logo

ຝ່າຍເສື້ອແດງເຕົ້າໂຮມກັນຄັດຄ້ານການກໍ່ໃຫ້ເກີດລັດຖະປະຫານ

2012/2/26 | 10:01:13
ມີ​ກວ່າ 10.000 ຄົນຂອງ​ຝ່າຍ​ເຊື້ອ​ແດງ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​​ ນະຄອນ ຣັດຈະ​ສີມາ ພາກ​ອີສານ​ຂອງ​ໄທ

( ພາບປະກອບ )

( vovworld ) - ​ວັນ​ທີ 25/2, ເວັບຊາຍ​ເອ​ໂລກ​ໂຕ​ນິກຂອງໜັງສືພິມ “ ​ບາງກອກ​ໂພສ ”​ໄດ້​​ໃຫ້​ຂ່າວ​ວ່າ, ມີ​ກວ່າ 10.000 ຄົນຂອງ​ຝ່າຍ​ເຊື້ອ​ແດງ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​​ນະຄອນຣັດຈະ​ສີມາ ພາກ​ອີສານ​ຂອງ​ໄທ ​ເພື່ອ​ຄັດຄ້ານການ​ກໍ່ໃຫ້ເກີດລັດຖະປະຫານດ້ານ​ການ​ທະ​ຫານ​ຢູ່​ປະ​ເທດ​ນີ້. ນາຍ​ພົນຕຳຫຼວດ ອົງອາດ​ຜິວ​ເຣື່ອງນົນ ຮັກສາ​ການ​ຜູ້​ບັນຊາ​ການ​ຕຳຫຼວດນະຄອນຣັດຈະ​ສີມາ ​ໃຫ້​ຮູ້​ວ່າ, ການ​ເຕົ້າ​ໂຮມ​ກັນ​ເລີ່​ມຕົ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 25/2 ​ເພື່ອ​ແນ​ໃສ່​ຄັດຄ້ານການ​ກໍ່ໃຫ້ເກີດລັດຖະປະຫານດ້ານ​ການ​ທະ​ຫານ​ທີ່​ຈະ​ເກີດ​ຂື້ນ​ຕາມຂ່າວ​ຄາວກ່ອນ​ໜ້າ​ນັ້ນ. ມີ​ຕຳຫຼວດ​ປະມານ 800 ຄົນ​ໄດ້​ຜັນ​ຂະຫຍາຍ​ເພື່ອບັນ​ຊາບັນດາການ​ເຄື່ອນ​ໄຫວ​​ສັນຈອນ​ໂປ​ມາ ​ແລະ ສະກັດ​ກັ້ນການ​ໃຊ້​ຄວາມ​ຮຸນ​ແຮງ.

   ຝ່າຍ​ເຊື້ອ​ແດງ​ແມ່ນ​ກຳລັງທີ່​ສະໜັບສະໜູນ​ລັດຖະບານ​ໂດຍ​ພັກ​ເພື່ອ​ໄທ​ນຳ​ໜ້າ. ກ່ອນ​ໜ້ານັ້ນ​ໄດ້​ມີ​ຂ່າວ​ຄາວກ່ຽວ​ກັບ​ກໍລະນີຈະ​ເກີດ​ການກໍ່ໃຫ້ເກີດລັດຖະປະຫານດ້ານ​ການ​ທະ​ຫານ​​ໂຄ່ນລົ້ມລັດຖະບານ​ໃນ​ເດືອນ​ເມສາ​ທີ​ຈະ​ມາ​ເຖິງ.
TAG
ໄທ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ