  ໄດ້ຮັບຄວາມນິຍົມໃຊ້ຈາກຜູ້ບລິໂພກ.

 ງານຕະຫລາດນັດ OCOP ຢູ່ເຂດທາງທິດຕາເວັນອອກສ່ຽງເຫນືອ ແຂວງ ກວ໋າງນີງ ປີ 2024, ຫນຶ່ງໃນບັນດາການເຄື່ອນໄຫວຊື່ງດຳເນີນໃນທຸກປີ ແມ່ນມີຄວາມຟົດຟື້ນ ດ້ວຍຮ້ານວາງສະແດງຂາຍສິນຄ້າກວ່າ 250 ຮ້ານ ໂດຍວາງຂາຍບັນດາຜະລິດຕະພັນ OCOP  ແລະ ຜະລິດຕະພັນກະເສດ, ສິນທະເລຂອງແຂວງ ກວ໋າງນິງ ແລະ ຫລາຍແຂວງ, ນະຄອນ ໃນທົ່ວປະເທດ. ເອື່ອຍ ມາຍຈີ ລູກຄ້າມາງານຕະຫຼາດນັດ ໃຫ້ຮູ້ວ່າ:

 “ຂ້າພະເຈົ້າໄປຢ້ຽມຊົມງານຕະຫລາດນັດ OCOP ຂອງແຂວງ ກວ໋າງນິງ ເປັນປະຈຳ. ແຕ່ລະເທື່່ອທີ່ເປີດງານຕະຫລາດນັດ ຄຸນນະພາບ, ຮູບແບບການຫຸ້ມຫໍ່ ກໍ່ແຕກຕ່າງກັນ ແລະ ນັບມື້ນັບມີຄວາມກ້າວຫນ້າ, ສິນຄ້ານັບມື້້່້ນັບອຸດົມສົມບູນ ມີຫລາຍຮ້ານ ສິນຄ້າມີິຄຸນນະພາບສູງ”.

   ໂດຍມີທັດສະນະເຊັ່ນດຽວກັນກັບເອື້ອຍ ມາຍຈີ, ອ້າຍ ເລເທຈູງ ຢູ່ ຮ່າໂນ້ຍ ໃຫ້ຮູ້ວ່າ: ປະຈຸບັນ ໃນບັນດາລະບົບຮ້ານສັບພະສິນຄ້າ ຍາມໃດກໍ່ມີໂຄງການ, ຮ້ານຂາຍຜະລິດຕະພັນ OCOP, ມີຕົ້ນກຳເນີດຈະແຈ້ງ ແລະ ມີລະຫັດ QR... ສະນັ້ນ ຜູ້ບໍລິໂພກ ມີຄວາມອຸ່ນອ່ຽນໃຈເພື່ອເລືອກເຟັ້ນສິນຄ້າ.

“ກ່ອນນີ້ ຈາກອາຫານປະເພດທີ່ຈຳເປັນ ຕະຫລອດຮອດອາຫານເຕັກໂນໂລຊີ, ຄອບຄົວຂ້າພະເຈົ້າຊື້ສິນຄ້ານຳເຂົ້ົາຈາກຕ່າງປະເທດ. ປະຈຸບັນ ຢູ່ຕະຫລາດທີ່ມີຜະລິດຕະພັນ OCOP ແມ່ນສິນຄ້າຜະລິດຢູ່ພາຍໃນປະເທດ ລາຄາກໍ່ເໝາະສົມ,

ທ່ານ ງຽມຊວນເກື່ອງ ຮອງປະທານຄະນະກຳມະການປຊຊ ແຂວງ ກວ໋າງນິງເຂົ້າຮ່ວມລາຍການ livestream ເມື່ອໄປຢ້ຽມຊົມງານຕະຫລາດນັດ OCOP. (ພາບ: Trường Giang/VOV)

ຄຸນນະພາບນັບມື້ນັບໄດ້ຮັບການປັບປຸງ ແລະ ແຫລ່ງທີ່ມາແມ່ນຈະແຈ້ງ ສະນັ້ນ ຂ້າພະເຈົ້າໄດ້ເລືອກຊື້້. ເປັນຕົ້ນແມ່ນ ບັນດາຜະລິດຕະພັນທີ່ຈຳເປັນ”.         

ອ້າຍ ເລເຍີດຕຽນ, ຮອງຜູ້ອຳນວຍການ ສະຫະກອນ ມັງແດນ Forest, ເມືອງ Kon Plong ແຂວງ ກອນຕູມ ແມ່ນຕົວຢ່າງດີເດັ່ນ ກ່ຽວກັບການຍົກລະດັບຜະລິດຕະພັນ OCOP, ໄດ້ສ້າງເຄື່ອງໝາຍການຄ້າສະຫະກອນ ມັງແດນ Forest ຜະລິດຕະພັນພິເສດຂອງທ້ອງຖິ່ນ. ແຕ່ລະປີ ຫົວຫນ່ວຍຂອງອ້າຍ ຜະລິດ ກາເຟ arabica ໄດ້ກວ່າ 100 ໂຕນ. 5 ປະເພດກາເຟ ປຸງແຕ່ງອື່ນບັນລຸມາດຖານ OCOP 3 ຫາ 4 ດາວກໍພວມຂາຍດີຢູ່ຕະຫລາດພາຍໃນປະເທດ.

“ຂັ້ນຕອນ OCOP ຊ່ວຍສະຫະກອນຮູ້ຈັກກຳນົດນຳຜະລິດຕະພັນຈາກໄລຍະເບື້ອງຕົ້ນຈົນຮອດເມື່ອນຳເອົາໄປຂາຍຢູ່ຕະຫລາດ ເພື່ອເຮັດແນວໃດໃຫ້ຜະລິດຕະພັນມີຄຸນນະພາບດີ. ນອກຈາກ 25 ເຮັກຕາທີ່ສະຫະກອນ ພວມປູກໃຫມ່ ແລະ ບົວລະບັດ, ພວກຂ້າພະເຈົ້າພວມເປີດກວ້າງເຂດວັດຖຸດິບ, ກ່ອນອື່ນໝົດແມ່ນລົງນາມໃນສັນຍາກັບແຕ່ລະຄອບຄົວໃຫ້ຄຳໝັ້ນສັນຍາຈຳຫນ່າຍໃຫ້ເຂົາເຈົ້າ”.

“ພາຍຫລັງຜັນຂະຫຍາຍໂຄງການ OCOP ມາເປັນເວລາ 6 ປີ  ເຄື່ອງໝາຍການຄ້າໃຫ້ແກ່ບັນດາຜະລິດຕະພັນກະເສດມີຄຸນນະພາບສູງ ໄດ້ມີລັກສະນະພິເສດ, ທ່າໄດ້ປຽບເທື່ອລະກ້າວ ຢັ້ງຢືນທີ່ຕັ້ງ, ປະກອບສ່ວນເປີດກາລະໂອກາດຮ່ວມສຳພັນໃນການສ້າງລະບົບການຜະລິດເພື່ອພັດທະນາເສດຖະກິດກະສິກຳ, ຊົນນະບົດຕາມທິດຍືນຍົງຢູ່ບັນດາທ້ອງຖິ່ນ. ທ່ານນາງ ເລຖູ່ຍກິມລວານ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ  Pyloherb, ຫົວຫນ່ວຍກຳມະສິດ 15 ເຄື່ອງໝາຍ OCOPຂອງ ແຂວງ ກອນຕູມ ໃນຂົງເຂດການຢາ ໃຫ້ຮູ້ວ່າ:

OCOP ແມ່ນໃບຢັ້ງຢືນຂອງຜະລິດຕະພັນທີ່ມີລັກສະນະພິເສດຂອງເຂດພາກ. ພວກເຮົາອີງຕາມໃບຢັ້ງຢືນ OCOP ຈະເຫັນວ່າຜະລິດຕະພັນຂອງຕົນມີຈຸດພິເສດສະເພາະ”.         

ຕາມ  ທ່ານ ປອ ຫງວຽນງອກຕວຽນ, ຫົວຫນ້າສະຖາບັນເສດຖະກິດ ແລະ ຄຸ້ມຄອງເຂດໄຕງວຽນ ແລ້ວ, ເມື່ອມີໃບຢັ້ງຢືນ OCOP ກໍ່ໝາຍຄວາມວ່າ ໄດ້ສ້າງເຄື່ອງໝາຍການຄ້າ ແລະ ຜູ້ບໍລິໂພກຮູ້ຈັກເຖິງ. ສະນັ້ນ ບັນດາວິສາຫະກິດຕ້ອງມີການປ່ຽນແປງຈິນຕະນາການຜະລິດຕະພັນ ແລະ ການຂາຍສິນຄ້າຢ່າງບໍ່ຢຸດຢັ້ງໃນຍຸກສະໄຫມເຕັກໂນໂລຊີໃຫມ່.

 “ເລື່ອງຕິດດາວໃຫ້ແກ່ຜະລິດຕະພັນ OCOP ພຽງແຕ່ໃບຢັ້ງຢືນ ບໍ່ແມ່ນເຄື່ອງໝາຍການຄ້າ ຫາກເຄື່່ອງໝາຍການຄ້າຕ້ອງແມ່ນຄວາມເຊື່ອໝັ້ນຂອງລູກຄ້າ. ເມື່່ອມີໃບຢັ້ງຢືນແລ້ວ ຕ້ອງມີການໂຄສະນາຄຸນນະພາບເພື່ອຢັ້ງຢືນເຄື່ອງໝາຍຂອງຕົນ ເວລານັ້ນ ຜະລິດຕະພັນຈຶ່ງຍົກລະດັບຂຶ້ນໄດ້. ນອກນັ້ນ ຕ້ອງຍາດແຍ່ງກາລະໂອກາດທີ່ດີຈາກພື້ນຖານເຕັກໂນໂລຊີເພື່ອປະຕິບັດໃນໄລຍະປະຈຸບັນໃຫ້ດີ”.

ຊາວ ຊົນເຜົ່າ ມາຂາຍຜະລິດຕະພັນ OCOP ຢູ່ ງານຕະຫລາດນັດ ມັງແດນ ເມືອງ Kon Plông, ແຂວງ ກອນຕູມ. (ພາບ: ຫນັງສືພິມກອງທັບປະຊາຊົນ)

ປະສິດທິຜົນທີ່ນຳມາໃຫ້ຈາກໂຄງການ OCOP ໄດ້ຊ່ວຍປຸກລຸກຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບບັນດາຜະລິດຕະພັນຂອງທ້ອງຖິ່ນ, ປະກອບສ່ວນສ້າງໂຄງປະກອບຄືນຂະແຫນງກະສິກຳຕິດພັນກັບການພັດທະນາອຸດສາຫະກຳນ້ອຍ ແລະ ການທ່ອງທ່ຽວຊົນນະບົດ. ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກສຳລັບຜະລິດຕະພັນ OCOP ຫວຽດນາມ ສະແດງໃຫ້ເຫັນວ່າ ບັນດາຜະລິດຕະພັນ ຫວຽດນາມ ນັບມື້ນັບມີຈຸດຢືນຢູ່ຕະຫຫລາດພາຍໃນປະເທດ, ປະກອບສ່ວນຊຸກຍູ້ເສດຖະກິດພັດທະນາ.

TAG
VOV/VOVworld/ເຄື່ອງໝາຍການຄ້າ/ຜະລິດຕະພັນ OCOP

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ