logo

ຜະລິດຕະພັນຖົງຫັດຖະກຳເຮັດຈາກເສັ້ນປໍ (ເສັ້ນປ່ານ)

2021/7/23 | 03:53:11
(VOVWORLD) -ຜະລິດຕະພັນຖົງເຮັດຈາກເສັ້ນປໍມີເຄື່ອງໝາຍການຄ້າ “ລ່າລ໊າລາ” ຢູ່ຮ່າໂນ້ຍ ໄດ້ເຮັດຈາກເສັ້ນປໍທຳມະຊາດ, ມຸ່ງໄປເຖິງການປ່ຽນແທນການນຳໃຊ້ຖົງຢາງປລາດສະຕິກ.

ໂດຍປະຕິບັດຕາມຫຼັການພັດທະນາແບບຍືນຍົງ, ບໍ່ນຳໃຊ້ບັນດາວັດຖຸກໍ່ມົນລະຜິດຕໍ່ສິ່ງແວດລ້ອມ, ດ່າວທູຈາງ (ອາຍຸ 31 ປີ) ແລະ ເຈິ່ນກວິ່ງແອັງ (ອາຍຸ 29 ປີ) ໄດ້ເລືອກທາງເດີນສະເພາະໃຫ້ຕົນເອງ, ເປີດຕົວເຄື່ອງໝາຍການຄ້າຖົງທີ່ເຮັດຈາກເສັ້ນປໍຢູ່ຮ່າໂນ້ຍ ດ້ວຍຊື່ວ່າ “ລ່າລ໊າລາ” ທີ່ເປັນມິດກັບສິ່ງແວດລ້ອມ.

ໂດຍແມ່ນຜູ້ເມົາມົວກັບການອອກແບບ, ເພື່ອນໜຸ່ມ 2 ຄົນນີ້ເຫັນໄດ້ຄວາມງາມສະເພາະຂອງຖົງທີ່ເຮັດຈາກເສັ້ນປໍ. ເຂົາເຈົ້າໄດ້ສ້າງເປັນຜະລິດຕະພັນແຟຊັນ, ທັງເປັນມິດກັບສິ່ງແວດລ້ອມ.
ຖົງນີ້ໄດ້ອອກແບບໂດຍອີງໃສ່ແຫຼ່ງບັນດານໃຈຈາກພາບແຕ້ມພື້ນເມືອງ ດົງໂຮ່.
ດ້ວຍຖົງເສັ້ນປໍແຕ່ລະອັນ, ເພື່ອນໜຸ່ມ 2 ຄົນໄດ້ສົ່ງສານທີ່ແຕກຕ່າງກັນ. ນັ້ນອາດຈະແມ່ນເລື່ອງລາວກ່ຽວກັບປາວານຂຽວທີ່ມີຄວາມສ່ຽງຖືກສູນພັນ ຫຼື ເລື່ອງລາວກ່ຽວກັບທະເລ…
ຈຸດທີ່ເປັນເອກະລັກສະເພາະຂອງບັນດາຖົງເສັ້ນປໍນີ້ ແມ່ນບັນດາລວດລາຍທີ່ປັກແສ່ວດ້ວຍມື້. ຕໍ່ໄປນີ້ແມ່ນບັນດາຖົງຂອງເຄື່ອງໝາຍການຄ້າ “ລ່າລ໊າລາ”:
ຖົງແຕ່ລະອັນມີລາຄາແຕ່ 85.000 ດົ່ງ ຫາ 295.000 ດົ່ງ (ປະມານແຕ່ 4 ຫາ 13 USD/ອັນ).
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ