logo

ຝູກວັກ ໜຶ່ງໃນຈຳນວນເກາະ 25 ແຫ່ງສວຍງາມທີ່ສຸດໃນໂລກ

2024/8/2 | 09:29:46
(VOVWORLD) - ຝູກວັກ ຕັ້ງຢູ່ນອກຝັ່ງທະເລທາງທິດຕາເວັນຕົກຂອງ ຫວຽດນາມ, ຂຶ້ນກັບແຂວງ ກຽນຢາງ, ແມ່ນເກາະຕາງໜ້າແຫ່ງໜຶ່ງດຽວຂອງ ຫວຽດນາມ ນອນໃນ top ເກາະ 25 ແຫ່ງສວຍງາມທີ່ສຸດໃນໂລກ.

ວາລະສານທ່ອງທ່ຽວມີຊື່ສຽງຂອງ ອາເມລິກາ Travel & Leisure ຂອງ ອາເມລິກາ ໄດ້ປະກາດເກາະ ແລະ ໝູ່ເກາະ 25 ແຫ່ງສວຍງາມທີ່ສຸດໃນໂລກ, ໃນນັ້ນ, ຝູກວັກ ແມ່ນເກາະໜຶ່ງດຽວຂອງ ຫວຽດນາມ ນອນໃນບັນຊີລາຍຊື່, ຢືນອັນດັບທີ 2 (ຖັກຈາກ Maldives).

ຕີລາຄາກ່ຽວກັບ ຝູກວັກ, ວາລະສານ Travel & Leisure ໄດ້ຂຽນວ່າ: ເກາະຕັ້ງຢູ່ນອກຝັ່ງທະເລທາງທິດຕາເວັນຕົກຂອງ ຫວຽດນາມ, ດ້ວຍທ່າແຮງໃຫຍ່ຫຼວງທີ່ສຸດແມ່ນສະຖານທີ່ທ່ອງທ່ຽວຫາກໍ່ພົ້ນເດັ່ນໃນໂລກ
(ພາບ: toquoc.vn)
ນະຄອນເກາະ ຝູກວັກ ມີເນື້ອທີ່ 573 ກີໂລຕາແມັດມົນທົນ, ມີລວງຍາວ 50 ກມ, ດ້ວຍຫຼາຍເກາະໃຫຍ່, ນ້ອຍ ແລະ ມີຫຼາຍຫາດຊາຍທະເລທີ່ສວຍງາມ.
ເຂດທະເລເກາະທາງທິດໃຕ້ຂອງເກາະ ຝູກວັກ
(ພາບ: TTXVN)
ແຂກທ່ອງທ່ຽວດຳນ້ຳຊົມປະກາລັງ
(ພາບ: toquoc.vn)
ເທດສະບານ ຮວ່າງໂຮນ ເຕັມໄປດ້ວຍສີສັນຢູ່ທາງທິດໃຕ້ຂອງເກາະ ຝູກວັກ
(ພາບ: TTXVN)
ຂົວ ໂຮນ (Kiss Bridge) ແມ່ນກິດຈະກຳສິລະປະທີ່ມີຂອບຂະໜາດໃຫຍ່ ແລະ ເປັນເອກະລັກສະເພາະຢູ່ທາງທິດໃຕ້ເກາະ ຝູກວັກ.
(ພາບ: Sun Group)
ກະເຊົ້າລອຍຟ້າ ຮ່ອນເທີມ ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາກະເຊົ້າລອຍຟ້າຊົມວິວງາມທີ່ສຸດໃນໂລກ
(ພາບ: toquoc.vn)
ກະເຊົ້າລອຍຟ້າ ຮ່ອນເທີມ ມີຄວາມຍາວປະມານ 7.900 ມ, ເຊື່ອມຕໍ່ເທດສະບານເມືອງ ອານເທີຍ ກັບບັນດາເຂດເກາະ ຮ່ອນຣອຍ, ຮ້ອນເຢື່ອ ຮອດ ຮ່ອນເທີມ.
(ພາບ: toquoc.vn)
ທ່າກຳປັ່ນ ອານເທີຍ ແມ່ນທ່າກຳປັ່ນສາກົນທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ ຝູກວັກ.
(ພາບ: toquoc.vn)
ບໍ່ວ່າຢືນຢູ່ແຫ່ງໃດໃນເກາະ ຝູກວັກ ເພື່ອນລ້ວນແຕ່ສາມາດຊົມຍາມສາຍັນທີ່ສວຍງາມ.
(ພາບ: toquoc.vn)
ເວລາດີທີ່ສຸດສຳລັບໃຫ້ແຂກທ່ອງທ່ຽວ ຊົມຍາມສາຍັນແມ່ນ 17 ໂມງ 30 ນາທີ
(ພາບ: toquoc.vn)
(ພາບ: toquoc.vn)
ນະຄອນເກາະ ຝູກວັກ ພວມພັດທະນາກາຍເປັນສູນການບໍລິການ, ທ່ອງທ່ຽວຊີວະພາບທີ່ມີຄຸນນະພາບສູງ, ທ່ອງທ່ຽວທະເລ, ເກາະລະດັບຊາດ ແລະ ສາກົນ, ເຊື່ອມຕໍ່ກັບບັນດາເຂດໃຈກາງເສດຖະກິດໃຫຍ່ຢູ່ພາຍໃນພາກພື້ນ ແລະ ໂລກ.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ